ເປັນຄັ້ງທຳອິດໃນປະຫວັດສາດ ຂອງ WEF ໄດ້ມີການນຳ ສູງ ສຸດ ຂອງ ພັກກອມມູນິດ ຫວຽດນາມ, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມ ວາລະໄຂກອງປະຊຸມ. ບັນດາສະມາຊິກ ຂອງ ລັດຖະບານ ຊ່ຶງລວມມີ ນາຍົກລັດຖະມົນຕີ, ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ 7 ທ່ານ ກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງ ໜ້າໃນບັນດາກອງປະຊຸມເວທີ ສົນທະນາ ທີ່ແຕກຕ່າງກັນ ຂອງ WEF ເພື່ອແບ່ງປັນຄຳຄິດເຫັນ ແລະ ຮ່ຳຮຽນ ເອົາ ບົດຮຽນ ໃນການປະຕິບັດ ອຸດສາຫະກຳ 4.0.
WEF ASEAN 2018 ໄດ້ມີ ປະມຸກລັດ ຂອງບັນດາປະເທດ ASEAN, ຜູ້ນຳຂັ້ນສູງຂອງບັນດາປະເທດຄູ່ຮ່ວມມື 9 ທ່ານ ແລະ ຜູ້ຕາງໜ້າ ບັນດາ ກຸ່ມບໍລິສັດນາໆ ຊາດ, ບັນດາວິສາຫະກິດ ASEAN ແລະ ສາກົນ ປະມານ 1.000 ທ່ານ ພ້ອມກັບວິສາຫະກິດພາຍໃນ ປະມານ 800 ແຫ່ງ, ກັບ 60 ວາລະການປະຊຸມ. |
ທ່ານປະທານ WEF - Klaus Schwab ກ່າວເນັ້ນວ່າ ການ ປະຕິວັດອຸດສາຫະກຳ ຄັ້ງທີ 4 ໄດ້ຫັນປ່ຽນຕົວແບບ ດຳເນີນ ທຸລະກິດ, ລັກສະນະເສດຖະກິດ, ສັງຄົມ ໂດຍພື້ນຖານ ແລະ ມີລັກສະນະບຸກທະລຸ. ການແກ່ງແຍ້ງທົ່ວໂລກ ໄດ້ກໍານົດ ດ້ວຍ ຄວາມສາມາດ ໃນການແກ່ງແຍ້ງແຂ່ງຂັນ ຫາກບໍ່ແມ່ນຍ້ອນ ລາຄາອີກແລ້ວ. ເພື່ອສາມາດກຳນົດທິດທາງ ຢ່າງປະສົມຜົນ ສຳເລັດ ໃນການປະຕິວັດ ອຸດສາຫະກຳ ຄັ້ງທີ 4, ຮຽກຮ້ອງ ລັດ ຖະບານ ບັນດາປະເທດ ASEAN ຕ້ອງອໍານວຍຄວາມ ສະ ດວກ ໃຫ້ແກ່ ບັນດາ ບໍລິສັດເລີ່ມຕົ້ນ ທຸລະກິດ ກໍຄືບັນດາ ບໍລິສັດ ຂະໜາດນ້ອຍ ແລະ ກາງ. ການປະສານງານ ລະຫວ່າງ ລັດຖະບານ ແລະ ວິສາຫະກິດ ສຸດທີ່ສຳຄັນ. ທ່ານ Klaus Schwab ເຊື່ອໝັ້ນວ່າ ບັນດາປະເທດ ASEAN ກັບ ວິໄສທັດ ທີ່ສອດຄ່ອງ, ນະໂຍບາຍ ດີທີສຸດ, ປະຊາກອນໜຸ່ມ ແລະ ນຳ້ໃຈດຳເນີນ ທຸລະກິດສູງ ຈະເປັນ ຜູ້ນຳໜ້າໃນການ ປະຕິວັດ ອຸດສາຫະກຳ 4.0.
