ນາງ ກວິ່ນຍື ໃຫ້ຮູ້ວ່າ: “ຂ້າພະເຈົ້າບໍ່ເຄີຍຄິດວ່າ ຕົນເອງ ຈະເດີນຕາມເສັ້ນທາງນີ້”. ດັ່ງນັ້ນ, ພາຍຫຼັງຄວາມທ້າ ທາຍ ຫຼາຍຢ່າງໃນ ຂົງເຂດວຽກງານແຕກຕ່າງກັນ, ນາງ ກວິ່ນຍື ຕັດສິນໃຈເຊົາເຮັດວຽກທຸກຢ່າງ ແລະ ຢູ່ລ້າໆ ເປັນ ເວລາເກືອບໜຶ່ງປີ ເພື່ອຄິດເຖິງສິ່ງທີ່ ຕົນເອງອາດສາ ມາດເຮັດໄດ້.
ຈາກຄວາມຫຼົງໄຫຼ ກັບກິ່ນນຳ້ຫອມຂອງຕົນ, ພ້ອມກັບ ພື້ນຖານ ຄວາມຮູ້ດ້ານເຄມີ, ນາງ ເລີ່ມລົງມື ປະຕິບັດ ການຄົ້ນຄວ້າ ແລະ ທົດລອງການຜະລິດ ນຳ້ຫອມບາງ ປະເພດ. ໄລຍະທຳອິດ, ນາງ ກວິ່ນຍື ເອົານຳ້ ຫອມທີ່ຕົນ ເອງຜະລິດ ເອົາໄປຕ້ອນ ພີ່ນ້ອງ ແລະ ໝູ່ເພື່ອນຈຳນວນ ໜຶ່ງເພື່ອທົດລອງໃຊ້. ຫຼັງຈາກໄດ້ຮັບສັນຍານດີຈາກຜູ້ ນຳໃຊ້, ນາງ ກວິ່ນຍື ໄດ້ ເລືອກເອົານຳ້ຫອມ 5 ປະເພດ ທີ່ເດັ່ນກວ່າໝູ່ ເພື່ອນຳສະເໝີຕໍ່ຜູ້ບໍລິໂພກ ຊຸດສະສົມ ນຳ້ຫອມທຳອິດຂອງຕົນ. ນັ້ນແມ່ນປະຫວັດຄວາມເປັນ ມາຂອງ ເຄື່ອງໝາຍການຄ້າ ນຳ້ຫອມ ຍີ່ຫໍ້ Perfumery House.

ຕົ້ນ ລາເວນເດີ ເປັນເຄື່ອງປຸງນໍ້ຳຫອມຊະນິດໜຶ່ງ ຂອງ ຫງວຽນ ເລ ກວິ່ນຍື.

ກິ່ນຫອມ ຈະນໍາໄປຜ່ານຂະບວນການເຮັດແຫ້ງ ເພື່ອໃຊ້ໃນ ການສະກັດເອົານຳ້ຫອມ.

ດອກກຸຫຼາບ ໃຊ້ໃນການທໍາສານສະກັດ ທ່ີມີກິ່ນຫອມ.

ຂັ້ນຕອນການທົດລອງ ຜະລິດສານສະກັດ.

ເອົາດອກກຸຫຼາບໃສ່ໃນກວດແກ້ວຂະໜາດນ້ອຍ, ຖອກ ນຳ້ລະລາຍລົງ, ປະໄວ້ໄລຍະໜຶ່ງ ຈະໃຫ້ກິ່ນຫອມທ່ີ ເປັນ ເອກະລັກ ຂອງ ດອກກຸຫຼາບ.

ດອກໄມ້ຫຼາຍຊະນິດໄດ້ນຳໃຊ້ເພື່ອເຮັດແບບຢ່າງໃນການສະກັດເອົາເຊື້ອນຳ້ມັນ.

ກວດກາກິ່ນຫອມ ຂອງ ເຊື້ອນໍ້າມັນ.

ກວດກາຄວາມແຂ້ນຂອງເຊື້ອນຳ້ມັນ ກ່ອນຈະເອົາ ໄປ ສະກັດເອົານຳ້ຫອມ.

ນອກຈາກນຳ້ຫອມ, ຫງວຽນເລ ກວິ່ນຍື ຍັງໄດ້ສະກັດ ເອົາ ເຊື້ອນຳ້ມັນ ເພື່ອຜະລິດທຽນ ອີກດ້ວຍ.

