• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ການສະແດງ ສິລະປະ ດົນຕີ ນາໆ ຊາດ ທ່ີຍິ່ງໃຫຍ່ ໃນວັນບຸນVesak 2025

ຕອນຄ່ຳ ວັນທີ 7 ພຶດສະພາ 2025 ທີ່ສູນຈັດງານ Thisky Hall (ເຂດຕົວເມືອງ Sala, ນະຄອນ ຖູດຶກ), ລາຍການສະແດງດົນ ຕີສິລະປະ ຕ້ອນຮັບ ວັນບຸນ ວິສາຂະບູຊາ ໂລກ ປີ 2025 ພາຍໃຕ້ຫົວຂໍ້ “ສາມັກຄີ ແລະ ເມດຕາທຳ ເພື່ອສັກສີຄວາມເປັນມະນຸດ: ປັນຍາພຸດທະສາສະໜາ ເພື່ອສັນຕິພາບໂລກ ແລະ ການພັດ ທະນາແບບຍືນຍົງ” ໄດ້ຈັດຂຶ້ນຢ່າງສົມກຽດ, ຍິ່ງໃຫຍ່ ແລະ ເຕັມໄປດ້ວຍຄວາມຮູ້ສຶກອັນເລິກເຊິ່ງ. ລາຍການດັ່ງກ່າວເປັນຈຸດເດັ່ນໃນຂະບວນການສະເຫຼີມສະຫຼອງ ວັນປະສູດ ຂອງ ພະພຸດ ທະເຈົ້າ, ໂດຍມີພະສົງ ສໍາມະເນນ, ພຸດທະສາສະນິກະຊົນ, ຜູ້ແທນສາກົນ ແລະ ຜູ້ຊົມທີ່ຮັກໃນສິລະປະ ທາງດ້ານຈິດໃຈ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຄືນການສະແດງ ສິລະປະ ດົນຕີ ສາກົນ Vesak 2025 ໄດ້ຈັດຂຶ້ນຢ່າງສົມກຽດ, ຍິ່ງໃຫຍ່ ແລະ ເຕັມໄປດ້ວຍຄວາມຮູ້ສຶກອັນເລິກ ເຊິ່ງ.
ບັນດາບົດເພງ ແລະ ການຟ້ອນ ໄດ້ຮັບການປະດິດສ້າງຢ່າງລະ ອຽດປານີດ.
ບັນດານັກຮ້ອງ ດັງເຢືອງ, ຫວຽດຮ່ວານ ແລະ ດ່າວມ໋າກ ໄດ້ຮ້ອງບົດເພງ “ເດິດເນືອກຈ້ອນນ່ຽມວຸຍຂອງນັກດົນຕີ ຮ່ວາງຮ່າ ໃນລາຍການ.
ການສະແດງຟ້ອນ ດອກບົວ ໄດ້ນຳມາເຊິ່ງຄວາມຮູ້ສຶກທ່ີຫຼາກຫຼາຍໃຫ້ແກ່ຜູ້ຊົມ.
ການສະແດງຟ້ອນ ທີ່ສະແດງເຖິງຄວາມເມດຕາລະຫວ່າງເພື່ອນ ມະນຸດ ດ້ວຍກັນ.
ນັກຮ້ອງ ດຶກຕວັນ ຮ້ອງບົດເພງ “ຊົ໋ງວຸຍ-ຕ້າເອີນ”.
ການສະແດງຟ້ອນ ທີ່ສະແດງເຖິງບັນຍາກາດ ທ່ີເບີກບານມ່ວນ ຊື່ນໃນບົດເພງ “ເດິດເນືອກຈ້ອນນ່ຽມວຸຍ.

ໜຶ່ງໃນຈຸດທີ່ໜ້າສົນໃຈ ຂອງ ວັນບຸນ ວິສາຂະບູຊາ ປີ 2025 ຄືລາຍການສະແດງດົນຕີ ສິລະປະ ສາກົນ ທີ່ຈັດຂຶ້ນຢູ່ Thisky Hall, ນະຄອນ ຖູດຶກ. ໃນຫົວຂໍ້ ເຊື່ອມໂຍງວັດທະນະທຳ-ເຜີຍ ແຜ່ມິດຕະພາບ, ລາຍການໄດ້ຮວບຮວມເອົາບັນດາຄະນະສິລະປະພຸດທະສາສະໜາ ຈາກຫຼາຍປະເທດ, ນຳມາເຊິ່ງການ ສະແດງ ທີ່ເຕັມໄປດ້ວຍເອກະລັກ ແຕ່ມີຈິດໃຈ ອັນດຽວກັນຄື ຄວາມເມດຕາ ແລະ ການຕັດສະຮູ້. ພື້ນທີ່ການສະແດງ ທີ່ເຕັມໄປດ້ວຍຄວາມຮູ້ສຶກໄດ້ສື່ສານຂໍ້ ຄວາມແຫ່ງສັນຕິພາບ ແລະຄວາມສາມັກຄີ ລະຫວ່າງບັນດາປະຊາຊາດ ຢ່າງມີຊີວິດຊີວາ.

