Chuck Searcy: ຜູ້ເກັບກູ້ລະເບີດຫຼັງສົງຄາມ

Chuck Searcy: ຜູ້ເກັບກູ້ລະເບີດຫຼັງສົງຄາມ

ທ່ານ Chuck Searcy ຍັງເປັນຜູ້ຮ່ວມກໍ່ຕັ້ງໂຄງການ RENEW ເມື່ອປີ 2001 ຢູ່ແຂວງ ກວາງຈີ້. ດິນແດນແຫ່ງນີ້ເມື່ອກ່ອນເຄີຍເປັນສະໜາມຮົບທີ່ດຸເດືອດຈົນເຖິງທຸກວັນນີ້ຍັງມີລະເບີດບໍ່ທັນແຕກຕົກຄ້າງຢູ່ເປັນຈຳນວນຫຼວງຫຼາຍ. ທ່ານ Chuck Searcy ກ່າວວ່າ: “ຄັ້ງທຳອິດທີ່ຂ້າພະເຈົ້າມາຍັງແຂວງກວາງຈີ້, ຂ້າພະເຈົ້າຮູ້ສຶກບໍ່ສະບາຍໃຈເມື່ອເຫັນປະຊາຊົນຢູ່ທີ່ນີ້ ມີຄວາມຫຍຸ້ງຍາກຫຼາຍ, ລະເບີດທີ່ຍັງບໍ່ທັນແຕກ ແມ່ນກະຈາຍຢູ່ທົ່ວຜືນແຜ່ນດິນແຫ່ງນີ້. ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ ​ເພື່ອ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ຕົກຄ້າງ​ຢູ່​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ນຳ​ເອົາ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ສະຫງົບ​ສຸກມາໃຫ້ແກ່ປະຊາຊົນຢູ່ທີ່ນີ້”.

 
ທ່ານ ໂງຊວນຮ່ຽນ, ຜູ້ຈັດການຝ່າຍສື່ສານ ແລະ ພັດທະນາໂຄງການ RENEW ກ່າວວ່າ: “ຂ້າພະເຈົ້າໄດ້ເຮັດວຽກຮ່ວມກັບທ່ານ Chuck Searcy, ນັກຮົບເກົ່າສະຫະລັດ ອາເມລິກາ, ຜູ້ຮ່ວມກໍ່ຕັ້ງ RENEW ເພື່ອລົງຂ່າວ ກ່ຽວກັບກິດຈະກໍາຕ່າງໆ. ທ່ານ Chuck Searcy​ໄດ້​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ 27 ປີ ​ແລະ ໄດ້​ມີການປະກອບສ່ວນ​ສຳຄັນ​​ໃຫ້​ແກ່​ຄວາມ​​ພະຍາຍາມໄກ່ເກ່ຍ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ ແລະ ສ ອາ​ເມ​ລິ​ກາ.

ພ້ອມກັບໂຄງການ RENEW, ແຕ່ລະປີ, VFP160 ໄດ້ໃຫ້ການຊ່ວຍ ເຫຼືອ ບັນດານັກຮຽນດ້ອຍໂອກາດຂອງໂຮງຮຽນວິ໊ງລິງ, ຢໍລິງ, ກາມໂລ໊ ແລະ ເຮືອງຮວ໋າ ເປັນລົດຖີບນັບຮ້ອຍຄັນ ເພື່ອໃຫ້ນັກຮຽນສາມາດໄປໂຮງຮຽນໄດ້ສະດວກ. ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ພິທີ​ມອບ​ລົດຖີບ​ໃຫ້​ແກ້ບັນດາໂຮງຮຽນ, ທ່ານ Chuck Searcy ​ໄດ້​ກ່າວຄວາມໃນໃຈອອກມາ ​ວ່າ: “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ລົດ​ຖີບ​ໃໝ່​ຈຳນວນນີ້​ຈະ​ນຳ​ມາ​ເຊິ່ງຄວາມ​ມ່ວນ​ຊື່ນ​ໃຫ້​ແກ່ນັກ​ຮຽນ​ໃນເວລາໄປ​ໂຮງຮຽນ ​ແລະ ​ຮ່ຳຮຽນ​ໃນ​ທຸກໆ​ວັນ”.

 

ບໍ່​ພຽງ​ແຕ່​ຢູ່​ແຂວງ ກວາງ​ຈີ້​ເທົ່າ​ນັ້ນ, ທ່ານ Chuck Searcy ​ແລະ VFP160 ​ຍັງໄດ້​ມາ​ເຫ້ວ ​ແລະ ດ່າໜັງ ​ເພື່ອ​ບໍລິຈາກ​ລົດຖີບ​ໃຫ້​ບັນດາ​ໂຮງຮຽນ. ​ແຕ່ລະ​ປີ, ລົດຖີບ 200 ຄັນ​ແມ່ນ​ໄດ້​ມອບ​ໃຫ້​ນັກ​ຮຽນ​ຢູ່ 2 ທ້ອງ​ຖິ່ນ​ດັ່ງກ່າວ.

 

ໄດ້​ດຳລົງ​ຊີວິດ​ຢູ່ ຫວຽດນາມ ​ເປັນ​ເວລາ 27 ປີ, ທ່ານ Chuck Searcy​ ພ້ອມ​ກັບ​ບັນດາ​ນັກຮົບ​ເກົ່າ​ໄດ້​ດຳ​ເນີນ​ບັນດາ​ລາຍການ Inside Vietnam Peace tour”. ນີ້​ແມ່ນ​ລາຍການ​ທ່ອງ​ທ່ຽວເພື່ອໃຫ້​ເພື່ອນຂອງ VFP160 ມາ​ຢ້ຽມຢາມ ຫວຽດນາມ ຢູ່​ບັນດາ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ. ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ Inside Vietnam Peace tour ລ້ວນ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນຮ່ວມ ​ແລະ ​ເຂົ້າ​ຮ່ວມ​ເປັນ​ອາສາ​ສະໝັກ​​ຊ່ວຍເຫຼືອ ​ບັນດາ​ໂຄງການ​​ຊ່ວຍ​ເຫຼືອຄົນ​ທຸກ​ຍາກ​ຢູ່ ຫວຽດນາມ.


ບົດ: ບິກເວິນ - ພາບ: ຫວຽດເກື່ອງ, TI- ແປໂດຍ: ຢືຟຽນ

 

 


top