ຫງວຽນເລ ກວິ່ນຍື ຍັງເປີດບັນດາຊຸດຮຽນເພື່ອແນະນຳ ກ່ຽວກັບວິທີ ສະກັດເອົານຳ້ຫອມ. |
ມາຮ້ານຂາຍນຳ້ຫອມຂອງນາງ ກວິ່ນຍື, ລູກຄ້າຫຼາຍຄົນ ສະແດງມີຄວາມປະທັບໃຈ ຕໍ່ກິ່ນຫອມຫຼາຍຢ່າງ ຢູ່ທີ່ນີ້, ເຮັດໃຫ້ພວກເຂົາ ຮູ້ສຶກເຖິງຄວາມເປັນສຸພາບສະຕຣີ ແລະ ເຊັກຊີ ໃນສາຍຕາສຸພາບບູລຸດ. ປະເພດນຳ້ຫອມ ໄດ້ແບ່ງເປັນ 4 ກຸ່ມຕົ້ນຕໍເຊັ່ນ: ກຸ່ມນໍ້າຫອມສົດ ຈະມີ ຄວາມ ຫວານຄືໝາກໄມ້. ກຸ່ມກິ່ນ ຫອມດອກໄມ້ ຈະມີ ລົດສົ້ມຫວານພໍດີ ແລະ ອົບອຸ່ນ. ກຸ່ມກິ່ນຫອມໄມ້ ມີລັກ ສະນະ ພັດທະນາຈາກລໍາຕົ້ນ, ກິ່ງ, ກ້ານ ແລະ ດອກໄມ້ . ກຸ່ນກິ່ນຫອມ ເຄື່ອງຫອມປຸງອາຫານ ຈະມີກິ່ນ ໝາກ ພິກໄທ, ໂຊໂກເລັດ ແລະ ອື່ນໆ.
ສຳລັບນາງ ກວິ່ນຍື, ກິ່ນຫອມ ຖືຄືບົດດົນຕີ ໜຶ່ງ, ໃນນັ້ນ ຈະມີກິ່ນຕໍ່າ, ກິ່ນສູງ, ກິ່ນ ເບົາບາງ... ນອກຈາກນັ້ນ, ນຳ້ ຫອມ ຕ້ອງເປັນປະເພດຜະລິດຕະພັນ ມີຄວາມໝັ້ນຄົງ ດ້ານຄຸນນະພາບ, ພິເສດແມ່ນບໍ່ສ້າງຜົນກະທົບໃຫ້ແກ່ ຜີວ, ຄວາມເຂັ້ມຂຸ້ນຂອງເຫຼົ້າເກົ້າສິບ ແລະ ຕົວເລກ ສະ ແດງການປຸງແຕ່ງນຳ້ຫອມ ຕ້ອງໄດ້ຮັບການຄວບຄຸມ ກວດກາຕາມມາດຕະຖານກຳນົດ.
ກິ່ນຫອມ ທ່ີຮັກສາໄວ້ຢູ່ຜີວໜັງ ຫຼື ໂສ້ງເສື້ອ ເປັນເວລາ ດົນ ແມ່ນສິ່ງທີ່ລູກຄ້າຂອງ ຫງວຽນ ເລ ກວິ່ນຍື ຮູ້ສຶກປະ ທັບໃຈ ແລະ ມັກເປັນຢ່າງຍິ່ງ. ບໍ່ພຽງແຕ່ຫຼາຍຄົນໝັ້ນໃຈ ໃນການໃຊ້ນຳ້ຫອມຂອງນາງ ເທົ່ານັ້ນ, ແຕ່ຍັງແນະນໍາ ໃຫ້ລູກຄ້າ ຮູ້ຈັກຮ້ານຄ້າຫຼາຍຂຶ້ນ. ນັບແຕ່ນັ້ນມາ, ເຄື່ອງ ໝາຍການຄ້ານຳ້ຫອມຂອງນາງ ຫງວຽນ ເລ ກວິ່ນຍື ນັບ ມື້ມີຄົນຮູ້ຈັກຫຼາຍຂຶ້ນ. ນາງ ໃຫ້ຮູ້ວ່າ: “ນັ້ນແມ່ນ ຄວາມ ໂຊກດີຂອງຂ້າພະເຈົ້າ”.




ນຳ້ຫອມຈຳນວນໜ່ຶ່ງ ທີ່ ຫງວຽນເລ ກວິ່ນຍື ໄດ້ສະກັດ ແບບຫັດຖະກຳ. |
ນາງ ກວິ່ນຍື ຄິດວ່າ ຕົນຈະບໍ່ຢຸດເຊົາສົ່ງເສີມ ທ່າແຮງ ຂອງ ບັນດາປະເພດນຳ້ຫອມ ທີ່ມີພ້ອມ. ນອກຈາກນັ້ນ ຈະມີການປະດິດສ້າງ, ພັດທະນາບັນດາ ປະເພດກິ່ນ ຫອມໃໝ່, ແປກປະຫຼາດ, ແຕ່ຍັງຖື ຄຸນລັກສະນະສະ ເພາະ ຂອງຕົນ.