ASEAN ເສີມຂະຫຍາຍຄຸນຄ່າວັດທະນະທຳ ທີ່ຫຼາກຫຼາຍສີສັນ

ອາຊຽນ

ASEAN ເສີມຂະຫຍາຍຄຸນຄ່າວັດທະນະທຳ ທີ່ຫຼາກຫຼາຍສີສັນ

ການ​ປະສົມປະສານ ​ຂອງ ​ຫຼາຍ​ພື້ນຖານວັດທະນະທຳ ​ໄດ້ເຮັດໃຫ້​ ASEAN ​​ມີ​ຫຼາຍ​ສີສັນ. ພິ​ເສດ​ແມ່ນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ບັນດາ​ມໍລະດົກ​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ ​ໄດ້​ສ້າງ​ເອກະລັກ ​ຂອງ ​ ASEAN, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ ຂອງ​ແຕ່ລະ​ປະ​ເທດ ​ສະມາຊິກ.

ການ​ປະສົມປະສານ ​ຂອງ ​ຫຼາຍ​ພື້ນຖານວັດທະນະທຳ ​ໄດ້ເຮັດໃຫ້​ ASEAN ​​ມີ​ຫຼາຍ​ສີສັນ. ພິ​ເສດ​ແມ່ນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ບັນດາ​ມໍລະດົກ​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ ​ໄດ້​ສ້າງ​ເອກະລັກ ​ຂອງ ​ ASEAN, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ​ ຂອງ​ແຕ່ລະ​ປະ​ເທດ ​ສະມາຊິກ.

ສາມາດເຫັນໄດ້ວ່າ ລັກສະນະທົ່ວໄປທີ່ສຸດ ຂອງປະຊາຄົມ ASEAN ໃນດ້ານວັດທະນະທໍາ ແມ່ນມີພື້ນຖານຮ່ວມກັນ ຂອງ ອາລະຍະທໍາເຂົ້ານາ. ພູມສັນຖານ ຂອງ ພາກພື້ນ ແລະ ສະພາບອາກາດຮ້ອນ ແລະ ຊຸ່ມ ຂອງ ASEAN ໄດ້ສ້າງຄວາມຄ້າຍ ຄືກັນ ໃນວິຖີການກິນ, ການຢູ່ ແລະ ການດຳລົງຊີວິດ ຂອງ ປະຊາຊົນ ໃນພາກພື້ນນີ້.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ ASEAN ຄັ້ງ​ທີ 42 ຢູ່​ ອິນ​ໂດ​ເນ​ເຊຍ, ​ປະທານາທິບໍດີ ​ອິນໂດ​ເນ​ເຊຍ Joko Widodo ​ໄດ້​ເຊື້ອ​ເຊີນ​ຜູ້ ນຳ​ ASEAN ​ໄປ​ຢ້ຽມຢາມ ​ແລະ ຊົມ​​ຕາ​ເວັນ​ຕົກ ຢູ່ເຂດທະເລ Labuan Bajo, ທິດຕາ​ເວັນ​ຕົກ Manggarai, ທິດຕາ​ເວັນ​ອອກ East Nusa Tenggara ເທິງກໍາປັ່ນທ່ອງທ່ຽວ AYANA Lako Di'a. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຜູ້ນຳ​ ASEAN ​ແມ່ນ​ສ່ວນ​ໜຶ່ງ​ໃນແຜນການ​ຂອງ ອິນ​ໂດ​ເນ​ເຊຍ ​ເພື່ອ​ຊຸກຍູ້, ເຜີຍແຜ່​ການ ທ່ອງທ່ຽວ Labuan Bajo ​ໄປ​ສູ່​ໂລກ. ພາບ: ເຢືອງຢາງ/VNA

ເຖິງ​ຢ່າງ​ໃດ​ກໍ​ຕາມ, ວັດທະນະທຳ​ ASEAN ຍັງ​ມີ​ຄວາມ​ແຕກ​ຕ່າງ, ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ວຍ​ລັກສະນະ​ ທີ່​ເປັນ​ເອກະລັກ​ສະ​ເພາະ. ASEAN ​ມີ​ຫຼາຍ​ຮ້ອຍ​ຊົນ​ເຜົ່າ ​ທີ່​ມີ​ຮີດ​ຄອງ​ປະ​ເພ​ນີ​ ທີ່​ແຕກ​ຕ່າງ​ກັນ. ​ໃນ​ຈຳນວນ 200 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ໂລກ, ພາກພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ມີ​ໂຄງ​ປະກອບ​ຊົນ​ເຜົ່າ​ ທີ່​ຫຼາກ​ຫຼາຍ ​ແລະ ສັບສົນ​ທີ່​ສຸດ.

