• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Hanopro – ພິຊິດ 5 ທະວີບ ໃນສະພາບການແຜ່ລະບາດຂອງ ໂຄວິດ-19

Hanopro ພວມເປັນໜຶ່ງໃນຕົວຢ່າງຄວາມສໍາເລັດ ໃນການ ເອົາຊະນະ ໂຄວິດ ແລະ ສ້າງຄຸນຄ່າທີ່ແຕກຕ່າງ, ໂດຍສະເພາະ ໃນຂະແໜງ ອຸດສາຫະກຳໜູນຊ່ວຍ ແລະ ວິສາຫະກິດ ຫວຽດນາມ ເພື່ອການສົ່ງອອກ ຜະລິດຕະພັນ ໄປຍັງຕ່າງປະເທດ ໃນ ສະພາບ ຕະຫຼາດ ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ​ ຂອງ ພະຍາດ ໂຄວິດ-19 ພວມຜັນແປຢ່າງສັບສົນໃນທົ່ວໂລກ. 
ພາຍຫຼັງ 12 ປີ ທີ່ໄດ້ເຂົ້າຮ່ວມຕະຫຼາດຢ່າງເປັນທາງການ ໃນ ບົດບາດ ທີ່ເປັນວິສາຫະກິດ ຜະລິດ ສະກ໋ອດ ແລະ ຂອງ ແພັກ (PE Stretch film), Hanopro ໄດ້ສົ່ງອອກຜະລິດຕະພັນ 2 ປະ ເພດນີ້ ໄປຍັງກວ່າ 20 ປະເທດ ແລະ ເຂດແຄວ້ນໃນ 5 ທະວີບ. ຢູ່ຕະຫຼາດພາຍໃນ, Hanopro ພວມຮັບໃຊ້ລູກຄ້າ 1.500 ຄົນ, ເປັນກຸ່ມບໍລິສັດ ຫວຽດນາມ, ບໍລິສັດ FDI ລາຍໃຫຍ່ ທີ່ມີໂຮງ ງານຜະລິດຢູ່ ຫວຽດນາມ ຄື: Samsung, Huyndai, Canon, LG, Yamaha… ເມື່ອໂລກປະສົບ ບັນຫາຫຼາຍຢ່າງຄື: ການ ລະບາດ ໂຄວິດ-19 ຫຼື ການພັດທະນາ ຕົວແບບການຄ້າ ເອເລັກໂຕຣນິກ ໃນການປະຕິວັດອຸດສາຫະກຳ 4.0, ບັນດາຄູ່ຮ່ວມມື ບໍ່ສາມາດ ມາປະເມີນຜົນຜະລິດຕະພັນ ຂອງ ຜູ້ສະໜອງໄດ້, ສະນັ້ນ ອິດທິພົນ ຂອງບໍລິສັດ ແມ່ນທ່າໄດ້ປຽບພິເສດ. ນີ້ເປັນ ເຫດຜົນ ທີ່ຊ່ວຍເຮັດໃຫ້ Hanopro ບັນລຸໄດ້ລາຍຮັບສົ່ງອອກ ຫຼາຍເກືອບເທົ່າ ກັບຊຸມປີທີ່ບໍ່ມີການລະບາດ ໂຄວິດ-19. 

ຜົນສຳເລັດທີ່ຫາໄດ້, ຄືກັບຄຳແບ່ງປັນກະທັດຮັດ ແລະ ຖືກຕາມ ແບບແຜນເຮັດວຽກຂອງທ່ານ ຕ້າດຶກເຊີນ, ຜູ້ອຳນວຍການບໍລິ ສັດ Hanopro ຫວຽດນາມ ຈໍາກັດ ຄື: “ແຕກຕ່າງ ຫຼື ຕາຍ”. 

ຄວາມແຕກຕ່າງທຳອິດ ແມ່ນແຕກຕ່າງ ກ່ຽວກັບ ຄຸນນະພາບ, ລາຄາ ຂອງ ຜະລິດຕະພັນ. ຖ້າຢູ່ມີລາຄາດຽວ, ຄຸນນະພາບບັນດາ ຜະລິດຕະພັນ ສະກ໋ອດ ຂອງ Hanopro ໄດ້ຮັບການຕີລາຄາດີ ກວ່າ. ຖ້າມີຄຸນນະພາບຄືກັນ, ລາຄາບັນດາຜະລິດຕະພັນ ຂອງ Hanopro ກໍ່ຈະດີກວ່າ. ເຖິງວ່າ ຢູ່ສະພາບໃດ, Hanopro ກໍ່ມີ ທ່າໄດ້ປຽບ, ສະນັ້ນ ບໍ່ມີເຫດຜົນໃດ ທີ່ເຮັດໃຫ້ ລູກຄ້າ ບໍ່ເລືອກເອົາບັນດາຜະລິດຕະພັນ ຂອງ Hanopro. 


