ເປັນເອກະພາບ ບັນດາ ນະໂຍບາຍ ທີ່ສຳຄັນ
ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງ (SOM) ຫວຽດນາມ, ເລຂາທິ ການໃຫຍ່ ຄະນະກຳມະການ ASEAN ແຫ່ງຊາດ 2020 ໃຫ້ຮູ້ວ່າ, ຕັ້ງແຕ່ຕົ້ນ, ບັນດາປະເທດ ASEAN ໄດ້ຕີລາຄາ ຫົວຂໍ້ທີ່ ຫວຽດນາມ ວາງອອກແມ່ນຊັດເຈນທີສຸດ ແລະ ໄດ້ກາຍເປັນ ເຄື່ອງໝາຍການຄ້າ ຂອງ ASEAN, ນັ້ນແມ່ນ ASEAN ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ.
ທ່ານນາງ Caitlin Wiesen ຫົວໜ້າ ຜູ້ຕາງໜ້າ ໂຄງການພັດທະນາ ສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ປະຕິບັດ ບົດບາດຂອງຕົນ ໃນປີ ປະທານ ASEAN 2020 ໄດ້ດີທີສຸດ. ຫົວຂໍ້ ຫວຽດນາມ ເລືອກເຟັ້ນ ໃຫ້ປີ 2020 ວ່າ: “ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ” ແມ່ນ ສອດຄ່ອງກັບສະພາບການ ພາກພື້ນ ແລະ ໂລກ ທີ່ກຳລັງຮັບມືກັບ ການລະບາດ ໂຄວິດ-19. ເບິ່ງຄືວ່າ ໃນປີ 2020, ບໍ່ມີຫົວຂໍ້ໃດ ຈະສອດຄ່ອງກວ່າ ຫົວຂໍ້ດັ່ງກ່າວ. ປັດຈຸບັນ, ASEAN ໄດ້ມີຄວາມສາມັກຄີ, ສະໜິດຕິດພັນ ຢ່າງແໜ້ນແຟ້ນຍິ່ງຂຶ້ນ ເພື່ອ ເປັນເຈົ້າການ ຮັບມືກັບການລະບາດໂຄວິດ-19, ການລະບາດ ທີ່ບໍ່ເຄີຍ ມີມາກ່ອນ ຊຶ່ງສ້າງຜົນກະທົບ ແລະ ສິ່ງທ້າທາຍຫຼາຍຢ່າງ ທີ່ມີຕໍ່ທຸກດ້ານເສດຖະກິດ-ສັງຄົມ.
![]() ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ກ່າວ ປາໄສ ຂໍ່ານັບຮັບຕ້ອນ ໃນພິທີໄຂກອງປະຊຸມສຸດຍອດ ASEAN ຄັ້ງທີ 37. ພາບ: ເລີມແຄ໋ງ/VNA ![]() ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ກັບ ບັນດາ ຜູ້ແທນ ໃນພິທີໄຂກອງປະຊຸມສຸດຍອດ ASEAN ຄັ້ງທີ 37. ພາບ: ເຢືອງຢາງ/VNA ![]() ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວປາໄສ ໄຂກອງ ປະຊຸມສຸດຍອດ ASEAN ຄັ້ງທີ 37. