• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຮັບ​ຮູ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ຢ່າງ​ແຮງ​ຂອງ​ສາ​ທາ​ລະ​ນະ​ສຸກ​ຊຸມ​ຊົນ ຫວຽດ​ນາມ ໃນ​ປີ 2025

ໃນຂອບເຂດໂຄງການປະຕິຮູບເປີດກວ້າງໃນປີ 2025, ລັດຖະບານ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງໃຫ້ແກ່ບັນດາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ວາງອອກຄວາມຄາດຫວັງໃຫ້ແກ່ຂະແໜງສາທາລະນະສຸກ.
ຄົນເຈັບລໍຖ້າຮັບຢາໂດຍບໍ່ເສຍຄ່າ ຢູ່ໂຮງໝໍແຂວງ ບາກລຽວ (ພາບ: TTXVN)

ໃນບົດລາຍງານທີ່ໄດ້ເອົາລົງໃນເວັບໄວທາງການຫວ່າງມໍ່ໆມານີ້, ອົງການອະນາໄມໂລກ (WHO)  ໄດ້ໃຫ້ຂໍ້ສັງເກດວ່າ: ໃນຂອບເຂດໂຄງການປະຕິຮູບເປີດກວ້າງໃນປີ 2025, ລັດຖະບານ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງໃຫ້ແກ່ບັນດາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ວາງອອກຄວາມຄາດຫວັງໃຫ້ແກ່ຂະແໜງສາທາລະນະສຸກ. ບັນດາຄວາມຄາດຫວັງນັ້ນ ລວມມີຄຳໝັ້ນສັນຍາສະໜອງການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນແບບບໍ່ເກັບຄ່າໃນອະນາຄົດ, ຫັນເປັນດີຈີຕອນ, ວິທີການສຳຜັດຫຼາຍຂະແໜງສຳລັບຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ສາທາລະນະສຸກຊຸມຊົນ ລວມທັງສິ່ງແວດລ້ອມທີ່ປອດໂປ່ງກວ່າ ແລະ ບຸລິມະສິດລົງທຶນເຂົ້າຂົງເຂດສາທາລະນະສຸກຊຸມຊົນ ແລະ ບັນດາການບໍລິການສາທາລະນະສຸກຮາກຖານ.

        WHO ມີຄວາມພາກພູມໃຈທີ່ແມ່ນຄູ່ຮ່ວມມືຂອງລັດຖະບານ ຫວຽດນາມ, ພ້ອມກັບບັນດາຄູ່ຮ່ວມມື ແລະ ນັກອຸປະຖຳພາຍໃນ ແລະ ສາກົນ. ໃນບົດລາຍງານ, WHO ໄດ້ຝາກຄຳຂອບໃຈມາຍັງທຸກປະເທດສະມາຊິກ, ຄູ່ຮ່ວມມື ແລະ ນັກອຸປະຖຳທີ່ໄດ້ປະກອບສ່ວນໃຫ້ແກ່ວຽກງານຂອງອົງການນີ້ ແນໃສ່ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ຫວຽດນາມ. ດ້ວຍແຫຼ່ງການເງິນຍືນຍົງ ແລະ ມີສະຖຽນລະພາບ, WHO ສາມາດສືບຕໍ່ຊຸກຍູ້ຄວາມຍຸຕິທຳດ້ານສາທາລະນະສຸກ, ຊ່ວຍນຳບັນດາເປົ້າໝາຍພັດທະນາແບບຍືນຍົງທີ່ກ່ຽວຂ້ອງເຖິງສາທາລະນະສຸກກັບຄືນໄປຖືກທິດ ແລະ ກະກຽມໃຫ້ແກ່ລະບົບສາທາລະນະສຸກ ແລະ ຊຸມຊົນ ຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top