• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ໂຄງການກະທຳມີຄວາມໝາຍສຳຄັນພິເສດ, ແມ່ນວິທີເຮັດປ່ຽນແປງໃໝ່, ທັງມີລັກສະນະຍຸດທະສາດ, ກວມລວມ, ທັງມີລັກສະນະລະອຽດ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ເຂົ້າສູ່ຕົວຈິງໂດຍໄວ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ, ຊີ້ນຳກອງປະຊຸມ (ພາບ: media.quochoi.vn)

ຕອນເຊົ້າວັນທີ 07 ກຸມພາ, ກົມການເມືອງ, ຄະນະເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ ຈັດກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ເຊິ່ງໄດ້ຈັດຂຶ້ນແບບເຊິ່ງໜ້າຈາກຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ ແລະ ເຊື່ອມຕໍ່ທາງໄກກັບກວ່າ 31.000 ສະຖານທີ່ຢູ່ສູນກາງ, ບັນດາແຂວງ, ນະຄອນ, ຕາແສງ… ດ້ວຍຜູ້ແທນເຂົ້າຮ່ວມຢູ່ບັນດາສະຖານທີ່ເຊື່ອມຕໍ່ກວ່າ 1,9 ລ້ານຄົນ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ, ຊີ້ນຳກອງປະຊຸມ. ເຂົ້າຮ່ວມກອງປະຊຸມມີທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຫົວເລື່ອງສະເພາະ (ພາບ: media.quochoi.vn)

 ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ເຮັດແຈ້ງບັນດາເນື້ອໃນຈຸດສຸມ, ແກ່ນສານ ແລະ ຈຸດໃໝ່ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຜ່ານ 10 ຫົວເລື່ອງສະເພາະ. ສະເໜີຫົວເລື່ອງສະເພາະ “ໂຄງການກະທຳປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ” ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ໂຄງການກະທຳມີຄວາມໝາຍສຳຄັນພິເສດ, ແມ່ນວິທີເຮັດປ່ຽນແປງໃໝ່, ທັງມີລັກສະນະຍຸດທະສາດ, ກວມລວມ, ທັງມີລັກສະນະລະອຽດ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ເຂົ້າສູ່ຕົວຈິງໂດຍໄວ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີວ່າ:

        “ຄະນະພັກ, ອຳນາດການປົກຄອງ, ບັນດາທ້ອງຖິ່ນ, ອົງການໃນລະບົບການເມືອງ ຕ້ອງສຸມໃສ່ຊາບຊຶບຢ່າງເຂັ້ມງວດ, ຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນໂຄງການກະທຳດ້ວຍທິດນຳ: “1 ເປົ້າໝາຍ” ລຸລ່ວງແມ່ນເອກະລາດ, ເສລີພາບ, ຄວາມອິ່ມໜຳສຳລານ, ສົມບູນພູນສຸກ. “2 ຮັບປະກັນ” ແມ່ນຕ້ອງ ຮັບປະກັນການພັດທະນາເປັນປົກກະຕິ, ເປັນປົກກະຕິເພື່ອຊຸກຍູ້ການພັດທະນາ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມສະຫງົບສຸກໃນປະຊາຊົນ. “3 ມີ” ໃນນັ້ນປະກອບສ່ວນແຫຼ່ງກຳລັງ: ມີການປະກອບສ່ວນຂອງລັດ, ຂອງວິສາຫະກິດ, ຂອງປະຊາຊົນ,. “4” ບໍ່” ເພື່ອຕ້ານການຟູມເຟືອຍເວລາ: ບໍ່ປະໃຫ້ຟຸມເຟືອຍໃນໜຶ່ງມື້, ບໍ່ຊັກຊ້າໃນໜຶ່ງອາທິດ, ບໍ່ພາດໂອກາດໃນໜຶ່ງເດືອນ ແລະ ບໍ່ຕົກຢູ່ໃນທ່າຮັບໃນໜຶ່ງປີ. “5 ຫັນ” ໃຫ້ແກ່ການ: ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຫັນແຫຼ່ງກຳລັງໃຫ້ມີປະສິດທິຜົນສູງສຸດ, ຫັນການຄຸ້ມຄອງເປັນອັດສະລິຍະ, ສ້າງຄວາມກົມກຽວລະຫວ່າງຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ວິສາຫະກິດ.

        ຕອນບ່າຍວັນດຽວກັນ, ກອງປະຊຸມສືບຕໍ່ດຳເນີນສະເໜີບັນດາບົດລາຍງານຫົວເລື່ອງສະເພາະ. ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດກ່າວປາໄສທີ່ກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ

ຖະແຫຼງການຮ່ວມລະຫວ່າງ ສສ.ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ

2 ຝ່າຍໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນແລະກັນເພື່ອການພັດທະນາ, ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

Top