ຂົວຕໍ່ແຫ່ງຄວາມຮັກ ຂອງ ຄອບຄົວຊາວ ຝຣັ່ງ ທີ່ມີຕໍ່ເດັກນ້ອຍ ຫວຽດນາມ

ຂົວຕໍ່ແຫ່ງຄວາມຮັກ ຂອງ ຄອບຄົວຊາວ ຝຣັ່ງ ທີ່ມີຕໍ່ເດັກນ້ອຍ ຫວຽດນາມ

ດ້ວຍຄວາມຜູກພັນກັບ ຫວຽດນາມ ຜ່ານຄວາມຮັກແພງ ແບບ ຄອບຄົວ ແລະ ຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ, ຜົວເມຍ ຊາວ ຝຣັ່ງ ຄູ່ໜຶ່ງ ໄດ້ມີຄວາມພະຍາຍາມກັບຄືນມາ ຫວຽດນາມ ຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ ກວ່າໜຶ່ງທົດສະວັດ, ໂດຍ ນຳເອົາ ບັນດາ ກິດຈະກຳ ທີ່ລຽບງ່າຍ ແຕ່ເຕັມໄປດ້ວຍ ຄວາມໝາຍ ເພື່ອຊ່ວຍເຫຼືອ ເດັກນ້ອຍ ທີ່ມີສະພາບ ຄວາມຫຍຸ້ງຍາກ.

ສອງຜົວເມຍ BiTrou-Grollier (ຊາວ ຝຣັ່ງ) ມີຄວາມຮັກ ອັນດຽວກັນ ຕໍ່ກັບການເຄື່ອນໄຫວວຽກງານການກຸສົນ ເພື່ອ ຊ່ວຍເຫຼືອເດັກນ້ອຍຜູ້ທຸກຍາກ ຢູ່ ຫວຽດນາມ. ພາບ: ແທັງຢາງ/VNP

ເປັນເວລາກວ່າ 10 ປີຜ່ານມາ, ທ່ານ Bitrou ແລະ ທ່ານນາງ Grollier ໄດ້ເດີນທາງມາ ຫວຽດນາມ ຫຼາຍຄັ້ງ ເພື່ອປະຕິບັດ ກິດຈະກຳການກຸສົນແບບງຽບໆ ໃຫ້ແກ່ເດັກນ້ອຍ ທີ່ມີສະພາບ ຫຍຸ້ງຍາກຂັດສົນ. ການເດີນທາງໃນແຕ່ລະຄັ້ງ ບໍ່ພຽງແຕ່ແມ່ນ ການມອບຂອງຂວັນດ້ານວັດຖຸ ເທົ່ານັ້ນ, ແຕ່ຍັງແມ່ນການສືບຕໍ່ ສາຍພົວພັນ ອັນແໜ້ນແຟ້ນ ກັບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ ອີກດ້ວຍ.

ທ່ານ ແລະ ທ່ານນາງ BiTrou-Grollier ມີຄວາມຕື້ນຕັນໃຈ ເມື່ອໄດ້ເຫັນບັນດານ້ອງນັກຮຽນ ຟ້ອນຮ້ອງເພງຢ່າງໄຮ້ດຽງສາ ທີ່ສະແດງເຖິງຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ພາບ: ແທັງຢາງ/VNP
ບັນດານ້ອງນັກຮຽນ ມີຄວາມຕື່ນເຕັ້ນຫຼາຍ ກັບບັນດາຂອງຂວັນ ທີ່ໜ້າຮັກ ເຊິ່ງທ່ານ ແລະ ທ່ານນາງ BiTrou-Grollier ໄດ້ເລືອກຊື້ຢູ່ ຫວຽດນາມ. ພາບ: ແທັງຢາງ/VNP