ຄືນການສະແດງສິລະປະ ດົນຕີ ມີຈຸດເດັ່ນແມ່ນບົດລະຄອນ ຊີວິດ ຂອງ ພະພຸດທະເຈົ້າໂດຍການສະແດງຂອງຄະນະສິລະປະ ວັດທະນະທຳ ອິນເດຍ ໄດ້ສ້າງຄວາມປະທັບໃຈ ຢ່າງເລິກ ເຊິ່ງໃຫ້ແກ່ຜູ້ຊົມ ເມື່ອໄດ້ເຫັນຂະບວນການປະຕິບັດທໍາ ແລະ ການສະເດັດເຂົ້າສູ່ ປະລິນິບພານ ຂອງ ເຈົ້າຊາຍ ສິດທັດຖະ ກາຍເປັນພະພຸດທະເຈົ້າ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງເສັ້ນທາງແຫ່ງການຕັດສະຮູ້ ຂອງ ພະພຸດທະເຈົ້າ.

ການສະແດງ ມີການເຂົ້າຮ່ວມ ຂອງ ບັນດາຄະນະສິລະປະ ພຸດທະສາສະໜາ ຈາກຫຼາຍ ປະເທດເຊັ່ນ: ອິນເດຍ, ສປ ຈີນ, ສ ເກົາຫຼີ…
ບົດລະຄອນ “ຊີວິດ ຂອງ ພະພຸດທະເຈົ້າ” ໄດ້ສ່ອງແສງໃຫ້ເຫັນເຖິງເສັ້ນທາງແຫ່ງການຕັດສະຮູ້ ຂອງ ພະພຸດທະເຈົ້າ.
ບົດລະຄອນ “ຊີວິດ ຂອງ ພະພຸດທະເຈົ້າ” ໄດ້ສ່ອງແສງໃຫ້ເຫັນເຖິງເສັ້ນທາງແຫ່ງການຕັດສະຮູ້ ຂອງ ພະພຸດທະເຈົ້າ.
ບົດລະຄອນ “ຊີວິດ ຂອງ ພະພຸດທະເຈົ້າ” ໄດ້ສ່ອງແສງໃຫ້ເຫັນເຖິງເສັ້ນທາງແຫ່ງການຕັດສະຮູ້ ຂອງ ພະພຸດທະເຈົ້າ.
ລາຍການດັ່ງກ່າວເປັນຈຸດທີ່ໂດດເດັ່ນໃນການສະເຫຼີມສະຫຼອງວັນປະສູດ ຂອງ ພະພຸດທະເຈົ້າ, ໂດຍມີພະສົງ ສໍາມະເນນ, ພຸດທະສານິກະຊົນ, ຜູ້ແທນສາກົນ ແລະ ຜູ້ຊົມ ທ່ີມັກຮັກ ໃນສິລະປະ ທາງດ້ານຈິດໃຈເຂົ້າຮ່ວມຢ່າງຫຼວງຫຼາຍ.

ເຫດການນີ້ ຍັງໄດ້ເນັ້ນຢໍ້າເຖິງຄຸນຄ່າທາງດ້ານຈິດໃຈ ຂອງ ວັນບຸນວິສາຂະບູຊາ - ເຊິ່ງເປັນການລະນຶກເຖິງວັນປະສູດ, ວັນຕັດ ສະຮູ້ ແລະ ວັນສະເດັດ ເຂົ້າສູ່ປະລິນິບພານ ຂອງ ພະພຸດທະ ເຈົ້າ - ພ້ອມທັງເຜີຍແຜ່ຂໍ້ຄວາມກ່ຽວກັບສັນຕິພາບ ແລະ ການພັດທະນາແບບຍືນຍົງ ໃນສະພາບການທີ່ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ລາຍການດັ່ງກ່າວ ໄດ້ຮັບຄວາມຄາດຫວັງວ່າ ຈະສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນຫົວໃຈຂອງ ຜູ້ຊົມ, ຜູ້ທີ່ມັກຮັກໃນສິລະປະ ໄປຈົນເຖິງຜູ້ທີ່ຊອກຫາຄວາມສະຫງົບສຸກ ທາງໃຈ.

ຄືນສະແດງດົນຕີ ສິລະປະ ສາກົນ Vesak 2025 ບໍ່ພຽງແຕ່ເປັນການສະແດງທຳມະດາ ເທົ່ານັ້ນ, ແຕ່ຍັງເປັນການເດີນ ທາງແຫ່ງຄວາມຮູ້ສຶກ, ແຫ່ງການຕື່ນຕົວຈາກພາຍໃນ, ແຫ່ງຄວາມຮັກ ແລະ ປັນຍາທີ່ກ້າວຂ້າມທຸກຂີດຈຳກັດ.

ບົດ ແລະ ພາບໂດຍ: ທົງຫາຍ/VNP - ແປໂດຍ: ຢືຟຽນ

ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ

ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ”

ເມື່ອບໍ່ດົນມານີ້, ທີ່ທ່າເຮືອທະຫານ ກາມຣານ, ກອງບັນຊາການເຂດ 4 ກອງທັບເຮືອ ໄດ້ສົມທົບກັບກົມການເມືອງກອງທັບເຮືອ, ສະໂມສອນນັກຂ່າວພາບ ຮ່າໂນ້ຍ, ສູນເກັບຮັກສາເອກະສານແຫ່ງຊາດ IV ຈັດພິທີເປີດງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ” ແລະ “ກອງທັບເຮືອປະຊາຊົນ ຫວຽດນາມ ຜູ້ມີໄຊ – 70 ປີແຫ່ງການປົກປ້ອງທະເລ”. ນີ້ແມ່ນກິດຈະກຳເນື່ອງໃນໂອກາດ 50 ປີແຫ່ງການປົດປ່ອຍໝູ່ເກາະ ເຈື່ອງຊາ (29/4/1975) ແລະ 70 ປີແຫ່ງການສ້າງຕັ້ງກອງທັບເຮືອປະຊາຊົນ ຫວຽດນາມ (7/5/1955).

Top