• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Standard Chartered ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ​ໃນ​ການ​ພ​ັດ​ທະ​ນາ​ສີ​ຂຽວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກຸ່ມບໍລິສັດໜູນຊ່ວຍຫວຽດນາມ ສ້າງບັນດາສູນການເງິນສາກົນ, ສະໜອງການເງິນສີຂຽວ, ໜູນຊ່ວຍຂົງເຂດເສດຖະກິດເອກະຊົນ ຫວຽດນາມ ພັດທະນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Bill Winters ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Standard Chartered

ຕອນຄ່ຳວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Bill Winters ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Standard Chartered, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກຸ່ມບໍລິສັດໜູນຊ່ວຍຫວຽດນາມ ສ້າງບັນດາສູນການເງິນສາກົນ, ສະໜອງການເງິນສີຂຽວ, ໜູນຊ່ວຍຂົງເຂດເສດຖະກິດເອກະຊົນ ຫວຽດນາມ ພັດທະນາ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າປີນີ້ ແມ່ນປີ ຫວຽດນາມວາງເປົ້າໝາຍມີການເຕີບໂຕ GDP ບັນລຸຢ່າງໜ້ອຍສຸດ 8% ແລະ ສູ້ຊົນບັນລຸສອງຕົວເລກໃນຊຸມປີຕໍ່ໄປ. ເພື່ອບັນລຸໄດ້ເປົ້າໝາຍນີ້, ພ້ອມກັບຫຼາຍໜ້າທີ່, ວິທີການອື່ນໆ,ຫວຽດນາມ ກຳນົດການພັດທະນາສູນການເງິນສາກົນ ຢູ່ ຫວຽດນາມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງແມ່ນໜຶ່ງໃນບັນດາຈຸດສຸມບຸລິມະສິດແຖວໜ້າ.

ສ່ວນທ່ານ Bill Winters ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Standard Chartered ສະແດງຄວາມປະທັບໃຈກ່ຽວກັບການພັດທະນາກະໂດດຂັ້ນຂອງ ຫວຽດນາມ ຄືຈຸດພົ້ນເດັ່ນໃນສະພາບການໂລກທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເມື່ອຕີລາຄາບັນດາຄຳໝັ້ນສັນຍາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ຫວຽດນາມ, ທ່ານ Bill Winters ໃຫ້ຮູ້ວ່າ ກຸ່ມບໍລິສັດຈະຮ່ວມເດີນທາງກັບ ຫວຽດນາມໃນການພັດທະນາສີຂຽວ, ພິເສດແມ່ນໜູນຊ່ວຍການສ້າງບັນດາສູນການເງິນສາກົນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຈັດ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ເງິນ ເປັນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ກັບ ຫວຽດ​ນາມ

ອາ​ເມ​ລິ​ກາ ຈັດ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ເງິນ ເປັນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ກັບ ຫວຽດ​ນາມ

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ອາເມລິກາ, ທ່ານປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າຕາມທິດສົມດູນ, ກົມກຽວ, ຍືນຍົງ.

Top