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານ ວາລະ ປະຊຸມ ຄົບຄະນະ ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 37 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ຜູ້ຕາງໜ້າ ຜູ້ນຳແມ່ຍິງ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສ ຢູ່ກອງປະ ຊຸມສຸດຍອດ ຜູ້ນຳແມ່ຍິງ ASEAN ພາຍໃຕ້ຫົວຂໍ້: “ບົດບາດ ຂອງ ແມ່ຍິງ ໃນການສ້າງປະຊາຄົມ ASEAN ສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ຍືນຍົງ ແລະ ກວມລວມ ໃນໂລກ ພາຍຫຼັງ ການລະບາດໂຄວິດ-19”... ພາບ: ຖົ໋ງເຍິດ/VNA ![]() ບັນດາຜູ້ແທນ ເຂົ້າຮ່ວມພິທີ ໄຂກອງປະຊຸມສຸດຍອດ ASEAN ຄັ້ງທີ 37. ພາບ: ຈີ໋ຢຸ້ງ/VNA |
ຜູ້ນຳບັນດາປະະເທດ ASEAN ໄດ້ຮັບຮອງເອົາ ບົດລາຍງານ ຕີ ລາຄາ ກາງສະໄໝ ບັນດາແຜນການສັງລວມ ປະຕິບັດ ວິໄສທັດ ປະຊາຄົມ ASEAN 2025, ເປັນເອກະສັນກັນ ກ່ຽວກັບ ຄວາມ ຈຳເປັນດຳເນີນ; ກວດຄືນ ການຜັນຂະຫຍາຍ ກົດບັດ ASEAN ຢ່າງລະອຽດ, ຢືນຢັນ ຄວາມພະຍາຍາມ ເສີມຂະຫຍາຍຢ່າງ ຕັ້ງ ໜ້າ ບົດບາດຂອງ ASEAN ແນໃສ່ຊຸກຍູ້ ການຮ່ວມມື ອະນຸພາກ ພື້ນ ຕິດພັນກັບ ຂະບວນວິວັດການ ຂະຫຍາຍຕົວ ຂອງ ASEAN ເພື່ອໃຫ້ປະຊາຊົນ ທຸກຄົນ ຢູ່ທຸກພູມີພາກ ມີໂອກາດປະກອບ ສ່ວນໃຫ້ປະຊາຄົມ. ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ວ່າດ້ວຍວິໄສທັດປະຊາຄົມ ASEAN ຫຼັງປີ 2025 ດ້ວຍ ຄວາມມຸ້ງຫວັງ ສ້າງພື້ນຖານທ່ີໝັ້ນຄົງ ການພັດທະນາ ຂອງ ປະ ຊາຄົມ ASEAN ໃນຕໍ່ໜ້າ.
ມຸ່ງສູ່ປະຊາຄົມ ASEAN ທີ່ອຸດົມຮັ່ງມີໄປດ້ານສີສັນເອກະລັກ, ຜູ້ນຳ ASEAN ລະດົມສົ່ງເສີມ ການແຂວນທຸງ ASEAN ແລະ ນໍາໃຊ້ເພງ ASEAN, ນຳຮູບພາບ ASEAN ມາໃກ້ກັບປະຊາຊົນ ແລະ ປະຊາຄົມ. ເນື່ອງໃນໂອກາດນີ້, ຜູ້ນຳບັນດາປະເທດ ໄດ້ ຮັບຮອງເອົາການຖ່າຍທອດ ວ່າດ້ວຍສີສັນ ASEAN ແລະ ອອກ ຖະແຫຼງການ ຮ່າໂນ້ຍ ກ່ຽວກັບ ເພີ່ມທະວີວຽກງານສັງຄົມ ມຸ່ງສູ່ ປະຊາຄົມ ASEAN ໜຶ່ງທີ່ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການ ໃນການປັບຕົວ. ກອງປະຊຸມສຸດຍອດ ຜູ້ນຳ ແມ່ຍິງ ASEAN ຊຶ່ງ ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ເປັນກາລະໂອກາດ ເພື່ອ ໃຫ້ແມ່ຍິງ ບັນດາປະເທດ ASEAN ປະກອບສ່ວນ ໃຫ້ແກ່ບັນດາ ຄວາມພະຍາຍາມ ພັດທະນາ ແລະ ຈະເລີນເຕີບໂຕແບບຍືນຍົງ ຂອງ ພາກພື້ນ ທ່ີໝັ້ນຄົງ.