ຕາມ​ຜູ້​ຊ່ຽວ​ຊານ​ ດ້ານ​ຊົນ​ເຜົ່າ​ໃຫ້ຮູ້ວ່າ ມຽນ​ມາ ​ມີ 130 ກວ່າ​ຊົນ​ເຜົ່າ; ຫວຽດນາມ ມີ 54 ຊົນເຜົ່າ, ໄທ ມີປະມານ 40 ຊົນເຜົ່າ; ລາວ ມີ 48 ຊົນເຜົ່າໃນດ້ານພາສາ, ອິນໂດເນເຊຍ ມີ 300 ກຸ່ມພາສາ ທີ່ແຕກຕ່າງກັນ; ຢູ່ ​ຟີ​ລິບ​ປິນ ມີ​ຫຼາຍ​ກວ່າ 90 ​ກຸ່ມທ້ອງ​ຖິ່ນ ຂຶ້ນກັບຫຼາຍ​ຊົນ​ເຜົ່າ​ ທີ່​ແຕກ​ຕ່າງ​ກັນ ​ແລະ​ ຢູ່​ ມາ​ເລ​ເຊຍ, ​ໂຄງ​ປະກອບ ​ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ​ກໍ່​ກະ​ແຈກ​ກະຈາຍ​ໄປ​ທົ່ວ​ປະເທດ. ນອກຈາກນັ້ນ, ພາກພື້ນ ASEAN ຍັງມີຄວາມຫຼາກຫຼາຍ ທາງດ້ານສາສະໜາ. ບັນດາສາສະໜາ ທີ່ໃຫຍ່ຂອງໂລກ ລ້ວນແຕ່ມີຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້.

 


ໜຶ່ງໃນສາມເສົາຄໍ້າຂອງປະຊາຄົມ ASEAN ແມ່ນປະຊາຄົມວັດທະ ນະທຳ - ສັງຄົມ. ອາດ​ເວົ້າ​ໄດ້​ວ່າ ການ​ສ້າງ​ປະຊາ​ຄົມ​ ວັດທະນະທຳ - ສັງຄົມ​ ASEAN ​ໂດຍ​ສະ​ເພາະ ​ແລະ ປະຊາ​ຄົມ ASEAN ​ເວົ້າລວມ ​ແມ່ນຂີດ​ໝາຍ​ສຳຄັນ, ຍົກ​ການ​ຮ່ວມ​ມື​ ASEAN ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ ມີ​ຄວາມ​ພະຍາຍາມ​ ຂຶ້ນກວ່າ​ເກົ່າ ເພື່ອ​ໃຫ້​ປະຊາຊົນ ​ກວ່າ 650 ລ້ານ​ຄົນ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ສາມາດ​ດຳລົງ​ຊີວິດ ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ມິດຕະພາບ, ​ສາມັກຄີ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ແລະ ໄດ້ຊ່ວຍ​ເຫຼືອພັດທະນາ​ຢ່າງ​ສະ​ເໝີ​ພາບ. ຕາມ​ນັ້ນ​ແລ້ວ, ​ແຜນ​ແມ່​ບົດ​ຂອງປະຊາ​ຄົມ ​ຮອດ​ປີ 2025 ​ໄດ້​ສະ​ເໜີ 109 ມາດ​ຕະການ​ຍຸດ​ທະ​ສາດ ​ເພື່ອ​ບັນລຸ​ໄດ້ບັນດາເປົ້າ​ໝາຍ​ຄື: ​ສະໜິດຕິດພັນ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ; ເຊື່ອມໂຍງ; ຍືນຍົງ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂະຫຍັນຂັນເຂື່ອນ...

ຄຽງ​ຄູ່​ກັນ​ນັ້ນ, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ຢູ່​ພາກ​ພື້ນ​ໄດ້​ນຳ​ມາ​ໃຫ້​ບັນດາ​ທ່າ​ໄດ້​ປຽບ​ ໃນ​ການ​ພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ເສດຖະກິດ​ການທ່ອງທ່ຽວ. ຄວາມຄິດສ້າງສັນ ແລະ ຊັບສິນທາງດ້ານວັດທະນະທໍາ ຂອງ ແຕ່ລະຊົນເຜົ່າ ໃນພາກພື້ນ ASEAN, ໂດຍສະ ເພາະໃນຂົງເຂດຜະລິດຕະພັນຫັດຖະກໍາ ແລະ ອຸດສາຫະກໍາ ວັດທະ ນະທໍາ ແມ່ນຊັບພະຍາກອນ ທີ່ບໍ່ມີຂອບເຂດ. ແຕ່​ລະ​ປີ, ຂະ​ແໜງ​ການ​ນີ້​ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ມາ​ຢ້ຽມ​ຢາມແລະ ຊື້​ເຄື່ອງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ປະ​ກອບ​ສ່ວນ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ.


