• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

FTW: ການເດີນທາງເພື່ອນໍາເອົາຮອຍຍິ້ມໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດ

Facing the World (FTW) ແມ່ນອົງການເພື່ອການກຸສົນ ທີ່ຕັ້ງຢູ່ປະເທດ ອັງກິດ. ນັບ​ແຕ່​ປີ 2007 ຮອດ​ປັດຈຸ​ບັນ, FTW​ ໄດ້ສ້າງການພົວພັນຮ່ວມມື​ກັບບັນດາ​ທ່ານ​ໝໍ​ ຫວຽດນາມ ​ເພື່ອ​ນຳ​ຮອຍ​ຍິ້ມ ​ແລະ ຊີວິດ​ປົກກະຕິ​ໃໝ່ ​ໃຫ້​ແກ່​ເດັກນ້ອຍ​ນັບ​ພັນ​ຄົນ​ທີ່​ມີ​ຄວາມ​ບົກ​ຜ່ອງດ້ານ ກະດູກໃບ​ໜ້າ ມາແຕ່​ກຳ​ເນີດ.

ພວກ​ຂ້າພະເຈົ້າ​ໄດ້​ມາ​ຢ້ຽມ​ຢາມທ່ານນາງ Katrin Kandel -ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອາ​ສາ​ສະ​ໝັກ​ຂອງ​ອົງການ Facing the World (FTW)​ຢູ່​ ລອນ​ດອນ, ປະເທດ ອັງກິດ.ໃນການສົນທະນາກັບທ່ານນາງ Katrin ໄດ້ເຮັດໃຫ້ພວກຂ້າພະເຈົ້າ ເຂົ້າໃຈເຖິງຂະບວນການອັນຍາວນານ ເຊິ່ງ FTW ແລະ ທ່ານນາງ Katrin ໄດ້ນໍາມາເຊິ່ງການປ່ຽນແປງ ອັນໃຫຍ່ຫຼວງ ໃຫ້ແກ່ເດັກນ້ອຍດ້ອຍໂອກາດ  ຫວຽດນາມ ນັບພັນໆ ຄົນ.

ນັບ​ແຕ່​ປີ 2007, FTW ເລີ່ມສ້າງສາຍພົວພັນກັບທ່ານ​ໝໍ​ ຫວຽດ​ນາມ. ໃນ​ເບື້ອງ​ຕົ້ນ, FTW ໄດ້​ນຳ​ເອົາ​ຄົນເຈັບເດັກ​​ ຫວຽດ​ນາມ ໄປ​ຜ່າ​ຕັດ​ຢູ່​ ອັງ​ກິດດ້ວຍ​ມູນ​ຄ່າ 0.5-1 ລ້ານ​ປອນ/ຄົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ, FTW​ ໄດ້​ສົ່ງ​ຄະນະ​​ແພດ​ໝໍ​ຕ່າງປະ​ເທດ​ມາ​ ຫວຽດນາມ ​ເພື່ອ​ສົມທົບ​ກັບ​ ຄະນະແພດ​ ຫວຽດ ນາມ ດຳ​ເນີນ​ການ​ຜ່າຕັດ​ກະດູກ​ໃບໜ້າ​ທີ່​ສັບສົນ. ນັບ​ແຕ່​ນັ້ນ​ມາ, FTW​ໄດ້​ປະຕິບັດ​ຍຸດ​ທະ​ສາດ​ໜຶ່ງແບບ​ຍືນ​ຍົງ, ຊ່ວຍ​ປິ່ນປົວ​ຄົນ​ເຈັບ​ເດັກ​ນັບ​ພັນໆ ​ຄົນທີ່​ມີ​ຄວາມ​ບົກ​ຜ່ອງ​ທາງ​ດ້ານກະດູກ​ໃບໜ້າ​ມາແຕ່​ກຳ​ເນີດ​ຢູ່​ ຫວຽດນາມ.