ຕີລາຄາ ຫວຽດນາມ ໄດ້ ແລະ ກຳລັງ ປະຕິບັດຢ່າງດີວຽກງານ ການຈັດຕັ້ງ ກອງປະຊຸມສຸດຍອດ ASEAN ຄັ້ງທີ 37, ທ່ານນາງ Caitlin Wiesen ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ ມີຫົວຄິດ ປະດິດ ສ້າງ, ນຳເອົານຳ້ໃຈຮ່ວມມື, ຄວາມສາມັກຄີ, ສະແດງໃຫ້ ເຫັນ ຄວາມອຸດົມຮັ່ງມີ ໃນສີສັນ ວັດທະນະທຳ ຂອງ ບັນດາປະເທດ ສະມາຊິກ ASEAN.
ບູລິມະສິດ ແລະ ຫົວຄິດປະດິດສ້າງ ຫຼາຍຢ່າງ ໄດ້ຜັນຂະຫຍາຍ ຢ່າງມີປະສິດທິຜົນ
ໃນກອງປະຊຸມຄັ້ງນີ້, ຫຼາຍຂໍ້ລິເລີ່ມຂອງ ASEAN ກ່ຽວກັບການ ຮັບມື ຕໍ່ ການລະບາດ ຂອງ ໂຄວິດ-19 ແລະ ຄວາມສ່ຽງການ ລະບາດ ໄດ້ປະກາດ ແລະ ນຳເຂົ້າຜັນຂະຫຍາຍເຊັ່ນ: ກອງທຶນ ASEAN ເພື່ອຮັບມືກັບການລະບາດ ໂຄວິດ-19 ເປັນຈຳນວນ 10 ລ້ານ ໂດລາສະຫະລັດ, ມາຈາກການປະກອບສ່ວນຂອງ ບັນ ດາປະເທດ (ຫວຽດນາມ ປະກອບ 100.000 ໂດລາສະຫະລັດ), ສາງສໍາຮອງອຸປະກອນການແພດສຸກເສີນພາກພື້ນ (ຫວຽດນາມ ປະກອບສ່ວນ ອຸປະກອນ ມູນຄ່າ 5 ລ້ານ ໂດລາສະຫະລັດ), ຂັ້ນ ຕອນ ຮັບມື ບັນລຸມາດຕະຖານ ຂອງ ASEAN ໃນກໍລະນີ ສຸກ ເສີນດ້ານສາທາລະນະສຸກ. ຈາກການສະໜັບສະໜູນ ຈາກຍີ່ປຸ່ນ, ASEAN ຕົກລົງ ສ້າງຕັ້ງ ສູນການແພດ ASEAN ຮັບມືກັບ ກໍລະນີສຸກເສີນ ດ້ານສາທາລະນະສຸກ ແລະ ການລະບາດ ເກີດຂຶ້ນໃໝ່. ASEAN ຍັງຮັບຮອງເອົາຂອບການຟື້ນຟູ ທ່ີສົມບູນແບບ ASEAN ແລະ ແຜນການຜັນຂະຫຍາຍ ຢ່າງຄົບຊຸດ ເທິງ 3 ເສົາ ຄໍ້າປະຊາຄົມ ແນໃສ່ຊ່ວຍໜູນປະຊາຊົນ ແລະ ວິສາຫະກິດ ປົວແປງ ຜົນ ເສຍຫາຍ ຈາກໂລກລະບາດ, ເຮັດໃຫ້ຊີວິດ ການເປັນຢູ່ດ້ານເສດຖະກິດ-ສັງຄົມ ຢູ່ ບັນດາປະເທດ ໄດ້ໝັ້ນຄົງ.
ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະຊວງ ການຕ່າງ ປະເທດລາວ ໃຫ້ຮູ້ວ່າ ບັນດາການປະກອບສ່ວນ ທີ່ພົ້ນເດັ່ນ ຂອງ ຫວຽດນາມ ໃນປີ ປະທານ ASEAN 2020 ແມ່ນ ໄດ້ສະເໜີ ຂໍ້ລິ ເລີ່ມຫຼາຍຢ່າງ ແລະ ບັນລຸເປົ້າໝາຍທັງໝົດ ທີ່ໄດ້ວາງອອກ ໃນ ປີ. ສິ່ງດັ່ງກ່າວໄດ້ປະກອບສ່ວນໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວຂອງ ASEAN, ຊ່ວຍ ໃຫ້ ASEAN ມີຄວາມສາມັກຄີ ແລະ ສືບຕໍ່່ຮັກ ສາໄດ້ບົດບາດ ເປັນໃຈກາງ ຂອງ ASEAN ໃນການຮ່ວມມືກັບ ບັນດາປະເທດ ຢູ່ນອກກຸ່ມ, ພ້ອມກັນນັ້ນ ສ້າງຄວາມສະໜິດຕິດພັນ ແລະ ຄວາມ ສາມັກຄີ ຍິ່ງຂຶ້ນ ໃນກຸ່ມ ASEAN ອີກດ້ວຍ.
