ບໍ່ເຄີຍເຫັນນະຄອນຫຼວງ ຮ່າໂນ້ຍ-ຫວຽດນາມ ໄດ້ເວົ້າເຖິງ ຫຼາຍປານນັ້ນ ຄືໃນຊຸມມື້ຜ່ານມາ. ນັ້ນແມ່ນຍ້ອນນະຄອນຫຼວງ ຮ່າໂນ້ຍ ໄດ້ ສ ອາເມລິກາ ແລະ ສປປ ເກົາຫຼີ ເລືອກເຟັ້ນເປັນ ສະຖານທີ່ຈັດຕັ້ງກອງປະຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2, ເປັນເຫດການໜຶ່ງດຶງດູດຄວາມສົນໃຈຢ່າງ ຫຼວງຫຼາຍ ຂອງປະຊາຄົມ ແລະ ຫາງສຽງສາກົນ.
ເມື່ອອະທິບາຍດ້ວຍເຫດຜົນ ຍ້ອນຫຍັງ ຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2, ບັນດານັກຊ່ຽວຊານ ຫວຽດນາມ ແລະ ຕ່າງປະເທດ ລ້ວນແຕ່ໃຫ້ຮູ້ວ່າ ນັ້ນແມ່ນຍ້ອນ ຫວຽດນາມ ເປັນສັນຍາລັກຂອງຂະບວນວິວັດແຫ່ງການຂ້າມໄປສົງຄາມ, ຕັດອະດີດ, ໄຂປະຕູແຫ່ງການເຊື່ອມໂຍງ ແລະ ພັດທະນາ.
“ນັບຕັ້ງແຕ່ເວລາມາເຖິງ ຫວຽດນາມ, ຂ້າພະເຈົ້າໄດ້ເຫັນ ຫວຽດນາມ ມີການປ່ຽນແປງຫຼາຍຢ່າງ, ມາເຖິງມື້ນີ້ ທົ່ວໂລກ ພວມມີຄວາມສົນໃຈເຖິງປະເທດ ຫວຽດນາມ”.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນຜ່ານທາງອິນເຕີເນັດ Twitter.
|
ມີຫຼາຍເຫດຜົນເພື່ອໃຫ້ ຫວຽດນາມ ໄດ້ທັງ ສ ອາເລິກາ ແລະ ສປປ ເກົາຫຼີ ເລືອກເຟັ້ນ. ໃນຊຸມປີຜ່ານມາ, ພ້ອມກັບພື້ນຖານການເມືອງທີ່ໝັ້ນຄົງ, ສະພາບແວດລ້ອມສະຫງົບ ແລະ ປອດໄພ,ຫວຽດນາມ ມີຫຼາຍບົດຮຽນໃນການຈັດຕັ້ງສຳເລັດບັນດາ ກອງປະຊຸມລະດັບສາກົນ. ໃນອະນາຄົດ, ຫວຽດນາມ ຈະດຳລົງຕຳແໜ່ງປະທານ ອາຊຽນ ເມື່ອປີ 2020 ແລະ ພວມເປັນ ປະເທດໜຶ່ງດຽວຂອງກຸ່ມບັນດາປະເທດ ອາຊີ-ປາຊີຟິກ ສະໝັກ ເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ມີການພົບປະ
ເທື່ອທຳອິດໃນເວລາ 18 ໂມງ 30 ນາທີຂອງວັນທີ 27 ກຸມພາ 2019 ທີ່ໂຮງແຮມ Sofitel Legend Metropole, ເລີ່ມຕົ້ນກອງ
ປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ພາບ: AFP/VNA
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un
ຮັບປະທານອາຫານຄຳ່ ພາຍຫຼັງການພົບປະເທື່ອທຳອິດຢູ່ກອງປະຊຸມ
ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍໃນວັນທີ 27 ກຸມພາ 2019. ພາບ: AFP/VNA
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ຍ່າງໄປຫາ
ຫ້ອງຈັດຕັ້ງການພົບປະເຈລະຈາເປີດກວ້າງ ກັບເຈົ້າໜ້າທີ່ ສອງປະເທດຢູ່ ຮ່າໂນ້ຍ ໃນວັນທີ 27 ກຸມພາ 2019. ພາບ: AFP/VNA
ການພົບປະເຈລະຈາເປີດກວ້າງລະຫວ່າງ ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ແລະ ທ່ານປະທານພັກແຮງງານ ສປປ ເກົາຫຼີ
Kim Jong-un. ພາບ: AFP/VNA
ຂະບວນລົດຂອງທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ເທິງຖະໜົນຢູ່ ຮ່າໂນ້ຍ. ພາບ: ຫວຽດເກື່ອງ/VNP
ຂະບວນລົດຂອງທ່ານປະທານາທິບໍດີ ສ ອາເມລິກາ Donald Trump ເທິງຖະໜົນຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP |
“ເລື່ອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ສະແດງໃຫ້ເຫັນວ່າ ນີ້ແມ່ນປະເທດໜຶ່ງທີ່ມີຄວາມອິດທິພົນ ແລະ ນິຍົມເຊື່ອຖື, ໄດ້ຮັບຖືເປັນຄູ່ຮ່ວມມືທີ່ດີ ຂອງຫຼາຍປະເທດໃນໂລກ”.
