• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

JBIC ຖື​​ຕະຫຼາດ ຫວຽດນາມ ເປັນ​ສຳ​ຄັນ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ສະ​ເໜີ JBIC ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່, ລະ​ດົມ​ ແລະ ເຊື່ອມ​ຕໍ່​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນຂອງ ຍີ່​ປຸ່ນ ກັບ​ບັນ​ດາ​ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.
ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ການ​ຕ້ອນ​ຮັບ ​ທ່ານ Maeda Tadashi ປະ​ທານ​ສະ​ພາ​ບໍ​ລິ​ຫານ​ທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JBIC) (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 1 ຕ​ຸ​ລາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ ​ທ່ານ Maeda Tadashi ປະ​ທານ​ສະ​ພາ​ບໍ​ລິ​ຫານ​ທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JBIC), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ.

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ສະ​ເໜີ JBIC ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່, ລະ​ດົມ​ ແລະ ເຊື່ອມ​ຕໍ່​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນຂອງ ຍີ່​ປຸ່ນ ກັບ​ບັນ​ດາ​ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ; ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ສູນການ​ເງິນ​ເສດ​ຖະ​ກິດ, ດຶງ​ດູດ​ອົງ​ການ​ການ​ເງິນ, ທະ​ນາ​ຄານ ​ຍີ່​ປຸ່ນ ເຂົ້າ​ຮ່ວມ​ສູນ​ການ​ເງິນທີ່​ຫາ​ກໍ່​ສ້າງ​ຂຶ້ນ​ຢູ່ ນະ​ຄອນ​ໂຮ່​ຈີ​ມິນ ແລະ ນະ​ຄອນ​ດ່າ​ນັ້ງ. ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ JBIC ສືບ​ຕໍ່​ປະ​ສານ​ສົມ​ທົບ​ໃນ​ການ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍບັນ​ດາ​ໂຄງ​ການ​ໃນ​ຂອບ​ເຂດ​ປະ​ຊາ​ຄົມ​ປ່ອຍ​ອາຍ​ພິດລົງ 0​ ອາ​ຊີ (AZEC) ຢ່າງ​ແທ້​ຈິງ​.

ສ່ວນ​ທ່ານ Maeda Tadashi ປະ​ທານ​ທະ​ນາ​ຄານຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ ໃຫ້​ຮູ້​ວ່າ JBIC ຖື​ເປັນ​ສຳ​ຄັນ​ຕະຫຼາດ ຫວຽດ​ນາມ ແລະ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ຢາກ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ລວມ​ມີ: ປັນ​ຍາ​ປະ​ດິດ (AI), ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ, ພະ​ລັງ​ງານ…

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ.

Top