ເພື່ອເປີດກວ້າງ ແລະ ເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ ການພົວພັນ ກັບຄູ່ ຮ່ວມມືຢ່າງບໍ່ຢຸດຢັ້ງ, ໃນກອງປະຊຸມຄັ້ງນີ້, ASEAN ເປັນເອກະ ສັນກັນ ເປີດກວ້າງ ສັນຍາ “ສະໜິດສະໜົມ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້” (TAC) ເພື່ອໃຫ້ ກູບາ, ໂກລົມບີ ແລະ ອາ ຟຣິກາໃຕ້ ເຂົ້າຮ່ວມ, ເພີ່ມຈໍານວນຂຶ້ນເປັນ 43 ປະເທດ. ກອງປະ ຊຸມສຸດຍອດ ອາຊີຕາເວັນອອກສ່ຽງໃຕ້ EAS-15 ຍັງໄດ້ຮັບຮອງ ເອົາ ຖະແຫຼງການສຳຄັນໆ, ໃນນັ້ນມີຖະແຫຼງການວ່າດ້ວຍ 15 ປີ EAS. ຖະແຫຼງການ ຂອງ ບັນດາຜູ້ນຳ ASEAN+3 ວ່າດ້ວຍ ເພີ່ມທະວີ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ານເສດຖະກິດ-ການເງິນ ຕໍ່ບັນດາສິ່ງທ້າທາຍ ອີກຄັ້ງໜຶ່ງ, ໄດ້ຢືນຢັນບົດບາດ ແລະ ທ່າແຮງຂອງກອບ ASEAN+3 ໃນການສະກັດກັ້ນ, ຮັບ ມືກັບບັນດາຄວາມສ່ຽງ ທາງການດ້ານເສດຖະກິດ-ການເງິນ ຢູ່ ພາກພື້ນ.
![]() ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເປັນປະທານຮ່ວມໃນ ກອງປະຊຸມສຸດຍອດ ASEAN-ສປ ຈີນ ຄັ້ງທີ 23. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ເປັນ ປະທານຮ່ວມ ໃນກອງປະຊຸມສຸດຍອດ ASEAN-ຍີ່ປຸ່ນ ຄັ້ງທີ 23 ຕາມຮູບ ແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ປະທານາທິບໍດີ ສ ເກົາຫຼີ Moon Jae-in ເປັນປະ ທານຮ່ວມ ໃນກອງກອງປະຊຸມສຸດຍອດ ASEAN-ສ ເກົາຫຼີ ຄັ້ງທີ 21 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ນາຍົກລັດຖະມົນຕີ ສ ອິນເດຍ Narendra Modi ເປັນປະທານຮ່ວມ ໃນກອງກອງປະຊຸມສຸດຍອດ ASEAN-ສ ອິນເດຍ ຄັ້ງທີ 17 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເຂົ້າຮ່ວມ ແລະ ກ່າວປາໄສ ຢູ່ກອງປະຊຸມສຸດຍອດ ດຳເນີນທຸລະກິດ ແລະ ການລົງທຶນ ASEAN. ພາບ: VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN ແລະ ປະທານາທິບໍດີ ສ ເກົາຫຼີ Moon Jae-in ເປັນປະທານ ຮ່ວມ ໃນກອງປະຊຸມສຸດຍອດ ແມ່ນຳ້ຂອງ-ສ ເກົາຫຼີ ຄັ້ງທີ 2 ຕາມຮູບແບບ ທາງໄກ. ພາບ: VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ເປັນ ປະທານຮ່ວມ ໃນກອງປະຊຸມສຸດຍອດ ແມ່ນຳ້ຂອງ-ຍ່ີປຸ່ນ ຄັ້ງທີ 12 ຕາມຮູບແບບທາງໄກ. ພາບ: VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເປັນປະທານ ໃນກອງປະຊຸມສຸດຍອດ ASEAN-ສ ອາເມລິກາ ຄັ້ງທີ 8 ຕາມຮູບແບບທາງໄກ. ພາບ: VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ນາຍົກລັດຖະມົນຕີ ນີວຊີແລນ Jacinda Ardern ເປັນປະທານຮ່ວມ ໃນກອງປະຊຸມສຸດຍອດບັນດາຜູ້ນຳ ASEAN-ນີວຊີແລນ ສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງ ສາຍພົວພັນຄູ່ຮ່ວມມື ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ເປັນປະທານຮ່ວມ ໃນກອງປະຊຸມສຸດຍອດ ASEAN-ອົດສະ ຕຣາລີ ຄັ້ງທີ 2 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເປັນປະທານໃນກອງປະຊຸມສຸດຍອດ ASEAN+3 (ຍີ່ປຸ່ນ, ສປ ຈີນ ແລະ ສ ເກົາຫຼີ) ຄັ້ງທີ 23 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເປັນປະທານ ໃນການພົບປະ ລະຫວ່າງຜູ້ນຳ ASEAN+3 ແລະ ຜູ້ຕາງໜ້າສະພາວິສາຫະກິດ ອາຊີຕາເວັນອອກ ຕາມຮູບ ແບບ ທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ບັນດາຜູ້ແທນ ຮ່ວມພິທີ ເປີດນໍາໃຊ້ເຄືອຄ່າຍ Logistics ASEAN-ASLN ຈາກ ຮ່າໂນ້ຍ ຕາມຮູບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 15 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ແລະ ເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ເປັນປະທານຮ່ວມ ໃນກອງປະຊຸມສຸດຍອດ ASEAN-ສະຫະປະ ຊາຊາດ ຄັ້ງທີ 11 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເຂົ້າຮ່ວມ ພິທີລົງນາມ ໃນສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ RCEP. ພາບ: ຖົ໋ງເຍິດ/VNA ![]() ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເປັນສັກຂີພິຍານໃນພິທີລົງນາມ ໃນສັນຍາຄູ່ຮ່ວມມື ເສດ ຖະກິດ ຮອບດ້ານພາກພື້ນ RCEP. ພາບ: ຖົ໋ງເຍິດ/VNA ![]() ວັນທີ 15 ພະຈິກ 2020, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານ ASEAN 2020 ເຂົ້າຮ່ວມ ພິທີ ປິດ ກອງປະຊຸມສຸດຍອດ ASEAN ຄັ້ງທີ 37 ແລະ ບັນດາກອງປະ ຊຸມຂັ້ນສູງ ທີ່ກ່ຽວຂ້ອງ ແລະ ມອບບົດບາດ ປະທານ ASEAN ໃຫ້ແກ່ ບຣູ ໄນ ດາຣູຊາລາມ ຕາມຮູບແບບທາງໄກ. ພາບ: ຖົ໋ງເຍິດ/VNA ![]() ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຄ້ອນໄມ້ ໃຫ້ແກ່ ເອກ ອັກຄະລັດຖະທູດ ບຣູໄນ ດາຣູຊາລາມ ປະຈຳ ຫວຽດນາມ-ປະເທດປະທານ ASEAN 2021. ພາບ: ຖົ໋ງເຍິດ/VNA |
ເລື່ອງ ASEAN ແລະ ບັນດາຄູ່ຮ່ວມມືສຳເລັດການເຈລະຈາ ແລະ ລົງນາມໃນສັນຍາ ຄູ່ຮ່ວມມືເສດຖະກິດ ຮອບດ້ານພາກພື້ນ (RCEP) ຊຶ່ງສະແດງໃຫ້ເຫັນ ຄໍາໝັ້ນໝາຍ ແລະ ການຕັດສິນໃຈ ຢ່າງແຂງແຮງ ຂອງບັນດາປະເທດໃນພາກພື້ນ ໃນການສົ່ງເສີມ ການເປີດເສລີ ແລະ ເຊື່ອມໂຍງເສດຖະກິດ ຢ່າງໜ້າຊື່ນຊົມ.