ສະນັ້ນ, ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຕ້ອງ​ຮ່ວມ​ມື​ປົກ​ປັກ​ຮັກສາ ​ແລະ ​ເຊື່ອມ​ຕໍ່ບັນດາ​ມໍລະດົກ​ວັດທະນະທຳ; ຄົ້ນ​ຄວ້າ​ ແລະ​ ສ້າງ​ຜະ​ລິດ​ຕະ​ພັນ​ ຫຼາຍ​ພາ​ສາ​ຂອງມູນເຊື້ອ​ວັດ​ທະ​ນະ​ທໍາ​ ແລະ ​ການ​ ສຶກ​ສາ​; ສ້າງ​ເສັ້ນທາງ​ມໍລະດົກ​ວັດທະນະທຳ ​ເພື່ອ​ເຊື່ອມ​ຕໍ່ແລະ ​ແລກ ປ່ຽນ​ວັດທະນະທຳ ສິ່ງດັ່ງກ່າວແມ່ນສອດຄ່ອງ​ ກັບ​ແຜນການເຄື່ອນ ໄຫວ​ຂອງ UNESCO ກ່ຽວກັບການອະນຸລັກ​ ມໍລະດົກ​ ວັດທະນະທຳ​ ແລະ ທໍາມະຊາດ ໂລກ ພ້ອມ​ທັງ​​ຮັກສາ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ ​ເຊິ່ງຖື​ວ່າ​ ເປັນ​ເງື່ອນ​ໄຂ​ແຫ່ງ​ການ​ພັດ ທະນາ​ແບບ​ຍືນ​ຍົງ​ ຂອງ​ ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ລະດັບ​ຊາດ, ພາກ​ພື້ນ ​ແລະ ສາກົນ.

ລັດຖະບານ ​ແລະ ປະຊາຊົນ ​ບັນດາ​ປະ​ເທດ ​ ASEAN ລ້ວນ​ມີ​ເປົ້າ​ໝາຍ ​ດຽວກັນ ຄືການຮ່ວມ​ມື​ເພື່ອ​ພື້ນຖານ​ວັດທະນະທຳ​ ASEAN ທີ່​ເຕັມ​ໄປ​ດ້ວຍ​ເອກະລັກ, ຄວາມ​ຫຼາກ​ຫຼາຍ​ເປັນ​ເອກະ​ພາບ. ດ້ວຍ​ທີ່​ຕັ້ງ​ພູມ​ສາດ​ ຍຸດ​ທະ​ສາດ​ທີ່​ສຳຄັນ - ບ່ອນ​ທີ່​ວັດທະນະທຳ​ ຂອງ ​ໂລກ​ ມາ​ເຕົ້າ​ໂຮມ​ກັນ, ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ ຂອງASEAN ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່ ​ລະຫວ່າງ​ເຜົ່າ, ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ກາຍ​ເປັນ​ກຳລັງ​ແຮງ​ ຊຸກຍູ້​ການ​ພັດທະນາ​ໃນ​ພາກ​ພື້ນ ວັດທະນະທຳ ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ເພື່ອ​ໃຫ້         “​ເຮືອນລວມ ASEAN ​ນັບ​ມື້​ດີ​ຂຶ້ນ ​ແລະ ວັດທະນາຖາວອນ.

ບົດ: VNP – ພາບ: VNA - ແປໂດຍ: ຢືຟຽນ

ຢັ້ງຢືນຖານະ ແລະ ບົດບາດຂອງ ຫວຽດນາມ ໃນ ASEAN

ຢັ້ງຢືນຖານະ ແລະ ບົດບາດຂອງ ຫວຽດນາມ ໃນ ASEAN

ໃນລະຫວ່າງວັນທີ 26 – 28 ຕຸລາ 2025, ທ່ານ ຟ້າມມິງຈິ໋ງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ນຳພາຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດASEAN ຄັ້ງທີ 47 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງ ກົວລາລຳເປີ ປະ ເທດມາເລເຊຍ ຕາມຄຳເຊີນ ຂອງທ່ານນາຍົກລັດຖະມົນຕີ Anwar Ibrahim. ມີຫຼາຍກິດຈະກຳ ທີ່ສຳຄັນ ແລະມີປະສິດທິຜົນ, ພາລະ ກິດ ຄັ້ງນີ້ໄດ້ເຜີຍແຜ່ສານອັນແຂງກ້າ ກ່ຽວກັບຫວຽດນາມ ທີ່ມີການ ເຄື່ອນໄຫວຢ່າງຫ້າວຫັນ, ສ້າງສັນ ແລະມີຄວາມຮັບຜິດຊອບ, ຮ່ວມ ກັບບັນດາປະເທດສະມາຊິກ ໃນການສ້າງປະຊາຄົມASEAN ເປັນເອກະພາບ, ໝັ້ນຄົງ, ເປັນເຈົ້າການຕົນເອງ ແລະ ພັດທະນາແບບຍືນຍົງ.

Top