• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ໂຍ​ບາຍ​ພາ​ສີ ອາ​ເມ​ລິ​ກາ: ອາ​ຊຽນ ຊອກ​ຫາ​ວິ​ທີ​ເຈ​ລະ​ຈາ​, ບໍ່​ໂຕ້​ຕອບ

ຈະບໍ່ນຳໃຊ້ມາດຕະການຮັບມືກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ. ແທນທີ່ນັ້ນ, ອາຊຽນ ຮຽກຮ້ອງການເຈລະຈາໂດຍກົງເພື່ອແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບການຄ້າ.
Logo ASEAN 2025 (ພາບ: VOV)
ວັນທີ 10 ເມສາ, ອາຊຽນ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 12 ຢູ່ Kuala Lumpur (ມາເລເຊຍ), ໂດຍຢັ້ງຢືນວ່າ ຈະບໍ່ນຳໃຊ້ມາດຕະການຮັບມືກັບນະໂຍບາຍພາສີໃໝ່ຂອງ ອາເມລິກາ. ແທນທີ່ນັ້ນ, ອາຊຽນ ຮຽກຮ້ອງການເຈລະຈາໂດຍກົງເພື່ອແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບການຄ້າ. ຖະແຫຼງການເນັ້ນໜັກເຖິງການພົວພັນຄູ່ຮ່ວມມືອັນຍາວນານລະຫວ່າງ ອາຊຽນ ແລະ ອາເມລິກາ, ເຊິ່ງສວມບົດບາດສຳຄັນໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕເສດຖະກິດໃນພາກພື້ນ. ປັດຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 5 ຂອງ ອາເມລິກາ, ໃນຂະນະທີ່ ອາເມລິກາ ຍັງມີແຫຼ່ງລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ກວ່າໝູ່ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ອາຊຽນ. ອາຊຽນ ໃຫ້ຄຳໝັ້ນສັນຍາ ຮັກສາການຮ່ວມມືດ້ານເສດຖະກິດກັບ ອາເມລິກາ ຢ່າງແໜ້ນແຟ້ນ ໂດຍຜ່ານບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນເພື່ອຊອກຫາບັນດາມາດຕະການຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top