ຂ່າວສານ

EU ຈະ​ບໍ່​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕົວ​ກ່ຽວ​ກັບ​ພາ​ສີ ແລະ ການ​ປອດພາ​ສີ​ສະ​ເພາະ​ສຳ​ລັບ​ສິນ​ຄ້າ ຫວຽດ​ນາມ

ກະຊວງການເງິນ ຫາກໍລົງນາມໃນຖະແຫຼງການກ່ຽວກັບຂໍ້ຕົກລົງຫຼາຍຝ່າຍລະຫວ່າງບັນດາເຈົ້າໜ້າທີ່ມີສິດອຳນາດ (CbC MCAA) ເພື່ອແນໃສ່ແລກປ່ຽນບົດລາຍງານຜົນກຳໄລລະຫວ່າງຊາດ ກັບບັນດາປະເທດຄູ່ຮ່ວມມື, ເຊິ່ງເປັນສະມາຊິກສະຫະພາບເອີຣົບ (EU).
  EU ຈະ​ບໍ່​ໝູນ​ໃຊ້​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຕົວ​ກ່ຽວ​ກັບ​ພາ​ສີ ແລະ ການ​ປອດພາ​ສີ​ສະ​ເພາະ​ສຳ​ລັບ​ສິນ​ຄ້າ ຫວຽດ​ນາມ. (ພາບ: Trung Chánh)  

ສິ່ງດັ່ງກ່າວມີຄວາມໝາຍວ່າ EU ຈະບໍ່ຈັດວາງບັນດາມາດຕະການປ້ອງກັນຕົວກ່ຽວກັບພາສີ ແລະ ນະໂຍບາຍພາສີສະເພາະສຳລັບສິນຄ້າ ຫວຽດນາມ. ບັນດາຂໍ້ຕົກລົງດັ່ງກ່າວເໝາະສົມກັບເນື້ອໃນສຳຫຼວດຂອງຄະນະເລຂາເວທີປາໄສທົ່ວໂລກຂຶ້ນກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD). ພ້ອມດຽວກັນນັ້ນ, ລັດຖະມົນຕີກະຊວງການເງິນ ກໍລົງນາມໃນແຈ້ງການ 05 ສະບັບຕາມແບບກຳນົດຂອງ OCED ເພື່ອເລີ່ມຕົ້ນກົນໄກແລກປ່ຽນບົດລາຍງານດັ່ງກ່າວກັບບັນດາປະເທດຄູ່ຮ່ວມມື, ລວມມີທັງໝົດ 27 ປະເທດສະມາຊິກ ສະຫະພາບເອີຣົບ (EU).

ພາຍຫຼັງພິທີລົງນາມ, ຫວຽດນາມ ໄດ້ກາຍເປັນຝ່າຍທີ 107 ທີ່ລົງນາມໃນຂໍ້ຕົກລົງດັ່ງກ່າວ. ເລື່ອງລົງນາມໃນຂໍ້ຕົກລົງໃນຕົ້ນປີນີ້ ແມ່ນບາດກ້າວເດີນທີ່ເໝາະສົມ, ຮັບປະກັນໃຫ້ແກ່ການຜັນຂະຫຍາຍອັດຕາພາສີໜ້ອຍສຸດໃນທົ່ວໂລກ ຕາມຂັ້ນຕອນທີ່ໄດ້ວາງອອກ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເພີ່ມທະວີລັກສະນະໂປ່ງໃສດ້ານການເງິນ ແລະ ການເຊື່ອມໂຍງເສດຖະກິດສາກົນ.


top