ກະຊວງການເງິນ ຫາກໍລົງນາມໃນຖະແຫຼງການກ່ຽວກັບຂໍ້ຕົກລົງຫຼາຍຝ່າຍລະຫວ່າງບັນດາເຈົ້າໜ້າທີ່ມີສິດອຳນາດ (CbC MCAA) ເພື່ອແນໃສ່ແລກປ່ຽນບົດລາຍງານຜົນກຳໄລລະຫວ່າງຊາດ ກັບບັນດາປະເທດຄູ່ຮ່ວມມື, ເຊິ່ງເປັນສະມາຊິກສະຫະພາບເອີຣົບ (EU).
EU ຈະບໍ່ໝູນໃຊ້ບັນດາມາດຕະການປ້ອງກັນຕົວກ່ຽວກັບພາສີ ແລະ ການປອດພາສີສະເພາະສຳລັບສິນຄ້າ ຫວຽດນາມ. (ພາບ: Trung Chánh)
ສິ່ງດັ່ງກ່າວມີຄວາມໝາຍວ່າ EU ຈະບໍ່ຈັດວາງບັນດາມາດຕະການປ້ອງກັນຕົວກ່ຽວກັບພາສີ ແລະ ນະໂຍບາຍພາສີສະເພາະສຳລັບສິນຄ້າ ຫວຽດນາມ. ບັນດາຂໍ້ຕົກລົງດັ່ງກ່າວເໝາະສົມກັບເນື້ອໃນສຳຫຼວດຂອງຄະນະເລຂາເວທີປາໄສທົ່ວໂລກຂຶ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD). ພ້ອມດຽວກັນນັ້ນ, ລັດຖະມົນຕີກະຊວງການເງິນ ກໍລົງນາມໃນແຈ້ງການ 05 ສະບັບຕາມແບບກຳນົດຂອງ OCED ເພື່ອເລີ່ມຕົ້ນກົນໄກແລກປ່ຽນບົດລາຍງານດັ່ງກ່າວກັບບັນດາປະເທດຄູ່ຮ່ວມມື, ລວມມີທັງໝົດ 27 ປະເທດສະມາຊິກ ສະຫະພາບເອີຣົບ (EU).
ພາຍຫຼັງພິທີລົງນາມ, ຫວຽດນາມ ໄດ້ກາຍເປັນຝ່າຍທີ 107 ທີ່ລົງນາມໃນຂໍ້ຕົກລົງດັ່ງກ່າວ. ເລື່ອງລົງນາມໃນຂໍ້ຕົກລົງໃນຕົ້ນປີນີ້ ແມ່ນບາດກ້າວເດີນທີ່ເໝາະສົມ, ຮັບປະກັນໃຫ້ແກ່ການຜັນຂະຫຍາຍອັດຕາພາສີໜ້ອຍສຸດໃນທົ່ວໂລກ ຕາມຂັ້ນຕອນທີ່ໄດ້ວາງອອກ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເພີ່ມທະວີລັກສະນະໂປ່ງໃສດ້ານການເງິນ ແລະ ການເຊື່ອມໂຍງເສດຖະກິດສາກົນ.
(ແຫຼ່ງຄັດຈາກ VOV)