ເຖິງວ່າໄດ້ເຕະໄປໃສ່ປະຕູໂກນ ກາຕາ ກວ່າ 20 ຄັ້ງ ແຕ່ທິມບານເຕະມາຈາກ ເອີລົບ ກໍ່ຍິງເຂົ້າປະຕູພຽງແຕ່ 1 ລູກ. ໃນນັດແຂ່ງຂັນຕັ້ງທີ 2, ເຂົາເຈົ້າຖືກຍິງເຂົ້າປະຕູໃນເວລາທົດແທນຂອງນັດແຂ່ງຂັນ.
ທິມບານເຕະ ສະວິດ (ພາບ: Anadolu Agency/TTXVN)
ຮຸ່ງເຊົ້າວັນທີ 14 ມິຖຸນາ (ຕາມເວລາ ຫວຽດນາມ), ກາຕາ ໄດ້ສ້າງຄວາມປະຫຼາດໃຈເມື່ອຄວ້າໄດ້ຄະແນນທຳອິດໃນປະຫວັດສາດ World Cup ໃນການແຂ່ງຂັນເປີດສາກສາຍ B ເມື່ອມີຜົນສະເໝີກັນ 1 ປະຕູຕໍ່ 1 ກັບທິມ ສະວິດ ຍ້ອນການຍິງເຂົ້າປະຕູໃນຈຸດເວລາສຸດທ້າຍຂອງນັດແຂ່ງຂັນ. ພາຍຫຼັງການແຂ່ງຂັນ, ສື່ມວນຊົນ ສະວິດ ໄດ້ສະແດງຄວາມຜິດຫວັງຕໍ່ກັບນັດແຂ່ງຂັນທີ່ສະເໝີກັນຂອງທິມກິລາບານເຕະຕົນ.
“ຄວາມພ່າຍແພ້” ຈາກໜັງສືພິມ Neue Zürcher Zeitung ຂອງ ສະວິດ ເມື່ອວິເຄາະກ່ຽວກັບນັດແຂ່ງຂັນສະເໝີກັນ. ເຖິງວ່າໄດ້ເຕະໄປໃສ່ປະຕູໂກນ ກາຕາ ກວ່າ 20 ຄັ້ງ ແຕ່ທິມບານເຕະມາຈາກ ເອີລົບ ກໍ່ຍິງເຂົ້າປະຕູພຽງແຕ່ 1 ລູກ. ໃນນັດແຂ່ງຂັນຕັ້ງທີ 2, ເຂົາເຈົ້າຖືກຍິງເຂົ້າປະຕູໃນເວລາທົດແທນຂອງນັດແຂ່ງຂັນ.
# ບຣາຊິນ ກໍ່ມີການແຂ່ງຂັນທີ່ບໍ່ງ່າຍຢູ່ World Cup 2026 ເມື່ອມີຜົນສະເໝີກັນ 1 ປະຕູຕໍ່ 1 ກັບທິມ ມາຣົກ ໃນການແຂ່ງຂັນຢູ່ສາຍ C ທີ່ຈັດຂຶ້ນໃນວັນທີ 14 ມິຖຸນາ. ນີ້ແມ່ນໝາກຜົນທີ່ເຮັດໃຫ້ ບຣາຊິນ ບໍ່ມີຄວາມເພິ່ງພໍໃຈໃນນັດທຳອິດ.
(ແຫຼ່ງຄັດຈາກ VOV)