• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Viettel Global - ເສັ້ນ​ທາງ 20 ປີ​ບືນ​ຕົວ​ອອກ​ສູ່​ໂລກ

ກ່ອນ​ນີ້ 20 ປີ (2006 -2026), ກຸ່ມ​ບໍ​ລິ​ສັດອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ ຫວຽດນາມ (Viettel) ເລີ່ມ​ຕົ້ນ​ວິ​ວັດ​ທະ​ນາ​ການ​ເປີດກວ້າງ​ຕະຫຼາດ​ອອກ​ສູ່​ໂລກ. ດ້ວຍ​ທິດ​ກ້າວ​ເດີນ​ສະ​ເພາະ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ພັດ​ທະ​ນາ, ປັດ​ຈຸ​ບັນ​ນີ້, Viettel  ພວມ​ຫັນ​ຈາກ​ຮູບ​ແບບ “ລົງ​ທ​ຶນ​ອອກ​ສູ່​ຕ​່າງ​ປະ​ເທດ” ໄປ​ສູ່​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ທົ່ວ​ໂລກ (Go Global 2.0), ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ຂົງ​ເຂດ​ໂທ​ລະ​ຄົມ​ມະ​ນາ​ຄົມ - ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ.

ສຳ​ນັກ​ງານ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ (ພາບ: Viettel)
iettel Global ພ້ອມກັບບັນດາບຸກຄະລາກອນ ທີ່ມາຈາກຫຼາຍປະເທດແຕກຕ່າງກັນ. ພາບ: Viettel

ສອງ​ທົດ​ສະ​ວັດ​ຜ່ານ​ມາ, ​​ເສັ້ນ​ທາງ​ຄອອກ​ສູ່​ທົ່ວ​ໂລກຂອງ Viettel ຕິດ​ພັນ​ກັບ​ບັນ​ດາ​ຕະຫຼາດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ. ທ່ານ ຮ​ວ່າງ​ແອັງ​ຊວັນ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສ​ັດ Viettel ແບ່ງ​ປັນ​ວ່າ​:

“ຍຸດ​ທະ​ສາດ​ຂອງ Viettel ໃນ​ຄາວ​ນັ້ນ ແມ່ນ​ຕ້ອງນອນ​ໃນ​ກຸ່ມ 10 ບໍ​ລິ​ສັດ​ຂຸດ​ຄົ້ນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫຍ່​ສຸດ​ໃນ​ໂລກ. ດັ່ງ​ນັ້ນ, ຖ້າ​ວ່າ ບໍ່​ດຳ​ເນີນ​ການ​ລົງ​ທຶນ​ອອກ​​ຕ່າງ​ປະ​ເທດ​ນັ້ນ, ເປົ້າ​ໝາຍ​ນັ້ນ​ກໍ​ຈະ​ບໍ່​ປະ​ສົບ​ຜົ​ນ​ສຳ​ເລັດ. ຖ້າ Viettel ພຽງ​ແຕ່​ຢູ່​ຕະຫຼາດ ຫວຽດ​ນາມ ຢ່າງ​ດຽວ, ກໍ​ຈະ​ບໍ່​ສາ​ມາດ​ນອນ​ໃນ​ກຸ່ມ 10 ບໍ​ລິ​ສັດ​ຂຸດ​ຄົ້ນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫຍ່​ສຸດ​ໃນ​ໂລກ​ໄດ້”.

ຢູ່ ກຳ​ປູ​ເຈຍ, ຕະຫຼາດ​ບ້ານ​ໃກ້​ເຮືອນ​ຄຽງ​ທຳ​ອິດ​ຂອງ Viettel, ເຄື່ອງ​ໝາຍ​ການ​ຄ້າ Metfone ແມ່ນ​ບໍ​ລິ​ສັດ​ອິນ​ເຕີ​ເນັດ​ທີ 8 ທີ່​ໄດ້​ຮັບ​ການ​ອະ​ນຸຍາດ,ໂດຍມີ​ການແກ່ງແຍ້ງ​ຢ່າງ​ຂ້ຽວ​ຂາດ. Viettel ໄດ້​ກໍ່​ສ້າງ​ຕາ​ໜ່າງ​ເຄືອຂ່າຍໄປເຖິງ​ເຂດ​ຊຸມ​ຊົນ​ເກືອບ​ໝົດຢ່າງວ່ອງ​ໄວ, ປະ​ກອບ​ສ່ວນ​ສ​ະໜອງ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ອິນ​ເຕີ​ເນັດ​ໄປເຖິງ​ທັງ​ເຂດ​ຊົນ​ນະ​ບົດ, ເຂດ​ຊາຍ​ແດນ​ອີກ​ດ້ວຍ. ໄລ່​ມາ​ຮອດ​ປັ​ດ​ຈຸ​ບັນ, Metfone ບໍ່​ພຽງ​ແຕ່​ແມ່ນ​ບໍ​ລິ​ສັດ​ອິນ​ເຕີ​ເນັດ​ໃຫຍ່​ສຸດ​ຢູ່ ກຳ​ປູ​ເຈຍ ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ໜຶ່ງໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແ​ກ່​ງົບ​ປະ​ມານ ແລະ ບັນ​ດາ​ໂຄງ​ການ​ສັງ​ຄົມ​ຢູ່​ປະ​ເທດ​ນີ້​ອີກ​ດ້ວຍ.

