ການອະນຸລັກ ແລະ ສົ່ງເສີມຄຸນຄ່າ ມໍລະດົກ ທາງວັດທະນະທຳ ດ້ານ ພິທີກຳ ແລະ ການຫຼິ້ນ ດຶງເຊືອກ ໃນບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້
ເປັນເວລາ 10 ປີ ນັບແຕ່ໄດ້ຮັບການເຊີດຊູ ຈາກອົງການ UNESCO, ປະຊາຄົມ ທີ່ເປັນເຈົ້າຂອງພິທີກຳ ແລະ ການຫຼິ້ນ ດຶງເຊືອກ ແມ່ນຍັງມີຄວາມພະຍາຍາມ ປົກປັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າມໍລະດົກນີ້, ເພື່ອໃຫ້ມໍລະດົກ ດັ່ງກ່າວມີ ຊີວິດຊີວາ ຢ່າງໝັ້ນຄົງ ໃນສັງຄົມປັດຈຸບັນ.
ການຫຼິ້ນດຶງເຊືອກ ແມ່ນຮູບແບບໜຶ່ງ ຂອງ ກິດຈະກຳຊຸມຊົນທີ່ມີ ມາແຕ່ດົນນານ ແລະ ເປັນທີ່ນິຍົມໃນບັນດາປະເທດກະສິກຳປູກ ເຂົ້າ ນາທາມ ໃນພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນ ອອກສ່ຽງໃຕ້. ປີ 2015, ພິທີກຳ ແລະ ການຫຼິ້ນດຶງເຊືອກ ຂອງ ປະຊາຄົມ ບັນດາປະເທດເຊັ່ນ: ສ ເກົາຫຼີ, ກຳປູເຈຍ, ຟີລິບປິນ ແລະ ຫວຽດນາມ ໄດ້ຮັບການຈົດທະບຽນ ເຂົ້າໃນບັນຊີລາຍຊື່ມໍລະດົກ ວັດທະນະທຳ ທ່ີເປັນນາມມະທໍາ ຂອງ ມວນມະນຸດ ຈາກ UNESCO.
ພິທີກຳ ແລະ ການຫຼິ້ນ ດຶງເຊືອກ ບໍ່ພຽງແຕ່ແມ່ນການຫຼິ້ນພື້ນເມືອງຂອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງແມ່ນ ມໍລະດົກວັດທະ ນະທຳພື້ນເມືອງ ຂອງ ບາງປະເທດເຊັ່ນ: ສ ເກົາຫຼີ, ກຳປູເຈຍ, ຟີລິບປິນ...ຂຶ້ນກັບແຕ່ລະປະເທດ, ພິທີກຳ ແລະການຫຼິ້ນດຶງເຊືອກ ແມ່ນໄດ້ຈັດຂຶ້ນຢູ່ລະດັບປະເທດ ຫຼື ໃນຂົງເຂດໃດໜຶ່ງຂອງ ແຕ່ ລະປະເທດ. ຕົວຢ່າງຢູ່ປະເທດ ກໍາປູເຈຍ, ມໍລະດົກນີ້ ໄດ້ຖືກ ຈັດຂຶ້ນເປັນປົກກະຕິ ໂດຍຊຸມຊົນປູກເຂົ້າ ທີ່ຕັ້ງຢູ່ອ້ອມໜອງ ໃຫຍ່ (Great Lake) ຂອງ ທະເລສາບTonle Sap ແລະ ເຂດ ພາກເໜືອ ຂອງ Angkor, ເປັນມໍລະດົກໂລກທີ່ມີຊື່ສຽງ. ໃນປະ ເທດ ຟີລິບປິນ, ມີ Hapao Proper, Nungulunan ແລະ Baang ຕັ້ງຢູ່ໃຈກາງເມືອງ Hungduan ຂຶ້ນກັບແຂວງ Ifugao ໄດ້ປະຕິ ບັດ ພິທີກຳ ແລະ ການຫຼິ້ນດຶງເຊືອກ, ສະຖານທີ່ແຫ່ງນີ້ໂດດເດັ່ນ ດ້ວຍທົ່ງນາຂັ້ນໄດ ທີ່ ກວ້າງສຸດສາຍຕາ, ກັ້ນດ້ວຍຜາຫີນ. ໃນຂະນະດຽວກັນ, ຢູ່ ສ ເກົາຫຼີ, ບັນດາເທດສະບານ ໃນເຂດກະສິ ກຳ ສ່ວນຫຼາຍໄດ້ຈັດພິທີກຳ ແລະ ການຫຼິ້ນດຶງເຊືອກ. ກິດຈະກໍາ ນີ້ ແມ່ນຈັດທົ່ວໄປ, ໂດຍສະເພາະ ໃນເຂດທົ່ງກວ້າງ ແລະ ຮາບ ພຽງເຊັ່ນ: Dangjin, Namhae, Milyang, Uiryeong, Changnyeong ແລະ Samcheok.