ໃນເດືອນ ເມສາ ນີ້, ເຂົາເຈົ້າໄດ້ໄປຢ້ຽມຢາມ ໂຮງຮຽນປະຖົມ ຫຼິ໊ງນາມ (ນະຄອນ ຮ່າໂນ້ຍ), ໂດຍໄດ້ນຳເອົາລົດຖີບ, ອຸປະກອນການຮຽນ ແລະ ເຄື່ອງຫຼິ້ນມາມອບໃຫ້ນັກຮຽນ. ຢູ່ທີ່ ເດີ່ນໂຮງຮຽນ, ແຂກພິເສດທັງສອງທ່ານ ມີຄວາມຕື້ນຕັນໃຈ ຢ່າງຍິ່ງ ເມື່ອໄດ້ຮັບການຕ້ອນຮັບ ດ້ວຍຮອຍຍິ້ມ ທີ່ບໍລິສຸດ ແລະ ຄວາມສຸພາບຮຽບຮ້ອຍ ຂອງ ພວກນ້ອງນ້ອຍ. ໂຮງຮຽນແຫ່ງນີ້ ຕັ້ງຢູ່ເຂດນອກເມືອງ, ມີນັກຮຽນ ກວ່າ 2.000 ຄົນ, ໃນນັ້ນມີ ນັກຮຽນ ກວ່າ 30 ຄົນທີ່ມີຖານະຫຍຸ້ງຍາກ, ທີ່ນີ້ຈຶ່ງກາຍເປັນ ຈຸດຢຸດພັກ ທີ່ມີຄວາມໝາຍ ໃນການເດີນທາງ ແບ່ງປັນ ຂອງ ເຂົາເຈົ້າ.  

ທ່ານ Bitrou ກ່າວວ່າ: “ນີ້ແມ່ນຄັ້ງທຳອິດ ທີ່ຂ້າພະເຈົ້າ ໄດ້ມາ ຢ້ຽມຢາມໂຮງຮຽນຢູ່ ນະຄອນຫຼວງ. ກ່ອນໜ້ານີ້, ຂ້າພະເຈົ້າ ໄດ້ຮ່ວມ ເດີນທາງ ກັບເດັກນ້ອຍ ຢູ່ເຂດຊົນນະບົດ ຂອງ ຫວຽດນາມ ມາເປັນເວລາຫຼາຍປີແລ້ວ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າ ປະທັບໃຈຢ່າງເລິກເຊິ່ງ ແມ່ນຄວາມດຸໝັ່ນ, ຄວາມຊື່ສັດ ແລະ ຈິດໃຈຮັກການຮຽນ ຂອງ ພວກຫຼານໆ ນັກຮຽນ”.  

ສຳລັບທ່ານນາງ Grollier, ການກັບຄືນມາ ຫວຽດນາມ ໃນ ແຕ່ລະຄັ້ງ ຍັງມີຄວາມໝາຍພິເສດກວ່າ. ເນື່ອງຈາກກຳເນີດ ໃນຄອບຄົວ ທີ່ມີພໍ່ເປັນຄົນ ຮ່າໂນ້ຍ, ທ່ານນາງ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນ ບ້ານເກີດເມືອງນອນ ແຫ່ງທີສອງ. ຄວາມຮັກແພງນັ້ນ ຍິ່ງເລິກເຊິ່ງຍິ່ງຂຶ້ນ ເມື່ອທ່ານນາງ ແລະ ສາມີ ໄດ້ຕັດສິນໃຈຮັບລູກສາວ ຊາວ ຫວຽດນາມ ສອງຄົນມາເປັນ ລູກບຸນທຳ ຄື: Amandine ໃນປີ 1998 ແລະ Jade ໃນປີ 2006.  

ເມື່ອລູກໆ ໃຫຍ່ຂຶ້ນມາ, ທ່ານນາງ ແລະ ສາມີ ມີຄວາມຫວັງ ຢາກ ໃຫ້ລູກໆ ເຂົ້າໃຈແຈ້ງ ກ່ຽວກັບຮາກເຫງົ້າຂອງຕົນ, ພ້ອມທັງ ປູກຈິດໃຈແຫ່ງການແບ່ງປັນຕໍ່ສັງຄົມ. ດ້ວຍເຫດນັ້ນ, ໃນປີ 2014, ທ່ານນາງ Grollier ໄດ້ສ້າງຕັ້ງສະມາຄົມ “Les Etoiles d’Hanoi” (ດາວ ຮ່າໂນ້ຍ), ເຊິ່ງເປັນການເຕົ້າໂຮມ ບັນດາເພື່ອນມິດສາກົນ ແລະ ຜູ້ທີ່ຮັກແພງ ຫວຽດນາມ ເຂົ້າມາ ມີສ່ວນຮ່ວມ ໃນກິດຈະກຳ ຊ່ວຍເຫຼືອເດັກນ້ອຍ.