ທ່ານ Grigory Lokshin, ພະນັກງານຄົ້ນຄວ້າຂັ້ນສູງ ຂອງສູນກາງຄົ້ນຄວ້າ ຫວຽດນາມແລະ ອາຊຽນ, ຂຶ້ນກັບສະພາມະຫາບັນດິດ ວິທະຍາສາດ ສ ລັດເຊຍ. |
ອາດສາມາດຢືນຢັນວ່າ ຫວຽດນາມ ມີບົດບາດທີ່ເໝາະສົມໃນຂະບວນວິວັດແຫ່ງສັນຕິພາບເທິງແຫຼມ ສປປ ເກົາຫຼີ. ຫວຽດນາມມີສາຍພົວພັນມິດຕະພາບກັບ ສ ອາເມລິກາ ແລະ ສປປ ເກົາຫຼີ, ມີທີ່ຕັ້ງສະດວກໃຫ້ການໄປມາຂອງການນຳສອງປະເທດ. ຜ່ານ ການກາຍເປັນສະຖານທີ່ພົບປະລະຫວ່າງປະທານາທິບໍດີ ສ ອາເມລິກາ Donald Trump ແລະ ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un, ຫວຽດນາມ ສ້າງຄວາມປະທັບໃຈທີ່ເປັນປະເທດໜຶ່ງ ຍາດໄດ້ຄວາມໄວ້ວາງໃຈ ຈາກເພື່ອນມິດທີ່ເປັນ ມູນເຊື້ອ ແລະ ຄູ່ຮ່ວມມືພັດທະນາແຖວໜ້າຂອງໂລກ.
ຊາວນະຄອນຫຼວງ ຮ່າໂນ້ຍ ສະແດງຄວາມຍິນດີຕ້ອນຮັບ ການນຳປະເທດ ສ ອາເມລິກາ ແລະ ສປປ ເກົາຫຼີ ມາເຂົ້າຮ່ວມ ກອງປະຊຸມ. ພາບ: ເຕິດເຊີນ/VNP
ຊາວນະຄອນຫຼວງ ຮ່າໂນ້ຍ ສະແດງຄວາມຍິນດີ ຕ້ອນຮັບ ການນຳປະເທດ ສ ອາເມລິກາ ແລະ ສປປ ເກົາຫຼີ
ມາເຂົ້າຮ່ວມ ກອງປະຊຸມ. ພາບ: ກົງດາດ/VNP
ອະນຸຊົນ ຮ່າໂນ້ຍ ສະແດງຄວາມຍິນດີຕ້ອນຮັບການນຳປະເທດ ສ ອາເມລິກາ
ແລະ ສປປ ເກົາຫຼີ ມາເຂົ້າຮ່ວມກອງປະຊຸມ. ພາບ: ແຄ໋ງລອງ/VNP
ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ພວມລາຍງານຂ່າວ ກ່ຽວກັບເຫດການດັ່ງກ່າວ ຢູ່ຖະໜົນ ຫຼີຖາຍໂຕ. ພາບ: ເຕິດເຊີນ/VNP
ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ລໍຖ້າການລາຍງານຂ່າວ ກ່ຽວກັບທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un
ຢູ່ຖະໜົນ ຫຼີເຖື່ອງກຽດ, ຂົງເຂດ ໂຮງແຮມ Melia . ພາບ: ຫງວຽນຖັ໋ງ/VNP
ບັນດາຮູບພາບທີ່ສວຍງາມກ່ຽວກັບ ຫວຽດນາມ ຢູ່ສູນໜັງສືພິມ ສາກົນ ຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ໄດ້ຈັດວາງຢູ່ຫໍວັດທະນະທຳມິດຕະພາບ, ເຮືອນເລກທີ 91, ຖະໜົນ ເຈິ່ນຮືງດ້າວ, ເມືອງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ. ພາບ: ກົງດາດ/VNP
ຮ້ານຂາຍເຄື່ອງຫຼາຍແຫ່ງຢູ່ຖະໜົນເກົ່າ ຮ່າໂນ້ຍ ໄດ້ວາງຂາຍ