ທ່ານນາງ Katrin Kandel, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ ຂອງ​ ອົງການ Facing the World (FTW). ພາບ: ຫາຍເວິນ/VNA
ທ່ານນາງ Katrin Kandel, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ ຂອງ​ອົງການ Facing the World (ຊ້າຍ) ແລະ ທ່ານນາງ ເລຫງອກຈີ, ຜູ້ອຳນວຍ ການໃຫຍ່ ບໍລິສັດ Vietnam Grand Prix Corporation, VIN Group ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດປີ 2019. ພາບ: Facing the World

ທ່ານນາງ Katrin ໃຫ້ຮູ້ວ່າການແກ້ໄຂແບບຍືນຍົງນີ້ ແມ່ນອີງໃສ່ວິທີການ “ໃຫ້ຄັນເບັດແທນທີ່ໃຫ້ປາ”. ແທນ​ທີ່​ຈະ​ສົ່ງ​ຄົນ​ເຈັບ​ເດັກ​ໄປປິ່ນປົວຢູ່​ຕ່າງປະ​ເທດ​ ທ່ີມີຄ່າໃຊ້ຈ່າຍ​ສູງ, ອົງການ​​ໄດ້​ສົ່ງ​ທ່ານ​ໝໍ​ ຫວຽດນາມ ​ໄປ​ຍັງ​ບັນດາ​ສູນ​ການ​ແພດ​ຊັ້ນ​ນຳ​ຂອງ​ໂລກ ​ເພື່ອ​ຮຽນ​ຮູ້​ເຕັກນິກ​ຜ່າຕັດ ​ແລະ ວິທີ​ປິ່ນປົວ​ຄວາມ​ບົກ​ຜ່ອງ​ທາງ​ດ້ານກະດູກໃບ​ໜ້າ ມາ​ແຕ່​ກຳ​ເນີດ​. ມາ​ຮອດ​ປັດຈຸ​ບັນ, ມີ​ທ່ານ​ໝໍ​ ຫວຽດນາມ 100 ກວ່າ​ຄົນ​ໄດ້ FTW ສົ່ງໄປ​ຝຶກ​ອົບຮົມ​ຢູ່​ບັນດາ​ໂຮງໝໍ​ຊັ້ນ​ນຳ​ຂອງ ​ອັງກິດ, ກາ​ນາ​ດາ, ສ ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕຣາ​ລີ.

ນັບແຕ່ປີ 2018, ໂດຍສະເລ່ຍແລ້ວ, ແຕ່ລະປີ FTW ໄດ້ສົ່ງ ຄະນະແພດໝໍ 2 ທີມຈາກບັນດາໂຮງໝໍທີ່ໃຫ້ທຶນ ມາ ຫວຽດນາມ ເພື່ອຝຶກອົບຮົມ ຜູ້ຮ່ວມງານ ຫວຽດນາມ ປະຕິບັດການຜ່າຕັດກະດູກໃບໜ້າທີ່ສັບຊ້ອນ. FTW ຍັງເນັ້ນໃສ່ ວິທີການປິ່ນປົວຈາກທາງໄກຄືເປັນສ່ວນໜຶ່ງ ຂອງຍຸດທະສາດ ການຝຶກອົບຮົມຂອງຕົນ. FTW​ ໄດ້​ຮ່ວມ​ມື​ກັບອົງການກວດກາ ແລະ ປິ່ນປົວພະຍາດດ້ວຍທາງໄກ Teledoc​ເພື່ອ​ພັດທະນາ​ພື້ນຖານInTouch Health, ​ແມ່ນ​ເຕັກ​ໂນ​ໂລ​ຊີ​ທີ່​ຊ່ວຍ​ໃຫ້​ບັນດາ​ທ່ານໝໍ ຫວຽດນາມ ​ເຊື່ອມ​ຕໍ່​ກັບ​ບັນດາ​ຜູ້​ຊ່ຽວຊານ​ຜ່າຕັດ​ແຖວ​ໜ້າ​ຂອງ​ໂລກ ​ເພື່ອ​ໃຫ້​ຄຳ​ປຶກສາ ​ແລະ ບຳລຸງ​ສ້າງ​ເປັນ​ປະຈຳ ​ໂດຍ​ບໍ່​ຕ້ອງ​ໄປ​ຕ່າງປະ​ເທດ.