ຢູ່ ຫວຽດນາມ, ມີ 4 ທ້ອງຖິ່ນຄື: ລາວກາຍ, ຫວິ໊ງຟຸກ, ບັກນິງ ແລະ ຮ່າໂນ້ຍ ໄດ້ຮັບການຮັບຮອງຈາກ UNESCO ໃຫ້ແກ່ມໍ ລະດົກ ພິທີກຳ ແລະ ການຫຼິ້ນ ດຶງເຊືອກ. ຢ່າງໃດກໍຕາມ, ທ່ານຮອງ ສຈ ດຣ ໂດ໋ວັນຈູ້, ປະທານສະມາຄົມ ມໍລະດົກວັດທະນະ ທຳ ຫວຽດນາມ ໃຫ້ຮູ້ວ່າ ພິທີກຳ ແລະ ການຫຼິ້ນດຶງເຊືອກ ແມ່ນມໍລະດົກວັດທະນະທຳ ອັນລ້ຳຄ່າທີ່ສຸດ, ມີຢູ່ໃນທົ່ວປະເທດ, ບໍ່ພຽງແຕ່ຢູ່ເຂດຊຸມຊົນເຜົ່າ ກິງ ເທົ່ານັ້ນ, ຫາກຍັງຢູ່ບັນດາຊົນເຜົ່າ ໄຕ່, ໄຢ ອີກດ້ວຍ, ແຕ່ລະສະຖານທີ່ລ້ວນແຕ່ມີຈຸດພິເສດໂດຍ ສະເພາະ ຂອງ ຕົນ, ສ້າງຄວາມຫຼາກຫຼາຍດ້ານວັດທະນະທຳ. ການຫຼິ້ນດຶງເຊືອກ ບໍ່ພຽງແຕ່ແມ່ນການຫຼິ້ນເກມ ຫຼື ການເຄື່ອນ ໄຫວກິລາເທົ່ານັ້ນ, ແຕ່ຍັງແມ່ນພິທີກຳ ອັນສັກສິດ ທີ່ເຊື່ອມໂຍງເຂົ້າກັບຊີວິດທາງດ້ານຈິດໃຈ, ຄວາມປາດຖະໜາອັນແຮງກ້າຂອງ ຊຸມຊົນ, ດ້ວຍຈຸດພິເສດ ຂອງ ແຕ່ລະປະເທດ ແລະ ແຕ່ລະພາກພື້ນ.
ໃນງານບຸນປະເພນີ, ການຫຼິ້ນດຶງເຊືອກ ສະແດງໃຫ້ເຫັນເຖິງຈິດ ໃຈລວມ, ລະບຽບວິໄນ, ຄວາມສາມັກຄີຂອງທົ່ວຊຸມຊົນ, ຄວາມ ຕັ້ງໃຈທີ່ຈະຍາດເອົາໄຊຊະນະ, ການຝຶກ ທາງດ້ານຮ່າງກາຍ, ຄວາມເຂັ້ມແຂງ ແລະ ຄວາມອົດທົນ ຂອງ ມະນຸດ, ຊ່ວຍໃຫ້ຄົນ ເຮົາພັດທະນາດ້ານສະຕິປັນຍາ, ຄຸນງາມຄວາມດີ, ພອນສະ ຫວັນ ແລະ ສິນລະປະ.
