ການປະສົມປະສານ ຂອງ ຫຼາຍພື້ນຖານວັດທະນະທຳ ໄດ້ເຮັດໃຫ້ ASEAN ມີຫຼາຍສີສັນ. ພິເສດແມ່ນການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາມໍລະດົກ ວັດທະນະທຳ ແລະ ຮີດຄອງປະເພນີ ໄດ້ສ້າງເອກະລັກ ຂອງ ASEAN, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ ຂອງແຕ່ລະປະເທດ ສະມາຊິກ.
ການປະສົມປະສານ ຂອງ ຫຼາຍພື້ນຖານວັດທະນະທຳ ໄດ້ເຮັດໃຫ້ ASEAN ມີຫຼາຍສີສັນ. ພິເສດແມ່ນການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາມໍລະດົກ ວັດທະນະທຳ ແລະ ຮີດຄອງປະເພນີ ໄດ້ສ້າງເອກະລັກ ຂອງ ASEAN, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ ຂອງແຕ່ລະປະເທດ ສະມາຊິກ.
ສາມາດເຫັນໄດ້ວ່າ ລັກສະນະທົ່ວໄປທີ່ສຸດ ຂອງປະຊາຄົມ ASEAN ໃນດ້ານວັດທະນະທໍາ ແມ່ນມີພື້ນຖານຮ່ວມກັນ ຂອງ ອາລະຍະທໍາເຂົ້ານາ. ພູມສັນຖານ ຂອງ ພາກພື້ນ ແລະ ສະພາບອາກາດຮ້ອນ ແລະ ຊຸ່ມ ຂອງ ASEAN ໄດ້ສ້າງຄວາມຄ້າຍ ຄືກັນ ໃນວິຖີການກິນ, ການຢູ່ ແລະ ການດຳລົງຊີວິດ ຂອງ ປະຊາຊົນ ໃນພາກພື້ນນີ້.
ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 42 ຢູ່ ອິນໂດເນເຊຍ, ປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ເຊື້ອເຊີນຜູ້ ນຳ ASEAN ໄປຢ້ຽມຢາມ ແລະ ຊົມຕາເວັນຕົກ ຢູ່ເຂດທະເລ Labuan Bajo, ທິດຕາເວັນຕົກ Manggarai, ທິດຕາເວັນອອກ East Nusa Tenggara ເທິງກໍາປັ່ນທ່ອງທ່ຽວ AYANA Lako Di'a. ການເຄື່ອນໄຫວຂອງບັນດາຜູ້ນຳ ASEAN ແມ່ນສ່ວນໜຶ່ງໃນແຜນການຂອງ ອິນໂດເນເຊຍ ເພື່ອຊຸກຍູ້, ເຜີຍແຜ່ການ ທ່ອງທ່ຽວ Labuan Bajo ໄປສູ່ໂລກ. ພາບ: ເຢືອງຢາງ/VNA
ເຖິງຢ່າງໃດກໍຕາມ, ວັດທະນະທຳ ASEAN ຍັງມີຄວາມແຕກຕ່າງ, ສ້າງຄວາມຫຼາກຫຼາຍດ້ວຍລັກສະນະ ທີ່ເປັນເອກະລັກສະເພາະ. ASEAN ມີຫຼາຍຮ້ອຍຊົນເຜົ່າ ທີ່ມີຮີດຄອງປະເພນີ ທີ່ແຕກຕ່າງກັນ. ໃນຈຳນວນ 200 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ມີໂຄງປະກອບຊົນເຜົ່າ ທີ່ຫຼາກຫຼາຍ ແລະ ສັບສົນທີ່ສຸດ.
ຕາມຜູ້ຊ່ຽວຊານ ດ້ານຊົນເຜົ່າໃຫ້ຮູ້ວ່າ ມຽນມາ ມີ 130 ກວ່າຊົນເຜົ່າ; ຫວຽດນາມ ມີ 54 ຊົນເຜົ່າ, ໄທ ມີປະມານ 40 ຊົນເຜົ່າ; ລາວ ມີ 48 ຊົນເຜົ່າ… ໃນດ້ານພາສາ, ອິນໂດເນເຊຍ ມີ 300 ກຸ່ມພາສາ ທີ່ແຕກຕ່າງກັນ; ຢູ່ ຟີລິບປິນ ມີຫຼາຍກວ່າ 90 ກຸ່ມທ້ອງຖິ່ນ ຂຶ້ນກັບຫຼາຍຊົນເຜົ່າ ທີ່ແຕກຕ່າງກັນ ແລະ ຢູ່ ມາເລເຊຍ, ໂຄງປະກອບ ຂອງຊົນເຜົ່າພື້ນເມືອງກໍ່ກະແຈກກະຈາຍໄປທົ່ວປະເທດ. ນອກຈາກນັ້ນ, ພາກພື້ນ ASEAN ຍັງມີຄວາມຫຼາກຫຼາຍ ທາງດ້ານສາສະໜາ. ບັນດາສາສະໜາ ທີ່ໃຫຍ່ຂອງໂລກ ລ້ວນແຕ່ມີຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້.
