Chuck Searcy: ຜູ້ເກັບກູ້ລະເບີດຫຼັງສົງຄາມ

ເພື່ອນມິດ ກັບ ຫວຽດນາມ

Chuck Searcy: ຜູ້ເກັບກູ້ລະເບີດຫຼັງສົງຄາມ

ມີຄວາມສະໜິດຕິດພັນ​ກັບ ຫວຽດນາມ ​ມາເປັນ​ເວລາ 27ປີ ​ໃນ​ຖາ​ນະ​ເປັນ​ປະທານ​ອົງການ​ນັກຮົບ​ເກົ່າ​ເພື່ອ​ສັນຕິພາບ ສາຂາ160 (VFP160), ທ່ານChuck Searcy

ທ່ານ Chuck Searcy ຍັງເປັນຜູ້ຮ່ວມກໍ່ຕັ້ງໂຄງການ RENEW ເມື່ອປີ 2001 ຢູ່ແຂວງ ກວາງຈີ້. ດິນແດນແຫ່ງນີ້ເມື່ອກ່ອນເຄີຍເປັນສະໜາມຮົບທີ່ດຸເດືອດຈົນເຖິງທຸກວັນນີ້ຍັງມີລະເບີດບໍ່ທັນແຕກຕົກຄ້າງຢູ່ເປັນຈຳນວນຫຼວງຫຼາຍ. ທ່ານ Chuck Searcy ກ່າວວ່າ: “ຄັ້ງທຳອິດທີ່ຂ້າພະເຈົ້າມາຍັງແຂວງກວາງຈີ້, ຂ້າພະເຈົ້າຮູ້ສຶກບໍ່ສະບາຍໃຈເມື່ອເຫັນປະຊາຊົນຢູ່ທີ່ນີ້ ມີຄວາມຫຍຸ້ງຍາກຫຼາຍ, ລະເບີດທີ່ຍັງບໍ່ທັນແຕກ ແມ່ນກະຈາຍຢູ່ທົ່ວຜືນແຜ່ນດິນແຫ່ງນີ້. ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ ​ເພື່ອ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ຕົກຄ້າງ​ຢູ່​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ນຳ​ເອົາ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ສະຫງົບ​ສຸກມາໃຫ້ແກ່ປະຊາຊົນຢູ່ທີ່ນີ້”.

 
ທ່ານ ໂງຊວນຮ່ຽນ, ຜູ້ຈັດການຝ່າຍສື່ສານ ແລະ ພັດທະນາໂຄງການ RENEW ກ່າວວ່າ: “ຂ້າພະເຈົ້າໄດ້ເຮັດວຽກຮ່ວມກັບທ່ານ Chuck Searcy, ນັກຮົບເກົ່າສະຫະລັດ ອາເມລິກາ, ຜູ້ຮ່ວມກໍ່ຕັ້ງ RENEW ເພື່ອລົງຂ່າວ ກ່ຽວກັບກິດຈະກໍາຕ່າງໆ. ທ່ານ Chuck Searcy​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ 27 ປີ ​ແລະ ໄດ້​ມີການປະກອບສ່ວນ​ສຳຄັນ​​ໃຫ້​ແກ່​ຄວາມ​​ພະຍາຍາມໄກ່ເກ່ຍ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ ແລະ ສ ອາ​ເມ​ລິ​ກາ.

ພ້ອມກັບໂຄງການ RENEW, ແຕ່ລະປີ, VFP160 ໄດ້ໃຫ້ການຊ່ວຍ ເຫຼືອ ບັນດານັກຮຽນດ້ອຍໂອກາດຂອງໂຮງຮຽນວິ໊ງລິງ, ຢໍລິງ, ກາມໂລ໊ ແລະ ເຮືອງຮວ໋າ ເປັນລົດຖີບນັບຮ້ອຍຄັນ ເພື່ອໃຫ້ນັກຮຽນສາມາດໄປໂຮງຮຽນໄດ້ສະດວກ. ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ພິທີ​ມອບ​ລົດຖີບ​ໃຫ້​ແກ້ບັນດາໂຮງຮຽນ, ທ່ານ Chuck Searcy ​ໄດ້​ກ່າວຄວາມໃນໃຈອອກມາ ​ວ່າ: “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ລົດ​ຖີບ​ໃໝ່​ຈຳນວນນີ້​ຈະ​ນຳ​ມາ​ເຊິ່ງຄວາມ​ມ່ວນ​ຊື່ນ​ໃຫ້​ແກ່ນັກ​ຮຽນ​ໃນເວລາໄປ​ໂຮງຮຽນ ​ແລະ ​ຮ່ຳຮຽນ​ໃນ​ທຸກໆ​ວັນ”.

