• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ສ.ເຊັກ​ໂກ ​ຕີ​ລາ​ຄາ​ສູງ​ໂອ​ກາດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ ກັບ ຫວຽດ​ນາມ

ປີ 2025, ສະພາແຫ່ງຊາດ ຫວຽດນາມ ວາງຄາດໝາຍ ການເຕີບໂຕ GDP ເພີ່ມຂຶ້ນເຖິງ 6,5% - 7%, ໃນຂະນະນັ້ນ ລັດຖະບານກຳນົດຄາດໝາຍລື່ນກາຍ 8%, ເຊິ່ງແມ່ນຕົວເລກທີ່ເປັນໜ້າຊື່ນຊົມ.
ບົດຂຽນໂດຍ ໜັງສືພິມ Nasepravda ເອົາລົງໃນເວັບໄຊ (ພາບ: Nasepravda)

ໜັງສືພິມຝ່າຍຂວາໃຫຍ່ທີ່ສຸດ ຂອງ ສ.ເຊັກໂກ Nasepravda ສະບັບອອກໃນວັນທີ 10 ເມສາ ໄດ້ລົງບົດຂຽນ “ການພົວພັນສ.ເຊັກໂກ - ຫວຽດນາມ: ບັນດາຈຸດພົ້ນເດັ່ນກ່ຽວກັບເສດຖະກິດ ແລະ ການທູດ”. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ເຫດການຍົກລະດັບການພົວພັນ ເຊັກໂກ - ຫວຽດນາມ ຈະສ້າງຫຼາຍໂອກາດໃຫ້ແກ່ວິສາຫະກິດ ເຊັກໂກເມື່ອມາລົງທຶນຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້, ຍ້ອນວ່າເສດຖະກິດ ຫວຽດນາມຈະສືບຕໍ່ແມ່ນຈຸດພົ້ນເດັ່ນຂອງພາກພື້ນ ອາຊີ - ປາຊີຟິກໃນປີ 2025.

ບົດຂຽນໄດ້ຕີລາຄາວ່າການຟື້ນຟູຢ່າງແຮງໃນປີ 2024 ຈະສ້າງຮາກຖານຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕຂອງ ຫວຽດນາມໃນປີນີ້. ປີ 2025, ສະພາແຫ່ງຊາດ ຫວຽດນາມ ວາງຄາດໝາຍ ການເຕີບໂຕ GDP ເພີ່ມຂຶ້ນເຖິງ 6,5% - 7%, ໃນຂະນະນັ້ນ ລັດຖະບານກຳນົດຄາດໝາຍລື່ນກາຍ 8%, ເຊິ່ງແມ່ນຕົວເລກທີ່ເປັນໜ້າຊື່ນຊົມ. ບົດຂຽນຖືວ່າ ໃນປີໜຶ່ງທີ່ໂລກເຕັມໄປດ້ວຍການຜັນແປ, ຫວຽດນາມ ຍັງຮັກສາໄດ້ການເຕີບໂຕເສດຖະກິດຢູ່ລະດັບເປັນໜ້າເຄົາລົບນັບຖື, ຖານະບົດບາດຂອງປະເທດນັບມື້ນັບໄດ້ຮັບການຍົກຂຶ້ນຢູ່ພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top