ເສື້ອມີຮູບປະມຸກລັດສອງປະເທດ. ພາບ: ແຄ໋ງລອງ/VNP
ນັກຂ່າວຕ່າງປະເທດຄົນໜຶ່ງ ຮູ້ສຶກປະທັບໃຈກັບກຸບຂອງ ຫວຽດນາມ. ພາບ: ແທງຢາງ/VNP
ເຝີ ຮ່າໂນ້ຍ ໄດ້ຮັບໃຊ້ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP
ນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ກວ່າ 3.000 ຄົນ ອາດສາມາດກິນອາຫານພື້ນເມືອງຂອງ ຫວຽດນາມ ກວ່າ 40 ເຍື່ອງ ໂດຍບໍ່ເສຍເງິນ ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP
ບັນດານັກຂ່າວຕ່າງປະເທດ ພວມລາຍງານຂ່າວກ່ຽວກັບ ກອງປະຊຸມດັ່ງກ່າວ ຢູ່ສູນໜັງສືພິມສາກົນ. ພາບ: ກົງດາດ/VNP
ມີນັກຂ່າວ ຫວຽດນາມ ແລະ ຕ່າງປະເທດ ກວ່າ 3.000 ເຂົ້າຮ່ວມ
ການລາຍງານຂ່າວ ຢູ່ກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ກົງດາດ/VNP
ຖະໜົນຫຼາຍສາຍຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງສວຍງາມ
ໃນໄລຍະໄຂຂຶ້ນກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2. ພາບ: ແທງຢາງ/VNP
ບັນດາພາຫະນະຮັບໃຊ້ໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ໃນໄລຍະໄຂຂຶ້ນກອງປະຊຸມສຸດສອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2.
ພາບ: ແທງຢາງ/VNP |
ຜ່ານເຫດການດັ່ງກ່າວ ອີກເທື່ອໜຶ່ງໄດ້ຢືນຢັນຜົນສຳເລັດຂອງ ນະໂຍບາຍປ່ຽນແປງໃໝ່ທີ່ ຫວຽດນາມ ປະຕິບັດໃນ 30 ກວ່າປີ ຜ່ານມາ. ແນວທາງຖືກຕ້ອງ ທີ່ພັກເລືອກເຟັ້ນ ໄດ້ມອບໃຫ້ ປະເທດຊາດ ບັນດາຖານະບົດບາດໃໝ່ ໃນປະຊາຄົນສາກົນ ແລະ ເປັນແບບຢ່າງພັດທະນາໜຶ່ງ ຂອງຫຼາຍປະເທດໃນໂລກ.
“ຂໍຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຢູ່ ຮ່າໂນ້ຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຂໍຂອບໃຈປະຊາຊົນ ຫວຽດນາມ, ຜູ້ທີ່ໃຫ້ການຕ້ອນຮັບຢ່າງຈິງໃຈ. ຂໍຂອບໃຈທີ່ໃຫ້ການຕ້ອນຮັບເຕັມໄປດ້ວຍຄວາມຍິນດີຢ່າງສຸດໃຈຂອງ ການນຳທຸກຂັ້ນ ແລະ ປະຊາຊົນ ຫວຽດນາມ”.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນຜ່ານທາງອິນເຕີເນັດ Twitter.
|
ບົດ: VNA-ພາບ: VNA, VNP, AFP