 

ຜົວເມຍທ່ານ Bitrou - Grollier ມອບຂອງຂວັນ ເປັນລົດຖີບ ໃຫ້ແກ່ບັນດານັກຮຽນ ທີ່ມີສະພາບຄວາມຫຍຸ້ງຍາກ ຢູ່ ໂຮງຮຽນ ປະຖົມ ຫຼີ໊ງນາມ. ພາບ: ແທັງຢາງ/VNP
ບັນດາຂອງຂວັນທີ່ມີຄວາມໝາຍ ໄດ້ຮັບການມອບໂດຍກົງ ເຖິງມືຂອງນ້ອງໆນັກຮຽນ ຈາກທ່ານ ແລະ ທ່ານນາງ BiTrou-Grollier. ພາບ: ແທັງຢາງ/VNP
 
ຄວາມສຸກຂອງ ທ່ານ ແລະ ທ່ານນາງ BiTrou-Grollier ໃນວັນມອບຂອງຂວັນ ໃຫ້ແກ່ນ້ອງນັກຮຽນທຸກຍາກ ທີ່ຜ່ານຜ່າຄວາມຫຍຸ້ງຍາກ. ພາບ: ເຈິ່ນແທັງຢາງ/VNP

ຜ່ານສະມາຄົມດັ່ງກ່າວ, ເຂົາເຈົ້າໄດ້ມຸ່ງໄປເຖິງ ບັນດາໂຮງຮຽນ ທີ່ມີນັກຮຽນທຸກຍາກຂາດເຂີນ ດ້ວຍຄວາມຫວັງຢາກຊ່ວຍ ໃຫ້ ພວກຫຼານມີເງື່ອນໄຂໃນການຮຽນທີ່ດີຂຶ້ນ. ບັນດາກິດຈະກຳ ເຫຼົ່ານີ້ ບໍ່ພຽງແຕ່ຢຸດ ຢູ່ການມອບຂອງຂວັນເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ເຊື່ອມໂຍງ ຜູ້ຄົນດ້ວຍກັນ, ຊຸກຍູ້ຄວາມເຂົ້າໃຈ ແລະ ສາຍພົວພັນ ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຝຣັ່ງ.

 

ທ່ານ ແລະ ທ່ານນາງ BiTrou-Grollier ຖ່າຍພາບທີ່ລະນຶກຮ່ວມກັບຄະນະຄູອາຈານ ຂອງໂຮງຮຽນປະຖົມ ຫຼິ໊ງນາມ. ພາບ: ແທັງຢາງ/VNP
 
ທ່ານ ແລະ ທ່ານນາງ BiTrou-Grollierສົນທະນາຮ່ວມກັບຄູອາຈານ ພາຍໃຕ້ຫຼັງຄາໂຮງຮຽນ ປະຖົມສຶກສາ. ພາບ: ແທັງຢາງ/VNP

ເຖິງວ່າຊີວິດຈະມີຄວາມຫຍຸ້ງ ກັບວຽກງານຫຼາຍຢ່າງ, ແຕ່ ຄອບຄົວ ທ່ານ Bitrou ແລະ ທ່ານນາງ Grollier ຍັງຄົງຮັກສາ ການກັບຄືນມາ ຫວຽດນາມ ເປັນປະຈຳທຸກປີ. ໃນເວລາທີ່ລູກໆ ຕິດພາລະກິດການຮຽນ, ທ່ານນາງ ແລະ ສາມີ ກໍ່ຍັງຄົງຮ່ວມກັນ ເດີນທາງມາຍັງ ຫວຽດນາມ. ເພື່ອໃຫ້ມີທຶນ ເຂົ້າໃນກິດຈະກຳ ການກຸສົນ, ເຂົາເຈົ້າ ໄດ້ຈັດກິດຈະກຳລະດົມທຶນຢູ່ ຝຣັ່ງ ປີລະ 1-2 ຄັ້ງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກເພື່ອນມິດ ແລະ ຊຸມຊົນ.  