ໜຶ່ງໃນສາມເສົາຄໍ້າຂອງປະຊາຄົມ ASEAN ແມ່ນປະຊາຄົມວັດທະ ນະທຳ - ສັງຄົມ. ອາດເວົ້າໄດ້ວ່າ ການສ້າງປະຊາຄົມ ວັດທະນະທຳ - ສັງຄົມ ASEAN ໂດຍສະເພາະ ແລະ ປະຊາຄົມ ASEAN ເວົ້າລວມ ແມ່ນຂີດໝາຍສຳຄັນ, ຍົກການຮ່ວມມື ASEAN ຂຶ້ນສູ່ລະດັບສູງໃໝ່, ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີຄວາມພະຍາຍາມ ຂຶ້ນກວ່າເກົ່າ ເພື່ອໃຫ້ປະຊາຊົນ ກວ່າ 650 ລ້ານຄົນ ຢູ່ອາຊີຕາເວັນອອກສ່ຽງໃຕ້ ສາມາດດຳລົງຊີວິດ ໃນສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ໄດ້ຊ່ວຍເຫຼືອພັດທະນາຢ່າງສະເໝີພາບ. ຕາມນັ້ນແລ້ວ, ແຜນແມ່ບົດຂອງປະຊາຄົມ ຮອດປີ 2025 ໄດ້ສະເໜີ 109 ມາດຕະການຍຸດທະສາດ ເພື່ອບັນລຸໄດ້ບັນດາເປົ້າໝາຍຄື: ສະໜິດຕິດພັນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ; ເຊື່ອມໂຍງ; ຍືນຍົງ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຂະຫຍັນຂັນເຂື່ອນ...
ຄຽງຄູ່ກັນນັ້ນ, ຄວາມຫຼາກຫຼາຍດ້ານວັດທະນະທຳ ຢູ່ພາກພື້ນໄດ້ນຳມາໃຫ້ບັນດາທ່າໄດ້ປຽບ ໃນການພັດທະນາເສດຖະກິດ, ພິເສດແມ່ນເສດຖະກິດການທ່ອງທ່ຽວ. ຄວາມຄິດສ້າງສັນ ແລະ ຊັບສິນທາງດ້ານວັດທະນະທໍາ ຂອງ ແຕ່ລະຊົນເຜົ່າ ໃນພາກພື້ນ ASEAN, ໂດຍສະ ເພາະໃນຂົງເຂດຜະລິດຕະພັນຫັດຖະກໍາ ແລະ ອຸດສາຫະກໍາ ວັດທະ ນະທໍາ ແມ່ນຊັບພະຍາກອນ ທີ່ບໍ່ມີຂອບເຂດ. ແຕ່ລະປີ, ຂະແໜງການນີ້ ໄດ້ດຶງດູດນັກທ່ອງທ່ຽວ ມາຢ້ຽມຢາມແລະ ຊື້ເຄື່ອງເປັນຈຳນວນຫຼວງຫຼາຍ, ປະກອບສ່ວນໃຫ້ເສດຖະກິດເຕີບໂຕ.
ສະນັ້ນ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຕ້ອງຮ່ວມມືປົກປັກຮັກສາ ແລະ ເຊື່ອມຕໍ່ບັນດາມໍລະດົກວັດທະນະທຳ; ຄົ້ນຄວ້າ ແລະ ສ້າງຜະລິດຕະພັນ ຫຼາຍພາສາຂອງມູນເຊື້ອວັດທະນະທໍາ ແລະ ການ ສຶກສາ; ສ້າງເສັ້ນທາງມໍລະດົກວັດທະນະທຳ ເພື່ອເຊື່ອມຕໍ່ແລະ ແລກ ປ່ຽນວັດທະນະທຳ… ສິ່ງດັ່ງກ່າວແມ່ນສອດຄ່ອງ ກັບແຜນການເຄື່ອນ ໄຫວຂອງ UNESCO ກ່ຽວກັບການອະນຸລັກ ມໍລະດົກ ວັດທະນະທຳ ແລະ ທໍາມະຊາດ ໂລກ ພ້ອມທັງຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳ ເຊິ່ງຖືວ່າ ເປັນເງື່ອນໄຂແຫ່ງການພັດ ທະນາແບບຍືນຍົງ ຂອງ ສັນຕິພາບ, ຄວາມໝັ້ນຄົງໃນລະດັບຊາດ, ພາກພື້ນ ແລະ ສາກົນ.
ລັດຖະບານ ແລະ ປະຊາຊົນ ບັນດາປະເທດ ASEAN ລ້ວນມີເປົ້າໝາຍ ດຽວກັນ ຄືການຮ່ວມມືເພື່ອພື້ນຖານວັດທະນະທຳ ASEAN ທີ່ເຕັມໄປດ້ວຍເອກະລັກ, ຄວາມຫຼາກຫຼາຍເປັນເອກະພາບ. ດ້ວຍທີ່ຕັ້ງພູມສາດ ຍຸດທະສາດທີ່ສຳຄັນ - ບ່ອນທີ່ວັດທະນະທຳ ຂອງ ໂລກ ມາເຕົ້າໂຮມກັນ, ຄວາມຫຼາກຫຼາຍດ້ານວັດທະນະທຳ ຂອງASEAN ຈະປະກອບສ່ວນເຂົ້າໃນການເຊື່ອມຕໍ່ ລະຫວ່າງເຜົ່າ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ກາຍເປັນກຳລັງແຮງ ຊຸກຍູ້ການພັດທະນາໃນພາກພື້ນ ວັດທະນະທຳ ເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ “ເຮືອນລວມ” ASEAN ນັບມື້ດີຂຶ້ນ ແລະ ວັດທະນາຖາວອນ.
ບົດ: VNP – ພາບ: VNA - ແປໂດຍ: ຢືຟຽນ