• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GDP 2025 ຕ້ອງ​ບັນ​ລຸ 8% ຂຶ້ນ​ໄປ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການເຕີບ​ໂຕ​​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

ປີ 2025, ຂອບຂະແໜງ GDP ປີ 2025 ປະມານສູງກ່ວາ 500 ຕື້ USD, GDP ສະເລ່ຍຕໍ່ຫົວຄົນບັນລຸກ່ວາ 5000 USD, ອັດຕາເພີ່ມດັດຊະນີຄ່າໃຊ້ສອຍ (CPI) ໄລ່ສະເລ່ຍປະມານ 4,5 – 5%, ເຕັກໂນໂລຢີ - ກໍ່ສ້າງ, ເປັນຕົ້ນແມ່ນອຸດສາຫະກຳປຸງແຕ່ງສືບຕໍ່ແມ່ນກຳລັງໜູນນຳໜ້າການເຕີບໂຕຂອງພື້ນຖານເສດຖະກິດ…
ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ນີ້ກໍ່ແມ່ນແຜນການເຕີບໂຕໃນປີ 2025 ໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສະເໜີໃນບົດລາຍງານແຜນຮ່າງເພີ່ມເຕີມການພັດທະນາເສດຖະກິດ ສັງຄົມ 2025 ດ້ວຍຄາດໝາຍການເຕີບໂຕບັນລຸແຕ່ 8%ຂຶ້ນໄປ, ຢູ່ວາລະໄຂກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ທີ່ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ. ຕາມບົດລາຍງານແລ້ວ, ລັດຖະບານສະເໜີສະພາແຫ່ງຊາດຈະປັບປຸງເປົ້າໝາຍ GDP ທັງປີບັນລຸແຕ່ 8%ຂຶ້ນໄປ, ສູງກ່ວາເປົ້າໝາຍສູນກາງ, ສະພາແຫ່ງຊາດຕັດສິນແມ່ນແຕ່ 6,5 – 7%, ສູ້ຊົນບັນລຸ 7 – 7,5%.

ເຕີບໂຕ GDP ທັງປີ 2025 ຕ້ອງບັນລຸ 8%ຂຶ້ນໄປ, ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະຍາວນານພໍສົມຄວນ (ເລີ່ມແຕ່ປີ 2026). ການເຕີບໂຕໄວແຕ່ຕ້ອງມີການຍືນຍົງ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ພັດທະນາຄວາມກົມກ່ຽວລະຫວ່າງເສດຖະກິດ ກັບ ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ເພື່ອ​ພ​ັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຕໍ່ຫຼາຍນະໂຍບາຍໂດຍລັດຖະບານສະເໜີໃນຮ່າງມະຕິວ່າດ້ວຍການທົດລອງປະຕິບັດບາງນະໂຍບາຍແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.

Top