ຢູ່ໂຮງຮຽນປະຖົມ ຫຼິ໊ງນາມ, ນອກຈາກການມອບ ຂອງຂວັນ ແລ້ວ, ທ່ານນາງ ແລະ ສາມີຍັງໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ, ຮັບຟັງ ພວກຫຼານນັກຮຽນຮ້ອງເພງຊາດ ແລະ ສຳຜັດໄດ້ເຖິງ ຈິດໃຈແຫ່ງຄວາມພາກພູມໃຈ, ສະຕິລະບຽບວິໄນຂອງນັກຮຽນ. ທັງສອງທ່ານ ຍັງໄດ້ເຂົ້າໄປໃນຫ້ອງຮຽນ ເພື່ອສົນທະນາ, ຮັບຟັງ ເພື່ອເຂົ້າໃຈ ແຈ້ງ ກວ່າເກົ່າ ກ່ຽວກັບຊີວິດການເປັນຢູ່ ແລະ ຄວາມມຸ່ງຫວັງ ຂອງພວກຫຼານ, ຈາກນັ້ນກໍ່ມີການຊ່ວຍເຫຼືອ ທີ່ເໝາະສົມກວ່າ.

ທ່ານນາງ Grollier ກ່າວວ່າ: “ສຳລັບຂ້າພະເຈົ້າແລ້ວ, ລາງວັນ ທີ່ໃຫຍ່ທີ່ສຸດ ກໍ່ຄືຮອຍຍິ້ມ ຂອງເດັກນ້ອຍ. ນັ້ນກໍ່ແມ່ນກຳລັງໃຈ ເພື່ອໃຫ້ຂ້າພະເຈົ້າສືບຕໍ່ຜູກພັນກັບ ຫວຽດນາມ ແລະ ຮັກສາ ກິດຈະກຳ ການກຸສົນໃນຕໍ່ໜ້າ”.

ຜົວເມຍທ່ານ Bitrou - Grollier ພົບປະແລກປ່ຽນ ກັບບັນດານັກຮຽນຫ້ອງ 2A4. ພາບ: ແທັງຢາງ/VNP  
 
ບັນດາພາບອັນສະໜິດສະໜົມ ລະຫວ່າງ ທ່ານ ແລະ ທ່ານນາງ BiTrou-Grollier ກັບ ບັນດານ້ອງນັກຮຽນ ໂຮງຮຽນປະຖົມ ຫຼິ໊ງນາມ ຮ່າໂນ້ຍ. ພາບ: ແທັງຢາງ/VNP

ເມື່ອກັບຄືນ ຝຣັ່ງ, ທັງຄູ່ ບໍ່ພຽງແຕ່ນຳເອົາຄວາມຊົງຈຳ ທີ່ດີງາມ ກັບໄປເທົ່ານັ້ນ, ແຕ່ຍັງແມ່ນຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ ແຜ່ຂະຫຍາຍ ຄຸນຄ່າທີ່ດີງາມເຫຼົ່ານີ້. ຜ່ານຫຼາຍປີ ແຫ່ງຄວາມ ພະຍາຍາມ ຢ່າງບໍ່ຢຸດຢັ້ງ, ບັນດາກິດຈະກຳ ທີ່ລຽບງ່າຍ ຂອງ ເຂົາເຈົ້າ ໄດ້ກາຍເປັນ “ຂົວຕໍ່ແຫ່ງຄວາມຮັກ”, ປະກອບສ່ວນ ເຊື່ອມຕໍ່ຜູ້ຄົນ ແລະ ສົ່ງເສີມຄວາມຫວັງ ໃຫ້ແກ່ເດັກນ້ອຍ ຜູ້ທີ່ດ້ອຍໂອກາດຢູ່ ຫວຽດນາມ.

ບົດ: ບິກເວິນ - ພາບ: ແທັງຢາງ/VNP

 


Top