Natcom, ເຄື່ອງ​ໝາຍ​ການ​ຄ້າ Viettel ຢູ່ Haiti (ພາບ: qdnd.vn)

ຫຼື​ຢູ່ ​ໄຮ​ຕີ, Viettel ໄດ້​ເລີ່ມ​ຕົ້ນ​ໃນ​ສະ​ພາບ​ການ​ທີ່​ພິ​ເສດ​ທີ່​ສຸດ, ເມື່ອ​ປະ​ເທດ Caribe ນີ້ ຫາ​ກໍ່​ຜ່ານ​​ເຫດ​ແຜ່ນ​ດິນ​ໄຫວ​ທີ່ແສນ​ສາ​ຫັດ ໃນ​ປີ 2010 ເຮັດ​ໃຫ້​ພື້ນ​ຖານ​ໂຄງ​ລ່າງ​ສ່ວນຫຼາຍ​ຖືກ​ມ້າງ​ເພ​ທຳ​ລາຍ. ໃນ​ຂະ​ນະ​ນັ້ນ, Viettel ພຽງ​ແຕ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ ແລະ ຍັງ​ບໍ່​ທັນ​ສ້າງ​ຕາ​ໜ່າງ​ເຄືອຂ່າຍເທື່ອ, ແຕ່​ພາຍຫຼັງເຫດ​ວິ​ນາດ​ຕະ​ກຳ ກໍຍັງ​ຄົງ​ຕັດ​ສິນ​ໃຈ​ຮັກ​ສາ​ຄຳ​ໝັ້ນ​ໝາຍ, ຈັດ​ສົ່ງ​ນັກ​ວິ​ສະ​ວະ​ກອນ​ໄປ​ຍັງ ໄຮ​ຕີ ແລະ ເລີ່ມ​ກໍ່​ສ້າງ​ລະ​ບົບ​ໂທ​ລະ​ຄົມ​ມະ​ນາ​ຄົມ​ເກືອບ​ຄື​ວ່າ​ດ້ວຍ​ຕົວເລກ​ສູນ. ແຕ່​ດຽວ​ນີ້, ໄຮ​ຕີ ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ສາຍ​ກາບ​ໃຍ​ແກ້ວ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ Caribe. ທ່ານ ຫງວຽນ​ແມ້ງ​ຮຸ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ອະ​ດີດ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Viettel ໃຫ້​ຮູ້​ວ່າ:

“Viettel ອອກ​ສູ່​ໂລກ​ໂດຍບໍ່​ໄດ້​ຖື​ເຄື່ອງ​ໝາຍ​ການ​ຄ້າ Viettel ຫາກ​ຖື​ເອົາ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ປະ​ເທດ​ນັ້ນ. ເມື່ອ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ອອກຕ່າງ​ປະ​ເທດ​ລ້ວນ​ແຕ່​ຖື​ເຄື່ອງ​ໝາຍ​ການ​ຄ້າ​ໄປ​ພ້ອມ ແຕ່ Viettel ບໍ່​ໄດ້​ເຮັດ​ຄື​ແນວ​ນັ້ນ… ຕົວ​ຢ່າງ ຄື​ການ​ລົງ​ທຶນ​ຢູ່ ກຳ​ປູ​ເຈຍ, Viettel ໄດ້​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ”.

Viettel ຢືນຢູ່ອັນດັບທີ 1 ໃນ 7 ຕະຫຼາດ ຈາກຈຳນວນ 10 ຕະຫຼາດທີ່ໄດ້ລົງທຶນຢູ່ສາກົນ. ພາບ: ກຸ່ມບໍລິສັດ Viettel ສະໜອງໃຫ້
Viettel ພວມຫັນປ່ຽນຈາກຮູບແບບ “ການລົງທຶນອອກສູ່ຕ່າງປະເທດ” ໄປສູ່ຍຸດທະສາດດຳເນີນທຸລະກິດທົ່ວໂລກ (Go Global 2.0), ໂດຍມີເປົ້າໝາຍນຳເອົາຂີດຄວາມສາມາດລວມ ຂອງກຸ່ມບໍລິສັດອຸດສາຫະກຳ - ເຕັກໂນໂລຊີຊັ້ນສູງ ອອກສູ່ຕະຫຼາດສາກົນ.