 ທ່ານ ຕ້າດຶກເຊີນ, ຜູ້ອຳນວຍການ ບໍລິສັດ Hanopro ຫວຽດນາມ ຈໍາກັດ.


ມູມໜຶ່ງໃນໂຮງງານ Hanopro. ພາບ: ແທງຢາງ/VNP


ກຳມະກອນພວມບັນຊາເຄື່ອງຈັກຜະລິດ ສະກ໋ອດ. ພາບ: ແທງຢາງ/VNP


ການບັນຊາເຄື່ອງຈັກຜະລິດ ຂອງແພັກ ໄດ້ບັນດາກໍາມະກອນ ປະຕິບັດດ້ວຍຄວາມລະມັດລະວັງ, ຖືກຕາມເຕັກນິກ. ພາບ: ແທງຢາງ/VNP


ກໍາມະກອນ ພວມບັນຊາເຄື່ອງຈັກຜະລິດ ສະກ໋ອດ. ພາບ: ແທງຢາງ/VNP


ຂັ້ນຕອນການຫຸ້ມຫໍ່ຜະລິດຕະພັນ ສະກ໋ອດ ຂອງເຄື່ອງໝາຍການຄ້າ Hanopro. ພາບ: ແທງຢາງ/VNP


ລົດຂົນສົ່ງຜະລິດຕະພັນ ສະກ໋ອດ ໄປໄວ້ຢູ່ໃນສາງ. ພາບ: ແທງຢາງ/VNP


ລູກຄ້າຕ່າງປະເທດມາເຮັດວຽກຢູ່ຮ້ານວາງສະແດງຜະລິດຕະພັນຂອງ Hanopro. ພາບ: ແທງຢາງ/VNP


ນັກທ່ອງທ່ຽວ ມາຊອກຮູ້ ກ່ຽວກັບ ຜະລິດຕະພັນ ສະກ໋ອດ ຂອງເຄື່ອງໝາຍການຄ້າ Hanopro. ພາບ: ແທງຢາງ/VNP


ຮ້ານວາງສະແດງຜະລິດຕະພັນຂອງ ບໍລິສັດ Hanopro ຢູ່ງານຕະຫຼາດນັດ ການຄ້າສາກົນ ຫວຽດນາມ. ພາບ: ແທງຢາງ/VNP
ເພື່ອໃຫ້ໄດ້ ຂໍ້ໄດ້ປຽບນີ້, ທ່ານ ເຊີນ ໃຫ້ຮູ້ວ່າ ເຫດຜົນທຳອິດ ແມ່ນ ບໍລິສັດ ໝູນໃຊ້ຈົນສຸດຄວາມສາມາດ ທ່າໄດ້ປຽບ ຢ່າງ ພາວະວິໄສ ຂອງ ຫວຽດນາມ, ນັ້ນແມ່ນຄ່າແຮງງານຖືກ. ເຫດ ຜົນທີສອງແມ່ນ ບໍລິສັດ ມີນະໂຍບາຍສົ່ງເສີມການສົ່ງອອກ, ເພາະສະນັ້ນ ຈຶ່ງຫຼຸດຜ່ອນກຳໄລ ເພື່ອແກ້ງແຍ່ງ. ເຫດຜົນທີສາມ ມາຈາກສະຕິ ຂອງ ຄະນະຜູ້ນຳ ຂອງບໍລິສັດ, ນັ້ນແມ່ນຫັນໄປສູ່ ຄວາມດີເລີດ, ຄວາມແຕກຕ່າງ ໃນຈິນຕະນາການ ແລະ ວິທີ ເຮັດ. ແທນໃຫ້ທັດສະນະ “ບໍ່, ເປັນຫຍັງຕ້ອງເຮັດ”, ຄະນະ ຈັດ ຕັ້ງບໍລິຫານ ຂອງບໍລິສັດ ຍາມໃດກໍ່ມີສະຕິ “ເປັນຫຍັງບໍ່ເຮັດ”. 