![]() ພິທີໄຂກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ກ່ຽວ ກັບ ASEAN 2018 ໄດ້ຮັບການຈັດຂຶ້ນ ຢ່າງສົມກຽດ ທີ່ສູນ ປະຊຸມແຫ່ງຊາດ (ຮ່າໂນ້ຍ). ໃນພາບ: ສະຫາຍ ເລຂາທິການ ໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ຟຸກ, ທ່ານສາດສະດາຈານ Klaus Schwab - ຜູ້ກໍ່ຕັ້ງ ທັງເປັນ ປະທານບໍລິຫານ WEF ພ້ອມກັບກັບ ບັນດາປະມຸກລັດ ຂອງ ບັນດາປະເທດ ASEAN 9 ທ່ານ ໄດ້ເຂົ້າຮ່ວມ ວາລະ ໄຂກອງ ປະຊຸມດັ່ງ ກ່າວ. ພາບ: VNA ![]() WEF ASEAN 2018 ມີປະມຸກລັດ ຂອງ ບັນດາປະເທດ ໃນກຸ່ມ ASEAN, ຜູ້ນຳຂັ້ນສູງຂອງບັນດາປະເທດ ຄູ່ຮ່ວມມື ລວມ 9 ທ່ານ ແລະ ຜູ້ຕາງໜ້າບັນດາກຸ່ມບໍລິສັດ ແຫ່ງຊາດ, ບັນດາວິສາຫະກິດ ASEAN ແລະ ສາກົນ ປະມານ 1.000 ທ່ານ ພ້ອມກັບ ວິສາຫະກິດພາຍໃນ ປະມານ 800 ແຫ່ງ, ກັບ 60 ວາລະການປະຊຸມ. ພາບ: ຈີ້ຢຸງ/VNA ![]() ທ່ານສາດສະດາຈານ Klaus Schwab - ຜູ້ກໍ່ຕັ້ງ ທັງເປັນ ປະທານບໍລິຫານ ເວທີປາໄສເສດຖະກິດໂລກ ກ່າວປາໄສ ໃນວາລະ ໄຂກອງປະຊຸມຄົບຄະນະ WEF ASEAN 2018. ພາບ: ເລີມແຄ໋ງ/VNA ![]() WEF ASEAN 2018 ໄດ້ສຸມໃສ່ພິຈາລະນາ ບັນດາບັນຫາ ສຳຄັນ ຂອງ ພາກພື້ນ ແລະ ໃນໂລກ ພາຍໃຕ້ 3 ຫົວຂໍ້ໃຫຍ່ ເຊັ່ນ: ຄຸ້ມຄອງບໍລິຫານພາກພື້ນ ແລະ ທົ່ວໂລກ; ພື້ນຖານເສດ ຖະກິດ ແລະ ດຳເນີນທຸລະກິດ ທີ່ຂະຫຍັນຂັນແຂງ; ສະຫວັດດີການສັງຄົມ. ພາບ: VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງສສ ຫວຽດ ນາມ ເຂົ້າຮ່ວມ ແລະ ກ່າວປາໄສ ໃນວາລະປະຊຸມ ຄົບຄະນະ “ວິໄສທັດໃໝ່ ພາກພື້ນ ແມ່ຂອງ” ໃນຂອບເຂດ ກອງປະຊຸມ ເວທີປາໄສ ເສດຖະກິດໂລກ ກ່ຽວກັບ ASEAN 2018. ພາບ: ຖົ໋ງເຍິດ/VNA ![]() ກອງປະຊຸມເວທີ ສົນທະນາ ພາຍໃຕ້ຫົວຂໍ້: “ແງ່ຫວັງ ພູມີປະ ເທດ ດ້ານການເມືອງ ອາຊີ”. ທ່ານ ຟ້າມບິ່ງມິນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ເຂົ້າ ຮ່ວມກອງປະຊຸມ ແລະ ຮ່ວມເວທີ ສົນທະນາ ດັ່ງກ່າວ. ພາບ: ເລີມແຄ໋ງ/VNA ![]() ເວທີປາໄສ ການຈະເລີນເຕີບໂຕ ອາຊີ 2018 ພາຍໃຕ້ຫົວຂໍ້: “ປ່ຽນໃໝ່ ເພື່ອສ້າງຄວາມປ່ຽນແປງ: ຂຸດຄົ້ນ ແລະ ຖ່າຍທອດ ແຮງບັນດານໃຈ”. ທ່ານ ຈິ້ງດິ່ງຢຸ້ງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສ. ພາບ: ເລີມແຄ໋ງ/VNA ![]() ກອງປະຊຸມສົນທະນາພາຍໃຕ້ຫົວຂໍ້: “ອະນາຄົດ ວຽກເຮັດ ງານທຳ ຢູ່ ASEAN ໃນການປະຕິວັດອຸດສາຫະກຳ 4.0. ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມໃນກອງປະຊຸມ ສົນທະນາດັ່ງກ່າວ. ພາບ: ຫງວຽນຄາງ/VNA ![]() ໃນກອບກອງປະຊຸມ WEF ASEAN 2018, ທ່ານ ເວືອງດິ່ງ ເຫວ້ ຮອງນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ ໄດ້ມີ ການພົບປະ ແລະ ສົນທະນາ ກັບຜູ້ນຳ ຂອງກວ່າ 50 ກຸ່ມບໍລິ ສັດ ການເງິນ, ເຕັກໂນໂລຊີ ທົ່ວໂລກ. ພາບ: ເລີມແຄ໋ງ/VNA ![]() ພາບລວມໃນເວທີປາໄສ ພາຍໃຕ້ຫົວຂໍ້ທີ່ວ່າ: “ASEAN 4.0 ໃຫ້ທັງໝົດ”. ພາບ: ເລີມແຄ໋ງ/VNA ![]() ກອງປະຊຸມເວທີ ສົນທະນາພາຍໃຕ້ຫົວຂໍ້: “ພາດໂອກາດ: ຕາໜ່າງວົງຄະນາຍາດຢູ່ຕ່າງປະເທດ”. ພາບ: ເລີມແຄ໋ງ/VNA ![]() ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ລັດ ຖະບານ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສ ໃນພິທີປິດ WEF ASEAN 2018. ພາບ: VNA |
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄຈ້ແຍກ ບັນດາ ກາລະໂອກາດ ທີ່ການປະຕິວັດອຸດສາຫະກຳ 4.0 ໄດ້ນຳມາ ໃຫ້ແກ່ ບັນດາປະເທດ ASEAN. ນັ້ນແມ່ນ ການບຸກທະລຸ ກ່ຽວກັບອັດຕາສະມັດຕະພາບ ໃນ 5 ຂະແໜງການອຸດ ສາຫະກຳ ໃຫຍ່ເຊັ່ນ: ເອເລັກໂຕຣນິກ, ເຄມີທາດ ແລະ ນຳ້ມັນອາຍແກັສ, ສິນຄ້າບໍລິໂພກ, ສະບຽງອາຫານ ແລະ ການຢາ; ສ້າງການ ເຊື່ອມຕໍ່ ແລະ ແບ່ງປັນບັນດາຄຸນຄ່າ ແລະ ຄວາມປະດິດຄິດ ສ້າງໃໝ່... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ ແຈ້ງ ບັນດາ ສິ່ງທ້າທາຍ ທີ່ ASEAN ຕ້ອງປະເຊີນໜ້າເຊັ່ນ: ໄພອັນຕະລາຍ ເສຍ ວຽກເຮັດງານທຳ ເມື່ອນໍາໃຊ້ ຫັນເປັນ ອັດຕະໂນມັດ, ເຮັດໃຫ້ເພີ່ມໄລຍະຫ່າງ ດ້ານລາຍຮັບ...
ຕາມບົດລາຍງານຄົ້ນຄວ້າ “ເຕັກໂນໂລຊີ ແລະ ອະນາຄົດ ວຽກເຮັດງານທຳ ASEAN”, ASEAN ມີຈຳນວນພົນລະເກືອບ 630 ລ້ານຄົນ; 90% ໃນຈຳນວນນີ້ ໄດ້ເຂົ້າເຖິງລະບົບອິນເຕີເນັດ. ມາຮອດປີ 2020-2022, ພາກພື້ນນີ້ ຈະມີການປ່ຽນແປງໃໝ່, ປະດິດສ້າງ ແລະ ບຸກທະລຸ ກ່ຽວກັບເຕັກໂນໂລຊີ ໂດຍອີງໃສ່ພູມປັນບຸກຄະລາກອນ, ຈາກນັ້ນຈະມີວຽກເຮັດງານທຳໃໝ່ ທີ່ເພີ່ມຂຶ້ນ. |
ກ່າວປາໄສທີ່ກອງປະຊຸມ, ປະທານ ASEAN 2018, ທ່ານ ຫຼີ ສຽນຫຼົງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ໃຫ້ຂໍ້ສັງເກດວ່າ ບັນ ດາປະເທດ ສະມາຊິກ ASEAN ກຳລັງຢູ່ ຈຸດທີ່ຕັ້ງທີ່ດີເພື່ອ ນໍາ ໃຊ້ບັນດາກາລະໂອກາດໃໝ່ ທີ່ການປະຕິວັດ ອຸດສາຫະກຳ 4.0 ນໍາມາໃຫ້. ASEAN ຈະກາຍເປັນພື້ນຖານເສດຖະກິດໃຫຍ່ ອັນດັບທີ 4 ຂອງໂລກ ໃນປີ 2020, ຖັດຈາກ ສ.ອາເມລິກາ, ສປ.ຈີນ ແລະ ສະຫະພາບ ເອີຣົບ.