 

ບໍ່​ພຽງ​ແຕ່​ຢູ່​ແຂວງ ກວາງ​ຈີ້​ເທົ່າ​ນັ້ນ, ທ່ານ Chuck Searcy ​ແລະ VFP160 ​ຍັງໄດ້​ມາ​ເຫ້ວ ​ແລະ ດ່າໜັງ ​ເພື່ອ​ບໍລິຈາກ​ລົດຖີບ​ໃຫ້​ບັນດາ​ໂຮງຮຽນ. ​ແຕ່ລະ​ປີ, ລົດຖີບ 200 ຄັນ​ແມ່ນ​ໄດ້​ມອບ​ໃຫ້​ນັກ​ຮຽນ​ຢູ່ 2 ທ້ອງ​ຖິ່ນ​ດັ່ງກ່າວ.

 

ໄດ້​ດຳລົງ​ຊີວິດ​ຢູ່ ຫວຽດນາມ ​ເປັນ​ເວລາ 27 ປີ, ທ່ານ Chuck Searcy​ ພ້ອມ​ກັບ​ບັນດາ​ນັກຮົບ​ເກົ່າ​ໄດ້​ດຳ​ເນີນ​ບັນດາ​ລາຍການ Inside Vietnam Peace tour”. ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວເພື່ອໃຫ້​ເພື່ອນຂອງ VFP160 ມາ​ຢ້ຽມຢາມ ຫວຽດນາມ ຢູ່​ບັນດາ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ. ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ Inside Vietnam Peace tour ລ້ວນ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນຮ່ວມ ​ແລະ ​ເຂົ້າ​ຮ່ວມ​ເປັນ​ອາສາ​ສະໝັກ​​ຊ່ວຍເຫຼືອ ​ບັນດາ​ໂຄງການ​​ຊ່ວຍ​ເຫຼືອຄົນ​ທຸກ​ຍາກ​ຢູ່ ຫວຽດນາມ.


ບົດ: ບິກເວິນ - ພາບ: ຫວຽດເກື່ອງ, TI- ແປໂດຍ: ຢືຟຽນ

 

 

ສຈ, ປອ. Furuta Motoo: ຈາກນັກວິຊາການ ດ້ານ ຫວຽດນາມ ສຶກສາ ສູ່ຜູ້ບຸກເບີກມະຫາວິທະຍາໄລ ລະດັບສາກົນ

ສຈ, ປອ. Furuta Motoo: ຈາກນັກວິຊາການ ດ້ານ ຫວຽດນາມ ສຶກສາ ສູ່ຜູ້ບຸກເບີກມະຫາວິທະຍາໄລ ລະດັບສາກົນ

ຕະຫຼອດກວ່າເຄິ່ງສະຕະວັດ ທີ່ຜ່ານມາ, ສາດສະດາຈານ, ປອ. Furuta Motoo, ອະທິການບໍດີ ມະຫາວິທະຍາໄລ ຫວຽດ-ຍີ່ປຸ່ນ (VJU), ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ບໍ່ພຽງແຕ່ເປັນທີ່ຮູ້ຈັກໃນຖານະນັກວິຊາການດ້ານ ຫວຽດນາມ ສຶກສາທີ່ຊ່ຽວຊານເທົ່ານັ້ນ, ແຕ່ຍັງເປັນຜູ້ບຸກເບີກ ໃນການສ້າງຮູບແບບມະຫາ ວິທະຍາໄລ ທີ່ມີ ມາດຕະຖານສາກົນ. ດ້ວຍຄວາມຮັກ ທີ່ມີຕໍ່ ວັດທະນະທຳ ແລະ ຊາວ ຫວຽດນາມ, ເພິ່ນໄດ້ປະກອບສ່ວນ ເຊື່ອມໂຍງ ຄວາມຮູ້ຂອງສອງຊາດ, ເປີດທິດທາງໃໝ່ໃຫ້ແກ່ ການສຶກສາຊັ້ນສູງ ຂອງ ຫວຽດ ນາມ ໃນຍຸກສະໄໝ ແຫ່ງ ການເຊື່ອມໂຍງ ທົ່ວໂລກ.

Top