Facing the World (FTW) ແມ່ນອົງການເພື່ອການກຸສົນ ທີ່ຕັ້ງຢູ່ປະເທດ ອັງກິດ. ນັບແຕ່ປີ 2007 ຮອດປັດຈຸບັນ, FTW ໄດ້ສ້າງການພົວພັນຮ່ວມມືກັບບັນດາທ່ານໝໍ ຫວຽດນາມ ເພື່ອນຳຮອຍຍິ້ມ ແລະ ຊີວິດປົກກະຕິໃໝ່ ໃຫ້ແກ່ເດັກນ້ອຍນັບພັນຄົນທີ່ມີຄວາມບົກຜ່ອງດ້ານ ກະດູກໃບໜ້າ ມາແຕ່ກຳເນີດ.
ພວກຂ້າພະເຈົ້າໄດ້ມາຢ້ຽມຢາມທ່ານນາງ Katrin Kandel -ຜູ້ອຳນວຍການບໍລິຫານອາສາສະໝັກຂອງອົງການ Facing the World (FTW)ຢູ່ ລອນດອນ, ປະເທດ ອັງກິດ.ໃນການສົນທະນາກັບທ່ານນາງ Katrin ໄດ້ເຮັດໃຫ້ພວກຂ້າພະເຈົ້າ ເຂົ້າໃຈເຖິງຂະບວນການອັນຍາວນານ ເຊິ່ງ FTW ແລະ ທ່ານນາງ Katrin ໄດ້ນໍາມາເຊິ່ງການປ່ຽນແປງ ອັນໃຫຍ່ຫຼວງ ໃຫ້ແກ່ເດັກນ້ອຍດ້ອຍໂອກາດ ຫວຽດນາມ ນັບພັນໆ ຄົນ.
ນັບແຕ່ປີ 2007, FTW ເລີ່ມສ້າງສາຍພົວພັນກັບທ່ານໝໍ ຫວຽດນາມ. ໃນເບື້ອງຕົ້ນ, FTW ໄດ້ນຳເອົາຄົນເຈັບເດັກ ຫວຽດນາມ ໄປຜ່າຕັດຢູ່ ອັງກິດດ້ວຍມູນຄ່າ 0.5-1 ລ້ານປອນ/ຄົນ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ປີ 2008 ເປັນຕົ້ນມາ, FTW ໄດ້ສົ່ງຄະນະແພດໝໍຕ່າງປະເທດມາ ຫວຽດນາມ ເພື່ອສົມທົບກັບ ຄະນະແພດ ຫວຽດ ນາມ ດຳເນີນການຜ່າຕັດກະດູກໃບໜ້າທີ່ສັບສົນ. ນັບແຕ່ນັ້ນມາ, FTWໄດ້ປະຕິບັດຍຸດທະສາດໜຶ່ງແບບຍືນຍົງ, ຊ່ວຍປິ່ນປົວຄົນເຈັບເດັກນັບພັນໆ ຄົນທີ່ມີຄວາມບົກຜ່ອງທາງດ້ານກະດູກໃບໜ້າມາແຕ່ກຳເນີດຢູ່ ຫວຽດນາມ.