ເພື່ອຮັບປະກັນໃຫ້ທົ່ວພາກພື້ນ ມີຄວາມສາມາດ ໃນການ ພັດທະນາ ແລະ ຈະເລີນເຕີບໂຕ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ ASEAN ຕ້ອງຮັກ ສາໄວ້ ລັກສະນະເປັນກາງ, ເອກະພາບ ຂອງຕົນ ແລະ ມອບສິດ ໃຫ້ແກ່ວິສາຫະກິດ ຫຼາຍຍິ່ງຂຶ້ນ. ຕ້ອງມີ ບັນດາກົນໄກ ທີ່ສອດຄ່ອງ ເພື່ອໃຫ້ບັນດາວິສາຫະກິດ ມີຄວາມສາມາດ ແກ້ໃຫ້ ເໝາະສົມ ໃນເງື່ອນໄຂແກ່ງແຍ້ງໃໝ່.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກ ລັດ ຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ກ່າວວ່າ ASEAN ຕ້ອງສືບຕໍ່ ເຊື່ອມຕໍ່ ກັບບັນດາພາກພື້ນ, ຕ້ອງມີການກະກຽມ ເພື່ອຮັບມື ກັບ ບັນດາໄພອັນຕະລາຍ ເປັນຢ່າງດີ. ພິເສດ,ຕ້ອງການສຸມໃສ່ ໃນການສຶກສາ ແລະ ສ້າງຄວາມສາມາດ ເພື່ອແກ້ໄຂ ບັນດາຜົນເສຍຫາຍ ໃນວຽກງານ ແລະ ຄວາມ ບໍ່ສະເໝີພາບ ກ່ຽວກັບ ດ້ານເສດຖະກິດ ແລະ ສັງຄົມ.
ທີ່ກອງປະຊຸມ WEF ASEAN 2018, ມີຫຼາຍເນື້ອໃນຕົວຈິງ ໄດ້ນຳມາແລກປ່ຽນ, ພິຈາລະນາ ຫາລື ຢ່າງເລິກເຊິ່ງເຊັ່ນ: ຊຸກ ຍູ້ການເລີ່ມຕົ້ນທຸລະກິດ ປ່ຽນໃໝ່ການປະດິດສ້າງ; ວຽກງານ ASEAN ໃນສະໄໝ 4.0; ກາລະໂອກາດ, ສິ່ງທ້າທາຍ ກໍຄື ທິດທາງໃໝ່ ຂອງລະບົບ ສາທາລະນະສຸກ ASEAN; ມຸ່ງສູ່ ຄວາມປອດໄພ ດ້ານການມະນາຄົມທາງບົກ; ຂຸດຄົ້ນແຫຼ່ງ ກຳ ລັງແຮງຈາກຊາວຕ່າງດ້າວ ຂອງ ASEAN…
ຕີລາຄາກ່ຽວກັບຜົນສຳເລັດຂອງ WEF ASEAN 2018, ທ່ານປະທານ WEF Klaus Schwab ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມປະສົມຜົນສຳເລັດທີ່ສຸດ ໃນໄລະຍະ 27 ປີ ແຫ່ງການຈັດຕັ້ງ ເວທີປາໄສ WEF ພາກພື້ນ ASEAN ແລະ ອາຊີຕາເວັນອອກ. ກອງປະຊຸມໄດ້ປະສົບຜົນສຳເລັດໃນຫຼາຍແງ່, ຈາກເນື້ອໃນເຖິງ ວຽກງານພິທີການ, ຄວາມສະຫງົບ, ສາທາລະນະສຸກ, ພະລາ ທິການ, ສື່ສານ…
ຜົນສຳເລັດຂອງກອງປະຊຸມ WEF ASEAN 2018 ໄດ້ສ້າງຂີດໝາຍmujສຳຄັນ ໃຫ້ແກ່ ຫວຽດນາມ, ຢືນຢັນບົດບາດ, ອິດທິພົນຊື່ສຽງ ຂອງ ຫວຽດນາມ ໃນ ASEAN, ພາກພື້ນ ແລະ ໂລກ ນັບມື້ນັບໄດ້ຍົກສູງຂຶ້ນ; ສະແດງພະລັງດຶງດູດ ແລະຄວາມ ໄວ້ເນື້ອເຊື່ອໃຈ ຂອງປະຊາຄົມວິສາຫະກິດ, ນັກລົງທຶນສາກົນ ແລະ ແງ່ຫວັງຂະຫຍາຍຕົວ ຂອງ ຫວຽດນາມ; ພ້ອມກັນນັ້ນ ຢືນຢັນບົດບາດທີ່ຕັ້ງ ແລະ ພະລັງແຮງໃໝ່ ຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່; ສະແດງໃຫ້ເຫັນການເປັນເຈົ້າການ ແລະ ຄວາມຍິ່ງໃຫຍ່ ຂອງ ຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ.