ໂດຍ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນາໆ​ປະ​ການ​ໃນ​ຕ​ະ​ຫຼອດ​ເກືອບ 20 ປີ​ແຫ່ງ​ການ​ເປີດ​ທາງ​ອອກ​ສູ່​ໂລກ, ມີ​ພະ​ນັກ​ງານ Viettel ກວ່າ 10.000 ເທື່ອ​ຄົນ ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ, ອົດທົນ​ຕັ້ງໃຈ​ກໍ່​ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ເຄື່ອ​ງ​ໝາຍ​ການ​ຄ້າ​ໂທ​ລະ​ຄົມ​ມະ​ນາ​ຄົ​ມ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ​ທີ່​ຕົນ​ໄດ້​ລົງ​ທຶນ. ປັດ​ຈຸ​ບັນ​ນີ້, Viettel ໄດ້​ມີ​ໜ້າ ​ຢູ່ 16 ປະ​ເທດ, ລວມມີບັນ​ດາ​ປະ​ເທດ​ທີ່ໄປລົງ​ທຶນ ແລະ ບັນ​ດາ​ຫ້ອງ​ການ​ຕາງ​ໜ້າ. ທ່ານ ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຖື​ວ່າ:

“ບໍ​ລິ​ສັດ​ໃຫຍ່​ລົງ​ທຶນ​ຫຸ້ນ​ສ່ວນ​ສາ​ກົນ Viettel ໄດ້​ມີ​ການ​ປະ​ກອບ​ສ່ວນ​ດີ​ເດັ່ນ​ເປັນ​ພິ​ເສດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ດ້ວຍ​ບັນ​ດາ​ຂີດ​ໝາຍ​ທີ່​ພົ້ນ​ເດັ່ນ. ສ້າງ​ສຳ​ເລັດ 10 ເຄື່ອງ​ໝາຍ​ການ​ຄ້າ​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຖວ​ໜ້າ​ຢູ່ຫຼາຍ​ປະ​ເທດ. ນຳ​ໜ້າ​ພາ​ທາງ​ ແລະ ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ Viettel, ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ, ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ, ຂອງ​ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ກັບ​ເສດ​ຖະ​ກິດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຄາດ​ຫວັງ​ຂອງ​ຊາດ, ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ແລະ ຄຸນທາດຂອງວິ​ສາ​ຫະ​ກິດກອງ​ທັບ​ໃນ​ໄລ​ຍະ​ໃໝ່ຢ່າງ​ຈະ​ແຈ້ງ​”.

ທ່ານ ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ (ພາບ: qdnd.vn)

ປັດ​ຈຸ​ບັນ, Viettel ຖື​ອັດ​ຕາ​ສ່ວນ​ກວມໃຫຍ່​ສຸດຢູ່ 7 ໃນ 10 ຕະຫຼາດ​ທີ່​ພວມ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ (ລວມ​ມີ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ລາວ, ກຳ​ປູ​ເຈຍ, ມຽນ​ມາ, Timor Leste; 4 ປະ​ເທດ ອາ​ຟະ​ລິ​ກາ: ໂມ​ຊຳ​ບິກ, ກາ​ເມີ​ຣູນ, ຕັງ​ຊາ​ນີ, Burundi; 2 ປະ​ເທດ ອາ​ເມ​ລິ​ກາ: ໄຮ​ຕີ, ເປ​ຣູ). ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ເຄັດ​ລັບ​ເພື່ອ​ປະ​ສົບ​ຜົນ​ສຳ​ເລັດ​, ທ່ານ ຫງວຽນ​ແທັ່ງ​ເຍືອງ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ Viettel ກຳ​ປູ​ເຈຍ (ໄລ​ຍະ 2015 – 2019), ເນັ້ນ​ໜັກ​ວ່າ:

“ຄູ່​ແຂ່ງຍາມ​ໃດ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ລາ​ຄາຖືກ, ແຕ່ Viettel ບໍ່​ເດີນ​ຕາມ​ວິ​ທີ​ນັ້ນ, ໂດຍ​ຖື​ທິດສະດີ​ຂອງ Viettel ທີ່​ວ່າ ຖື​ລູ​ກ​ຄ້າ​ເປັນ​ບຸກຄົນພິເສດ​ສະ​ເພາະ. ບ່ອນ​ໃດ​ມີ​ການ​ແກ່ງແຍ້ງແຂ່ງ​ຂັນທີີ່ຂ້ຽວ​ຂາດ, ບ່ອນນັ້ນ Viettel ຈະ​ມີ​ນະ​ໂຍ​ບາຍ​ລາ​ຄາ​ຕ່າງຫາກ”.

ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ ໄດ້​ນຳ​ມາ​ເຊິ່ງ​ລາຍ​ຮັບ​ກວ່າ 3 ຕື້ USD ຕໍ່​ປີ, ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ລາຍ​ຮັບ​ປະ​ມານ 20% ໃນຫຼາຍ​ປີ​ຢ່າງ​ລຽນ​ຕິດ. ແຕ່​ລະ​ປີ, ບັນ​ດາ​ຕະຫຼາດ​ຕ່າງ​ປະ​ເທດ​ໄດ້​ປະ​ກອບສ່ວນ​ເຂົ້າ​ໃນ​ກະ​ແສການ​ສົ່ງ​ເງິນ​ຕາ​ກັ​ບ​ຄືນ​ເມືອ​ປະ​ເທດ ແຕ່ 350 – 400 ລ້ານ USD ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ​ກັບ Viettel ກຳ​ປູ​ເຈຍ ເມື່ອ​ເດືອນ ກໍ​ລະ​ກົດ 2024, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ຍາກ​ທີ່ຈະ​ມີ​ບໍ​ລິ​ສັດ​ໃດ​ທີ່​ລົງ​ທຶນ​ອອກ​ສູ​່​ຕ່າງ​ປະ​ເທດ​ຄື Viettel ໄດ້​ນຳ​ຜົນ​ປະ​ໂຫຍດ​ມາໃຫ້​ແກ່​ປະ​ເທດ​ຊາດ, ຜົນ​ປະ​ໂຫຍດທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ການ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ. ສິ່ງ​ເຫຼົ່າ​ນັ້ນ ໄດ້​ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ, ໂດຍບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງດຽວເທົ່າ​ນັ້ນ”.

ພາຍຫຼັງ 20 ປີ​ທີ່​ມີ​ໜ້າ​ໃນ​ຕະຫຼາດ​ສາ​ກົນ, Viettel ພວມ​ຫັນ​ຈາກ​ຮູບ ຮູບ​ແບບ “ລົງ​ທຶນ​ອອກ​ສູ່​ຕ່າງ​ປະ​ເທດ” ໄປ​ສູ່​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ທົ່ວ​ໂລກ (Go Global 2.0), ດ້ວຍ​ເປົ້າ​ໝາຍ​ນຳ​ກຳ​ລັງ​ຄວາມ​ສາ​ມາດ​ສັງ​ລວມ​ຂອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ເຕັກ​ໂນ​ໂລ​ຢີ​ສູງ​ອອກ​ສູ່​ຕະຫຼາດ​ສາ​ກົນ. Viettel ວາງ​ເປົ້າ​ໝາ​ຍ​ສືບ​ຕໍ່​ພັດ​ທະ​ນາ​ຂົງ​ເຂດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຢ່າງ​ແຮງ, ພ້ອມ​ທັງ​ພັດ​ທະ​ນາ​ໄປ​ສູ່​ຂົງ​ເຂດໃໝ່, ເຊັ່ນ: ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງທີ່ໃຊ້ໄດ້ທັງໃນທາງການທະຫານ ແລະ ພົນລະເຮືອນ (Dual-UseHigh-Tech Industry), ກ​ານ​ຄ​້າ​ເອ​ເລັກ​ໂຕ​ນິກ, logistic. ດ້ວຍ​ເປົ້າໝາຍ​ບັນ​ລຸລະ​ດັບເຕີບ​ໂຕ​ຕ່ຳ​ສຸດ 20% ຕ​ໍ່​ປີ, Viettel ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່./.

(ແຫຼ່ງຄັດຈາກ VOV)

Vinacoco - ຢັ້ງຢືນຄຸນຄ່າ ຜະລິດພັນກະສິກຳ ຫວຽດນາມ

Vinacoco - ຢັ້ງຢືນຄຸນຄ່າ ຜະລິດພັນກະສິກຳ ຫວຽດນາມ

ຈາກແຫຼ່ງນ້ຳໝາກພ້າວສົດ ຂອງ ເຂດ ເບ໋ນແຈ, ຈ່າວິງ (ປັດຈຸບັນ ຂຶ້ນກັບແຂວງ ຫວິິ໊ງລອງ), Vinacoco ໄດ້ພັດທະນາ ຜະລິດຕະພັນ ວຸ້ນໝາກພ້າວ ສົ່ງອອກໄປຍັງ 27 ປະເທດ, ຄ່ອຍໆ ນຳພາຜະລິດພັນກະສິກຳ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງ ໃນຕ່ອງໂສ້ມູນຄ່າທົ່ວໂລກ. ເສັ້ນທາງດັ່ງກ່າວ ແມ່ນການປະສົມປະສານ ລະຫວ່າງ ວັດຖຸດິບ ທ້ອງຖິ່ນ, ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຍຸດທະສາດການພັດທະນາແບບຍືນຍົງ.

Top