ທ່ານນາງ Katrin Kandel, ຜູ້ອຳນວຍການບໍລິຫານ ຂອງ ອົງການ Facing the World (FTW). ພາບ: ຫາຍເວິນ/VNA
ທ່ານນາງ Katrin Kandel, ຜູ້ອຳນວຍການບໍລິຫານ ຂອງອົງການ Facing the World (ຊ້າຍ) ແລະ ທ່ານນາງ ເລຫງອກຈີ, ຜູ້ອຳນວຍ ການໃຫຍ່ ບໍລິສັດ Vietnam Grand Prix Corporation, VIN Group ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດປີ 2019. ພາບ: Facing the World
ທ່ານນາງ Katrin ໃຫ້ຮູ້ວ່າການແກ້ໄຂແບບຍືນຍົງນີ້ ແມ່ນອີງໃສ່ວິທີການ “ໃຫ້ຄັນເບັດແທນທີ່ໃຫ້ປາ”. ແທນທີ່ຈະສົ່ງຄົນເຈັບເດັກໄປປິ່ນປົວຢູ່ຕ່າງປະເທດ ທ່ີມີຄ່າໃຊ້ຈ່າຍສູງ, ອົງການໄດ້ສົ່ງທ່ານໝໍ ຫວຽດນາມ ໄປຍັງບັນດາສູນການແພດຊັ້ນນຳຂອງໂລກ ເພື່ອຮຽນຮູ້ເຕັກນິກຜ່າຕັດ ແລະ ວິທີປິ່ນປົວຄວາມບົກຜ່ອງທາງດ້ານກະດູກໃບໜ້າ ມາແຕ່ກຳເນີດ. ມາຮອດປັດຈຸບັນ, ມີທ່ານໝໍ ຫວຽດນາມ 100 ກວ່າຄົນໄດ້ FTW ສົ່ງໄປຝຶກອົບຮົມຢູ່ບັນດາໂຮງໝໍຊັ້ນນຳຂອງ ອັງກິດ, ການາດາ, ສ ອາເມລິກາ ແລະ ອົດສະຕຣາລີ.
ນັບແຕ່ປີ 2018, ໂດຍສະເລ່ຍແລ້ວ, ແຕ່ລະປີ FTW ໄດ້ສົ່ງ ຄະນະແພດໝໍ 2 ທີມຈາກບັນດາໂຮງໝໍທີ່ໃຫ້ທຶນ ມາ ຫວຽດນາມ ເພື່ອຝຶກອົບຮົມ ຜູ້ຮ່ວມງານ ຫວຽດນາມ ປະຕິບັດການຜ່າຕັດກະດູກໃບໜ້າທີ່ສັບຊ້ອນ. FTW ຍັງເນັ້ນໃສ່ ວິທີການປິ່ນປົວຈາກທາງໄກຄືເປັນສ່ວນໜຶ່ງ ຂອງຍຸດທະສາດ ການຝຶກອົບຮົມຂອງຕົນ. FTW ໄດ້ຮ່ວມມືກັບອົງການກວດກາ ແລະ ປິ່ນປົວພະຍາດດ້ວຍທາງໄກ Teledocເພື່ອພັດທະນາພື້ນຖານInTouch Health, ແມ່ນເຕັກໂນໂລຊີທີ່ຊ່ວຍໃຫ້ບັນດາທ່ານໝໍ ຫວຽດນາມ ເຊື່ອມຕໍ່ກັບບັນດາຜູ້ຊ່ຽວຊານຜ່າຕັດແຖວໜ້າຂອງໂລກ ເພື່ອໃຫ້ຄຳປຶກສາ ແລະ ບຳລຸງສ້າງເປັນປະຈຳ ໂດຍບໍ່ຕ້ອງໄປຕ່າງປະເທດ.