ການຫຼິ້ນດຶງເຊືອກ ເປັນເກມ ທີ່ມີການຈັດລະບຽບ, ເຄື່ອງມື ແລະ ສະໜາມແຂ່ງແບບງ່າຍໆ. ການແຂ່ງຂັນ ດຶງເຊືອກ ຈະມີ 2 ທີມ, ມີຈໍານວນຄົນເທົ່າກັນ. ທັງສອງທີມຈະຈັບເຊືອກ, ໂດຍຈຸດ ກາງ ເຊືອກ ຈະມີໄໝສີແດງ ເປັນເຄື່ອງໝາຍ. ເມື່ອສັນຍານດັງຂຶ້ນ, ສະມາຊິກ ຂອງ ແຕ່ລະທີມ ຈະຈັບເຊືອກ ໃຫ້ແໜ້ນ ທັງສອງມື ແລ້ວດຶງເຊືອກ ເຂົ້າຫາຕົນ, ຖ້າທີມໃດສາມາດດຶງ ເຄື່ອງໝາຍ ເຂົ້າຫາທີມຕົນ ໄດ້ຈະເປັນຝ່າຍຊະນະ.
ນອກຈາກນັ້ນ, ເພື່ອເພີ່ມທະວີການພົວພັນ ແລະ ແລກປ່ຽນ ລະຫວ່າງບັນດາປະຊາຄົມ ປະຕິບັດມໍລະດົກ, ໃນປີ 2013, ຫວຽດນາມ ແລະ ສ ເກົາຫຼີ ໄດ້ສົມທົບກັນຈັດຕັ້ງງານມະໂຫລານ ສະ ແດງພິທີກຳ ແລະ ການຫຼິ້ນດຶງເຊືອກ ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນເກືອບ 500 ຄົນ, ຜູ້ປະຕິບັດພິທີກຳ ແລະການຫຼິ້ນດຶງເຊືອກ ທ່ີມາຈາກແຂວງ ບັກນິງ, ລາວກາຍ, ຫວິ໊ງຟຸກ, ນະຄອນ ຮ່າໂນ້ຍ ແລະ ນະຄອນ Dangjin (ສ ເກົາ ຫຼີ).
ຜູ້ຊົມຮູ້ສຶກປະທັບໃຈ ຕໍ່ການສະແດງ ຂອງ ບັນດານັກສິລະປິນ ສ ເກົາຫຼີ. ພິເສດ, ເສັ້ນເຊືອກ ຂອງ ເຂົາເຈົ້າສ່ວນຫຼາຍແມ່ນ ເຮັດ ຈາກເຟືອງ ແລະ ເສີມດ້ວຍວັດສະດຸອື່ນໆ ເຊັ່ນ: ໄມ້ໄຜ່, ເປືອກໄມ້, ເສັ້ນ ນິລອນ...
ທ່ານຮອງ ສຈ ດຣ ໂດ໋ວັນຈູ້ ຢືນຢັນວ່າ “ເມື່ອໄດ້ຮັບການເຊີດຊູ ຈາກ UNESCO, ມໍລະດົກນີ້ ບໍ່ພຽງແຕ່ແມ່ນ ຂອງ ປະຊາຄົມໃດໜຶ່ງ ຫຼື ຫວຽດນາມ ເທົ່ານັ້ນ, ແຕ່ຍັງແມ່ນສ່ວນໜຶ່ງຂອງມໍລະດົກໂລກ ອີກດ້ວຍ, ດັ່ງນັ້ນ ພວກເຮົາຕ້ອງປົກປັກຮັກສາ, ສົ່ງເສີມ ແລະ ເຊື່ອມໂຍງບັນດາປະເທດໃນໂລກ, ຜ່ານນັ້ນ ເຊື່ອມໂຍງເຂົ້າກັບບັນດາປະເທດ ທີ່ມີມໍລະດົກນີ້ ອີກດ້ວຍ”.
ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