ຄວາມແຕກຕ່າງທີສອງ ມາຈາກບໍລິການ. ບໍ່ມີໃຜສາມາດຢັ້ງຢືນ 100% ໄດ້ວ່າ ຜະລິດຕະພັນ ບໍ່ເກີດຄວາມບົກຜ່ອງ. ແຕ່ສິ່ງສຳ ຄັນ ກວ່າໝູ່ແມ່ນ ວິສາຫະກິດ ກ້າຮັບຜິດຊອບ 100% ຕໍ່ຜະລິດ ຕະພັນ ທີ່ບົກຜ່ອງ, ລວມທັງໃບສັ່ງຊື້ສິນຄ້າໄດ້ຊຳລະສະ ສາງ ແລ້ວ. ເຖິງວ່າ ເກີດຂຶ້ນແບບພາວະວິໄສ, ບໍ່ແມ່ນ ຈາກທາງ ບໍລິ ສັດເຮັດ, ແຕ່ບໍລິສັດ ກໍ່ຈະແບ່ງປັນຜົນຮ້າຍ ກັບຄູ່ຮ່ວມມື. ຕົວ ຢ່າງຄືກໍລະນີ ຂອງ ວິສາຫະກິດ  ອົດສະຕຣາລີ, ເມື່ອປະສົບກັບ ຄວາມສ່ຽງ ດ້ານວັດຖຸ ຍ້ອນພາຍຸທາງທະເລ, ກໍາປັ່ນ ເຂົ້າທຽບ ທ່າບໍ່ທັນ... ເຊິ່ງເຮັດໃຫ້ລາຄາເພີ່ມສູງຂຶ້ນ, ແຕ່ທາງບໍລິສັດຍັງ ຮັກສາລະດັບລາຄາເກົ່າ.

ອີກທ່າໄດ້ປຽບໜຶ່ງ, ນັ້ນແມ່ນອິດທິພົນ, ປະສົບການ ສົ່ງອອກ ໃນ ຫຼາຍປີ ພ້ອມກັບການລົງທຶນຢ່າງມີແບບແຜນ ກ່ຽວກັບໂຮງງານ, ເຕັກໂນໂລຊີ ແລະ ເຄື່ອງຈັກ. ຜະລິດຕະພັນເມື່ອ ສົ່ງອອກໄປຍັງຕະຫຼາດ ສ ເກົາຫຼີ ຫຼື ສາກົນ, ເຂົາເຈົ້າລ້ວນແຕ່ ມີ ສະມາຄົມ ແລະ ແບ່ງປັນບັນດາຂໍ້ມູນຂ່າວສານ ກ່ຽວກັບ ຜູ້ສະໜອງ. ເພາະສະນັ້ນ, ເຖິງວ່າ ເຮັດດີ ຫຼື ບໍ່ດີ, ບັນດາຂໍ້ມູນຂ່າວສານດັ່ງກ່າວ ຈະໄດ້ແບ່ງປັນໂດຍໄວ. 

ທ່ານ ເຊີນ ໃຫ້ຮູ້ວ່າ: “ໃນຍຸກໂລກກາພິວັດ ຄືປັດຈຸບັນ, ເມື່ອ ທຸກໆ ຂໍ້ມູນຂ່າວສານ ຕ່າງສາມາດຊອກເຫັນໄດ້, ພວກເຮົາບໍ່ ສາມາດຄົງຕົວໄດ້ດົນ ຖ້າບໍ່ເຮັດດີ ແລະ ເຮັດແບບຈິງຈັງ, ຍິ່ງ ກວ່ານັ້ນ ຕ້ອງເຮັດດ້ວຍຄວາມແຕກຕ່າງ”.
 
ຜະລິດຕະພັນ ສະກ໋ອດ ແລະ ຂອງແພັກ ຈຳນວນໜຶ່ງຂອງ
ເຄື່ອງໝາຍການຄ້າ Hanopro ຫວຽດນາມ. ພາບ: ແທງຢາງ/VNP








ພິເສດ, ຍັງມີທ່າໄດ້ປຽບໜຶ່ງ ທີ່ມາຈາກນະໂຍບາຍ ມະຫາພາກ ຂອງ ຫວຽດນາມ. ນັ້ນແມ່ນຄວາມໝັ້ນຄົງ ເສດຖະກິດ ມະຫາ ພາກ, ການຄວບຄຸມການລະບາດ ໂຄວິດ-19, ທ່າອຽງບັນດາ ໂຮງງານ FDI ເລືອກເອົາ ຫວຽດນາມ ເພື່ອຍົກຍ້າຍ ຫຼື ສ້າງ ໂຮງງານຫຼັງໃໝ່...  ທ່ານ ເຊີນ ໃຫ້ຮູ້ວ່າ: “ຊະຕາກຳ ຂອງ ປະ ເທດຊາດພວມປ່ຽນແປງ, ຂ້າພະເຈົ້າຮັບຮູ້ໄດ້ສິ່ງດັ່ງກ່າວ ຢ່າງ ຈະແຈ້ງ”. ເພາະສະນັ້ນ, ເຄື່ອງໝາຍການຄ້າ “make in Viet nam” ພວມໄດ້ຮັບຄວາມນິຍົມ ບົນເວທີສາກົນ. ລູກຄ້າຢູ່ບັນດາປະເທດຄື ສ ອາເມລິກາ, ອົດສະຕຣາລີ, ຍີ່ປຸ່ນ, ສ ເກົາຫຼີ... ລ້ວນແຕ່ເລືອກເອົາຜະລິດຕະພັນ ຂອງ ຫວຽດນາມ ຖ້າມີລາຄາ ແລະ ຄຸນນະພາບ ຄືກັນ.  
 
ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top