Facing the World ກໍ່ສະໜັບສະໜູນເຄື່ອງຕິດຕາມດັດສະນີການຢູ່ລອດໃຫ້ໂຮງໝໍ ຫວຽດນາມ ໃນໄລຍະໂລກລະບາດ ໂຄວິດ-19. ພາບ: Facing the World
ທ່ານໝໍ Christopher Forrest, ຫົວໜ້າພະແນກຜ່າຕັດ ຕົກແຕ່ງ, ໂຮງໝໍເດັກ Torronto (ການາດາ) ແລະ ທີມແພດ ຂອງ ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ໄດ້ກວດພະຍາດໃຫ້ແກ່ຄົນເຈັບເດັກ ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດນາມ ຂອງທີມງານ Facing the World ເມື່ອເດືອນ ພະຈິກ 2019. ພາບ: Facing the World
ທ່ານໝໍ Christopher Forrest, ຫົວໜ້າພະແນກຜ່າຕັດ ຕົກແຕ່ງ, ໂຮງໝໍເດັກ Torronto (ການາດາ) ແລະ ທີມແພດ ຂອງ ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ໄດ້ກວດພະຍາດໃຫ້ແກ່ຄົນເຈັບເດັກ ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດນາມ ຂອງທີມງານ Facing the World ເມື່ອເດືອນ ພະຈິກ 2019. ພາບ: Facing the World
ຮອຍຍິ້ມຂອງສາວນ້ອຍ ພາຍຫຼັງການຜ່າຕັດສຳເລັດ ຢູ່ສະຖາບັນການແພດທະຫານ 108. ພາບ: Facing the World
ປັດຈຸບັນ, FTW ໄດ້ຊ່ວຍເຫຼືອອຸປະກອນ ແລະ ເຕັກໂນໂລຊີກວດກາ ແລະ ປິ່ນປົວພະຍາດ ທາງໄກ ດ້ວຍມູນຄ່າ 2.4 ລ້ານປອນ (3.12 ລ້ານ ໂດລາສະຫະລັດ ) ໃຫ້ບັນດາສູນຜ່າຕັດຢູ່ ຫວຽດນາມ. ປັດຈຸບັນ FTW ພວມສົມທົບກັບ 3 ໂຮງໝໍຄູ່ຮ່ວມມືຂອງ ຫວຽດນາມ, ໃນນັ້ນມີໂຮງໝໍ ຮົ່ງຫງອກ, ສະຖາບັນການແພດທະຫານ 108 ແລະ ໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ. ທີ່ສະຖາບັນການແພດທະຫານ 108, FTW ໄດ້ຊ່ວຍເຫຼືອ ສ້າງຕັ້ງສູນຜ່າຕັດກະດູກໃບໜ້າ ແລະ ແຕ່ງຮູບຊົງແຫ່ງທຳອິດຢູ່ຫວຽດນາມໃນທ້າຍປີ 2018.
ໃນ 5 ປີຕໍ່ໜ້າ, FTW ຈະຊ່ວຍເຫຼືອ ບັນດາທ່ານໝໍ ຫວຽດນາມ ດຳເນີນການຜ່າຕັດກະດູກໃບໜ້າ ໃຫ້ເດັກ ປະມານ 40.000 ຄົນ. ທາງອົງການ ຍັງມີແຜນການຈະສົ່ງທ່ານໝໍ ຫວຽດນາມ 200 ຄົນໄປຝຶກອົບຮົມຢູ່ຕ່າງປະເທດ, ສືບຕໍ່ຊ່ວຍເຫຼືອ ອຸປະກອນການແພດ, ເຕັກໂນໂລຊີຮັບໃຊ້ການກວດກາ ແລະ ປິ່ນປົວພະຍາດ ທາງໄກ. ການປະກອບສ່ວນຂອງ FTW ໄດ້ຮັບການຮັບຮູ້ຈາກລັດຖະບານ ຫວຽດນາມ ແລະ ອັງກິດ. ທ່ານນາງ Katrin Kadel ໄດ້ຮັບຫຼຽນກາມິດຕະພາບ ຂອງປະທານປະເທດ ຫວຽດນາມ. ເພິ່ນຍັງໄດ້ຮັບລາງວັນ Points of Light ປີ 2017ຂອງນາຍົກລັດຖະມົນຕີ ອັງກິດ, ເຊິ່ງຮັບຮູ້ ການປະກອບສ່ວນຂອງບຸກຄົນ ແລະ ອົງການຈັດຕັ້ງອາສາສະໝັກ ທີ່ຊ່ວຍນຳການປ່ຽນແປງໃນຊຸມຊົນ.
