• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ

ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ, ເນື້ອໃນເປີດກວ້າງເປົ້າໝາຍໄດ້ຮັບການໜູນຊ່ວຍດ້ານນິຕິກຳ ໄດ້ຮັບຫຼາຍຄຳເຫັນປະກອບຈາກສະມາຊິກສະພາແຫ່ງຊາດ.
  ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)  

ໂດຍ​ສືບ​ຕໍ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖ​ົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 11 ເມ​ສາ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ 3 ສະ​ບັບ, ລວມ​ມີ: ຮ່າງ​ກົດ​ໝາຍ​​ສະ​ບັບປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕ​ິ​ກຳ; ກົດ​ໝາຍ​ວ່າ​ດ້ວຍ​ທະ​ບຽນ​ຄອບ​ຄົວ (ສະ​ບັບ​ປັບ​ປຸງ); ຮ່າງ​ກົດ​ໝາຍ​​ສະ​ບັບປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍທະ​ບຽນ​ສານ.

ເມື່ອ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕ​ິ​ກຳ, ເນື້ອ​ໃນ​ເປີດກວ້າງ​ເປົ້າ​ໝາຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​ກຳ ໄດ້​ຮັບຫຼາຍ​ຄຳ​ເຫັນ​ປະ​ກອບ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຕາມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແລ້ວ, ຂໍ້​ກຳ​ນົດ​ນີ້ບໍ່​ພຽງ​ແຕ່​ສົ່ງ​ຜົນ​​ກະ​ທົບ​ທີ່​ຕັ້ງ​ໜ້າ​ເຖິງ​ຄວາມ​ສະ​ເໝີ​ພາບໃນ​ການ​ເຂົ້​າ​ເຖິງ​ກັບ​ຄວາມ​ຍຸ​ຕິ​ທຳ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ຕອນ​ບ່າຍ​ວັນ​ທີ 11 ເມ​ສາ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລືຢ​ູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ: ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ວ່າ​ດ້ວຍ​ກົນ​ໄກ​ສົມ​ທົບ​ກັນ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໃນ​ການ​ລົງ​ທຶນ​ສາ​ກົນ; ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ຜູ້​ຕາງ​​ໜ້າ​ປະ​ເທດ ສ​ສ.ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ.

ແຫຼ່ງຄັດຈາກ VOV)

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ

ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ

Top