Facing the World ກໍ່​ສະ​ໜັບ​ສະ​ໜູນ​ເຄື່ອງ​ຕິດ​ຕາມ​ດັດ​ສະ​ນີ​ການ​ຢູ່​ລອດ​ໃຫ້​ໂຮງ​ໝໍ​ ຫວຽດ​ນາມ ​ໃນ​ໄລ​ຍະ​ໂລກລະ​ບາດ ໂຄວິດ-19. ພາບ: Facing the World
ທ່ານໝໍ Christopher Forrest, ຫົວໜ້າພະແນກຜ່າຕັດ ຕົກແຕ່ງ, ໂຮງໝໍເດັກ Torronto (ການາດາ) ແລະ ທີມແພດ ຂອງ ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ໄດ້ກວດພະຍາດໃຫ້ແກ່ຄົນເຈັບເດັກ ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດນາມ ຂອງທີມງານ Facing the World ເມື່ອເດືອນ ພະຈິກ 2019. ພາບ: Facing the World
ທ່ານໝໍ Christopher Forrest, ຫົວໜ້າພະແນກຜ່າຕັດ ຕົກແຕ່ງ, ໂຮງໝໍເດັກ Torronto (ການາດາ) ແລະ ທີມແພດ ຂອງ ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ໄດ້ກວດພະຍາດໃຫ້ແກ່ຄົນເຈັບເດັກ ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດນາມ ຂອງທີມງານ Facing the World ເມື່ອເດືອນ ພະຈິກ 2019. ພາບ: Facing the World
ຮອຍຍິ້ມຂອງສາວນ້ອຍ ພາຍຫຼັງການຜ່າຕັດສຳເລັດ ຢູ່ສະຖາບັນການແພດທະຫານ 108. ພາບ: Facing the World

ປັດຈຸ​ບັນ, FTW ​ໄດ້​​ຊ່ວຍເຫຼືອ​ອຸປະກອນ ​ແລະ ​ເຕັກ​ໂນ​ໂລ​ຊີ​ກວດກາ ແລະ ປິ່ນປົວພະຍາດ ທາງໄກ ດ້ວຍ​ມູນ​ຄ່າ 2.4 ລ້ານ​ປອນ  (3.12 ລ້ານ ໂດລາສະຫະລັດ ) ​ໃຫ້ບັນດາ​ສູນ​ຜ່າຕັດ​ຢູ່ ຫວຽດນາມ. ປັດຈຸ​ບັນ FTW ພວມ​ສົມທົບ​ກັບ 3 ​ໂຮງໝໍ​ຄູ່​ຮ່ວມ​ມື​ຂອງ ​ຫວຽດນາມ, ​ໃນ​ນັ້ນ​ມີ​ໂຮງໝໍ ຮົ່ງຫງອກ, ສະ​ຖາ​ບັນ​ການ​ແພດ​ທະຫານ ​108 ແລະ ໂຮງໝໍ​ມິດຕະພາບ ຫວຽດນາມ - ເຢຍລະມັນ. ທີ່ສະ​ຖາ​ບັນ​ການ​ແພດ​ທະຫານ ​108, FTW ໄດ້​ຊ່ວຍ​ເຫຼືອ ສ້າງ​ຕັ້ງ​ສູນ​ຜ່າ​ຕັດ​ກະ​ດູກ​ໃບໜ້າ ແລະ ແຕ່ງຮູບຊົງແຫ່ງ​ທຳ​ອິດ​ຢູ່​ຫວຽດ​ນາມໃນທ້າຍ​ປີ 2018.

ໃນ 5 ປີ​ຕໍ່ໜ້າ, FTW ຈະ​​ຊ່ວຍເຫຼືອ ​ບັນດາ​ທ່ານ​ໝໍ​ ຫວຽດນາມ ດຳ​ເນີນ​ການ​ຜ່າຕັດ​ກະດູກໃບໜ້າ ໃຫ້ເດັກ ປະມານ 40.000 ​ຄົນ. ທາງອົງການ​ ຍັງມີ​ແຜນການ​ຈະ​ສົ່ງ​ທ່ານ​ໝໍ​ ຫວຽດນາມ 200 ຄົນ​ໄປ​ຝຶກ​ອົບຮົມ​ຢູ່​ຕ່າງປະ​ເທດ, ສືບ​ຕໍ່​​ຊ່ວຍ​ເຫຼືອ ອຸປະກອນ​ການ​ແພດ, ​ເຕັກ​ໂນ​ໂລ​ຊີ​ຮັບໃຊ້ການກວດກາ ແລະ ປິ່ນປົວພະຍາດ ທາງໄກ. ການ​ປະກອບສ່ວນ​ຂອງ FTW ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ລັດຖະບານ ຫວຽດນາມ ​ແລະ ອັງກິດ. ທ່ານ​ນາງ Katrin Kadel ​ໄດ້​ຮັບ​ຫຼຽນ​ກາ​ມິດຕະພາບ​ ຂອງ​ປະທານ​ປະ​ເທດ ຫວຽດນາມ. ເພິ່ນຍັງໄດ້ຮັບລາງວັນ Points of Light ປີ 2017ຂອງນາຍົກລັດຖະມົນຕີ ອັງກິດ, ເຊິ່ງຮັບຮູ້ ການປະກອບສ່ວນຂອງບຸກຄົນ ແລະ ອົງການຈັດຕັ້ງອາສາສະໝັກ ທີ່ຊ່ວຍນຳການປ່ຽນແປງໃນຊຸມຊົນ.

