ບັນດາຜູ້ນຳພັກ ແລະ ລັດ ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV. ພາບ: VNA
ໃນຕອນບ່າຍຂອງວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ປະກາດຜົນ ແລະ ຮັບຮອງເອົາລາຍຊື່ບັນດາສະຫາຍທີ່ໄດ້ຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ຊຸດທີ XIV. ຄະນະບໍລິຫານງານສູນກາງພັກ ປະກອບມີທັງໝົດ 200 ສະຫາຍ, ໃນນັ້ນມີ ກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.