ທ່ານນາງ Jessica Wa'u, ຮອງຜູ້ອຳນວຍການ ຮັບຜິດຊອບ ການຄົ້ນຄວ້າ ກ່ຽວກັບ ASEAN ຂອງສະຖາບັນສາກົນ ສິງກະໂປ ໃຫ້ຂໍ້ສັງເກດວ່າ ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບ ດ້ານພາກພື້ນ ເປັນໜຶ່ງໃນບັນດາຜົນງານ ທີ່ປະທັບໃຈຂອງ ASEAN ໃນປີ 2020, ໃນຂະນະທ່ີ ຫວຽດນາມ ດໍາລົງແໜ່ງ ປະ ທານ ASEAN. ທ່ານນາງ Jessica Wa'u ໃຫ້ຮູ້ວ່າ ການລົງ ນາມ RCEP ເປັນຂີດໝາຍສໍາຄັນ ຕໍ່ ASEAN ເມື່ອນຳພາ ສັນຍາການຄ້າໃຫຍ່ທີສຸດໂລກນີ້, ພ້ອມດຽວກັນ ນຳພາກພື້ນ ຫຍັບເຂົ້າມາຫາກັນຍິ່ງຂຶ້ນ ໃນດ້ານການຄ້າ. RCEP ເປັນການ ສົ່ງສັນຍານວ່າ ASEAN ຢາກເຮັດວຽກ ກັບບັນດາປະເທດ ແລະ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ, ນັບທັງ ຫຼັງປີ 2020 ທີ່ ເຕັມໄປດ້ວຍການຜັນແປ.
ໃນຫຼາຍປີຜ່ານມາ, ການພົວພັນກັບຕ່າງປະເທດ, ການຮ່ວມມືກັບ ບັນດາຄູ່ຮ່ວມມື ມີບົດບາດສຳຄັນ. ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 37 ນີ້ ໄດ້ດໍາເນີນໄປ ບັນດາກອງປະຊຸມສຸດຍອດ ລະຫວ່າງ ASEAN ກັບບັນດາຄູ່ຮ່ວມມືຕົ້ນຕໍເຊັ່ນ: ສປ ຈີນ, ຍີ່ ປຸ່ນ, ສ ເກົາຫຼີ, ສ ອາເມລິກາ, ສ ອິນເດຍ, ອົດສະຕຣາລີ, ນີວຊີ ແລນ, ສະຫະປະຊາຊາດ... ຜົນສຳເລັດ ຂອງບັນດາກອງປະຊຸມ ຄັ້ງນີ້ ອີກຄັ້ງໜຶ່ງ ໄດ້ຢືນຢັນ ເຖິງການຮ່ວມມື ທີ່ຂະຫຍັນຂັນແຂງ, ການເຊື່ອມຕໍ່ ຢ່າງໃກ້ຊິດ, ຮັກແພງສະໜິດສະໜົມຂອງ ASEAN, ເຊີດຊູຖານະບົດບາດ ແລະ ຍົກສູງບົດບາດເປັນໃຈກາງ ຂອງ ASEAN ໃນພາກພື້ນ.
ນີ້ກໍແມ່ນການເຄື່ອນໄຫວມີຄວາມໝາຍທີ່ພິເສດ, ສິ້ນສຸດ ການ ປະທານ ASEAN 2020 ຂອງ ຫວຽດນາມ.
ບົດ: VNP ສັງລວມ-ພາບ: VNA