ບັນດາທ່ານໝໍ ຂອງ Facing the World ກວດພະຍາດໃຫ້ຄົນເຈັບເດັກ ຢູ່​ໂຮງ​ໝໍ ​ຫວຽດ​ດຶກ ​ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດ ນາມ ເມື່ອປີ 2018. ພາບ: Facing the World
ບັນດາ ທ່ານໝໍ ຫວຽດນາມ ແລະ ອັງກິດ ທໍາການຜ່າຕັດ ກະດູກຄາງ ຢູ່ໂຮງໝໍ ຫວຽດດຶກ ເມື່ອປີ 2019. ພາບ: Facing the World
ທ່ານ​ໝໍ​ ກາ​ນາ​ດາ​ ແລະ​ ຫວຽດ​ນາມ ​ດຳ​ເນີນ​ການ​ຜ່າ​ຕັດ ທີ່​ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ​​ເດືອນ​ ພະ​ຈິກ 2019. ພາບ: Facing the World

ໃນ​ໄລຍະ​ຍາວ, FTW ຄາດ​ວ່າ ຫວຽດນາມ ຈະ​ກາຍ​ເປັນ​ສູນ​ຝຶກ​ອົບ​ຮົມ ການ​ຜ່າ​ຕັດ​ກະດູກ​ໃບ​ໜ້າ​ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານນາງ Katrinຖືວ່າຫວຽດນາມ ມີຄວາມສາມາດ ບົ່ມຊ້ອນ ຢ່າງຄົບຖ້ວນເພື່ອກາຍເປັນສູນກາງຂອງພາກພື້ນ ໃນການຜ່າຕັດກະດູກໃບໜ້າ, ພິເສດແມ່ນສະຖາບັນ ການ​ແພດ​ທະຫານ 108 ແລະ ໂຮງໝໍ ຫວຽດນາມ-ເຢຍລະມັນ ໄດ້ຮັບການຮັບຮອງຈາກ ມະຫາວິທະຍາໄລສັນຍະກຳແຫ່ງ ລາຊະອານາຈັກ ອັງກິດ ກ່ຽວກັບລະດັບວິຊາການ ຢ່າງເປັນທາງການ, ໝາຍຄວາມວ່າ ໂຮງໝໍ 2 ແຫ່ງດ່ັງກ່າວ ມີການ ຝຶກອົບຮົມລະດັບດຽວກັນກັບບັນດາໂຮງໝໍຊັ້ນນໍາຂອງ ອັງກິດ.

ດ້ວຍຄວາມສະເທືອນໃຈ, ທ່ານນາງ Katrin ໄດ້ແບ່ງປັນ ຄວາມຊົງຈໍາກ່ຽວກັບເດັກຍິງເກີດໃໝ່ຄົນໜຶ່ງທີ່ເພິ່ນໄດ້ພົບ. ເດັກມີ​ອາຍຸ​ປະມານ 6 ເດືອນ​ແຕ່​ມີ​ໃບ​ໜ້າ​ພິການ​ທີ່​ຄົນ​ທຳ​ມະ​ດາ​ບໍ່​ກ້າ​ເບິ່ງ. ການ​ຜ່າ​ຕັດ​ໂດຍ​ທ່ານ​ໝໍ​ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ ໄດ້​ສ້າງ​ສິ່ງ​ອັດ​ສະ​ຈັນ, ເຮັດ​ໃຫ້​ເດັກ ກາຍ​ເປັນ​ສາວ​ນ້ອຍ​ທີ່​ໜ້າ​ຮັກ. ທ່ານນາງ Katrin ກ່າວວ່າ: “ມັນເປັນຄວາມຮູ້ສຶກທີ່ດີ ໃນເວລາທີ່ທ່ານເຫັນວ່າການປ່ຽນແປງສາມາດຊ່ວຍໃຫ້ເດັກນ້ອຍທີ່ໂດດດ່ຽວ ຈາກຊຸມຊົນໃຫ້ເຂົ້າສູ່ໃນສັງຄົມຄືນໃໝ່”.

ບົດ: ມິງເຮີບ - ພາບ: Facing the World, ຫາຍເວິນ - ແປໂດຍ: ຢືຟຽນ


Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top