![]() ທ່ານ ເຈິ່ນດ້າຍກວາງ ປະທານປະເທດ ແຫ່ງສສ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Aung San Suu Kyi ທີ່ປຶກສາ ແຫ່ງ ລັດ ມຽນມາ ເນື່ອງໃນໂອກາດເຂົ້າຮ່ວມ WEF ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຍານຊ໋າງ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບທ່ານ ຮູຈວນຮວາ ກຳມະການກົມ ການເມືອງ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຈີນ ເນື່ອງ ໃນ ໂອກາດ ເຂົ້າຮ່ວມ ກອງປະຊຸມ ເວທີປາໄສ ເສດຖະກິດ ໂລກ ກ່ຽວກັບ ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ ຕ້ອນຮັບ ທ່ານສາດສະດາຈານ Klaus Schwab - ປະທານຜູ້ກໍ່ຕັ້ງ ເວທີປາໄສເສດຖະກິດໂລກ (WEF). ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕ້ອນຮັບ ທ່ານ Taro Kono ລັດຖະມົນຕີການ ຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມ ເວທີປາ ໄສເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN) 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ຕ້ອນຮັບທ່ານ Kang Kyung-wha ລັດຖະມົນຕີ ການ ຕ່າງປະເທດ ສ.ເກົາຫຼີ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN) 2018 ທີ່ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ຕ້ອນຮັບທ່ານ Karim Temsamani, ປະທານບໍລິຫານ ອາຊີ-ປາຊີຟິກ ຂອງ ກຸ່ມບໍລິສັດ Google ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມ ເວທີປາໄສ ເສດຖະກິດໂລກ ກ່ຽວກັບ ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ຕ້ອນຮັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນ ແຊນ ນາຍົກລັດຖະມົນຕີ ກຳປູເຈຍ ເນື່ອງໃນໂອກາດ ເຂົ້າ ຮ່ວມກອງປະຊຸມ ເວທີປາໄສ ເສດຖະກິດໂລກ (WEF) ກ່ຽວ ກັບ ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕ້ອນຮັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມ ເວທີປາໄສ ເສດ ຖະກິດໂລກ (WEF) ກ່ຽວກັບ ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA ![]() ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕ້ອນຮັບທ່ານ ຟ້າມຕ໋ວນຟານ ຜູ້ອຳນວຍການ ດ້ານບໍລິຫານ ຄະນະເລຂາຄະນະກຳມາທິການແມ່ນ້ຳຂອງ ເນື່ອງໃນ ໂອກາດ ເຂົ້າຮ່ວມກອງປະຊຸມ ເວທີປາໄສ ເສດຖະກິດໂລກ (WEF) ກ່ຽວກັບ ASEAN 2018 ທີ່ ສສ ຫວຽດນາມ. ພາບ: ຖົ໋ງເຍິດ/VNA |
ກອງປະຊຸມ WEF ASEAN 2018 ໄດ້ມີ 7.890 ບົດ - ຂ່າວ ກ່ຽວກັບກອງປະຊຸມ (ກອງປະຊຸມ WEF ASEAN 2017 ມີບົດ-ຂ່າວ ພຽງ 2000 ກວ່າບົດ), ມີຜູ້ເຂົ້າ ຮ່ວມການແລກປ່ຽນ ສື່ສານເທິງເຄືອຄ່າຍອິນເຕີເນັດ ກ່ຽວກັບ WEF ASEAN 2018 ມີ 7 ລ້ານເທື່ອຄົນ; ມີບົດຂຽນ, ຄຳວິຈານ ຢູ່ເທິງ ເຟັດ ບຸກ ປະມານ 13.000 ເທື່ອຄົນ, ຊົມລາຍການໂດຍກົງ ຜ່ານ ທາງອິນເຕີເນັດ ບັນດາວາລະປະຊຸມ ກ່ຽວກັບ WEF ASEAN 2018 ມີ 90.000 ເທື່ອຄົນ. |
ບົດ: VNA/VNP