ບັນດາທ່ານໝໍ ຂອງ Facing the World ກວດພະຍາດໃຫ້ຄົນເຈັບເດັກ ຢູ່ໂຮງໝໍ ຫວຽດດຶກ ໃນລະຫວ່າງ ການປະຕິບັດງານຢູ່ ຫວຽດ ນາມ ເມື່ອປີ 2018. ພາບ: Facing the World
ບັນດາ ທ່ານໝໍ ຫວຽດນາມ ແລະ ອັງກິດ ທໍາການຜ່າຕັດ ກະດູກຄາງ ຢູ່ໂຮງໝໍ ຫວຽດດຶກ ເມື່ອປີ 2019. ພາບ: Facing the World
ທ່ານໝໍ ການາດາ ແລະ ຫວຽດນາມ ດຳເນີນການຜ່າຕັດ ທີ່ສູນຜ່າຕັດກະດູກໃບໜ້າ ແລະ ຕົກແຕ່ງ, ສະຖາບັນ 108 ເດືອນ ພະຈິກ 2019. ພາບ: Facing the World
ໃນໄລຍະຍາວ, FTW ຄາດວ່າ ຫວຽດນາມ ຈະກາຍເປັນສູນຝຶກອົບຮົມ ການຜ່າຕັດກະດູກໃບໜ້າ ຢູ່ອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ Katrinຖືວ່າຫວຽດນາມ ມີຄວາມສາມາດ ບົ່ມຊ້ອນ ຢ່າງຄົບຖ້ວນເພື່ອກາຍເປັນສູນກາງຂອງພາກພື້ນ ໃນການຜ່າຕັດກະດູກໃບໜ້າ, ພິເສດແມ່ນສະຖາບັນ ການແພດທະຫານ 108 ແລະ ໂຮງໝໍ ຫວຽດນາມ-ເຢຍລະມັນ ໄດ້ຮັບການຮັບຮອງຈາກ ມະຫາວິທະຍາໄລສັນຍະກຳແຫ່ງ ລາຊະອານາຈັກ ອັງກິດ ກ່ຽວກັບລະດັບວິຊາການ ຢ່າງເປັນທາງການ, ໝາຍຄວາມວ່າ ໂຮງໝໍ 2 ແຫ່ງດ່ັງກ່າວ ມີການ ຝຶກອົບຮົມລະດັບດຽວກັນກັບບັນດາໂຮງໝໍຊັ້ນນໍາຂອງ ອັງກິດ.
ດ້ວຍຄວາມສະເທືອນໃຈ, ທ່ານນາງ Katrin ໄດ້ແບ່ງປັນ ຄວາມຊົງຈໍາກ່ຽວກັບເດັກຍິງເກີດໃໝ່ຄົນໜຶ່ງທີ່ເພິ່ນໄດ້ພົບ. ເດັກມີອາຍຸປະມານ 6 ເດືອນແຕ່ມີໃບໜ້າພິການທີ່ຄົນທຳມະດາບໍ່ກ້າເບິ່ງ. ການຜ່າຕັດໂດຍທ່ານໝໍ ຫວຽດນາມ ແລະ ຕ່າງປະເທດ ໄດ້ສ້າງສິ່ງອັດສະຈັນ, ເຮັດໃຫ້ເດັກ ກາຍເປັນສາວນ້ອຍທີ່ໜ້າຮັກ. ທ່ານນາງ Katrin ກ່າວວ່າ: “ມັນເປັນຄວາມຮູ້ສຶກທີ່ດີ ໃນເວລາທີ່ທ່ານເຫັນວ່າການປ່ຽນແປງສາມາດຊ່ວຍໃຫ້ເດັກນ້ອຍທີ່ໂດດດ່ຽວ ຈາກຊຸມຊົນໃຫ້ເຂົ້າສູ່ໃນສັງຄົມຄືນໃໝ່”.
ບົດ: ມິງເຮີບ - ພາບ: Facing the World, ຫາຍເວິນ - ແປໂດຍ: ຢືຟຽນ