• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ປັດຈຸບັນ ໄພເງິນເຟີ້ ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1,9%ໃນເດືອນພຶດສະພາ 2025.
ສຳນັກງານ ທະນາຄານສູນກາງເອີລົບ (ECB) (ພາບ: REUTERS/Wolfgang Rattay)
ວັນທີ 5 ມິຖຸນາ, ທະນາຄານສູນກາງເອີລົບ (ECB) ໄດ້ຫຼຸດອັດຕາດອກເບ້ຍລົງ 0,25 ຍ້ອນຄວາມວິຕົກກັງວົນ ກ່ຽວກັບພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນ euro (Eurozone) ພວມປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ. ດັ່ງນັ້ນ, ນັບແຕ່ເດືອນມິຖຸນາ 2024, ECB ໄດ້ຫຼຸດຜ່ອນອັດຕາດອກເບ້ຍລົງ 8 ເທື່ອ, ເທົ່າກັບ2ຄະແນນສ່ວນຮ້ອຍ, ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ Eurozone. ອັດຕາດອກເບ້ຍເງິນຝາກຫຼຸດລົງແຕ່ 2,25% ລົງ 2%, ອັດຕາດອກເບ້ຍກູ້ຢຶມຫຼຸດແຕ່ 2,65% ລົງ 2,4%. ປັດຈຸບັນ ໄພເງິນເຟີ້ ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1,9%ໃນເດືອນພຶດສະພາ 2025. ອັດຕາເງິນເຟີ້ພວມໃກ້ກັບລະດັບເປົ້າໝາຍ 2%ຂອງ ECB, ລະດັບປານກາງ, ໝາຍຄວາມໝາຍບໍ່ກະຕຸກຊຸກຍູ້ ແລະ ບໍ່ເຮັດໃຫ້ການເຕີບໂຕຊັກຊ້າລົງ. ໃນສະພາບການນັ້ນ, ECB ໄດ້ຫັນປ່ຽນຈຸດສຸມຈາກການຫຼຸດຜ່ອນຄ່າໃຊ້ຈ່າຍກູ້ຢຶມເງິນ ໄປຍັງການຊຸກຍູ້ພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກຂອງ 20 ປະເທດ Eurozone.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີ ແອັດໂຕນີ, ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສອດຄ່ອງກັບກົດໝາຍຢູ່ ຫວຽດນາມ, ດ້ວຍທັດສະນະຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ; ສະເໜີໃຫ້ບັນດາວິສາຫະກິດປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ແອັດໂຕນີ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

Top