ອາຊຽນ

ການອະນຸລັກ ແລະ ສົ່ງເສີມຄຸນຄ່າ ມໍລະດົກ ທາງວັດທະນະທຳ ດ້ານ ພິທີກຳ ແລະ ການຫຼິ້ນ ດຶງເຊືອກ ໃນບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້

ເປັນເວລາ 10 ປີ ​ນັບ​ແຕ່​ໄດ້​ຮັບການເຊີດຊູ ​ຈາກ​ອົງການ UNESCO, ປະຊາ​ຄົມ​ ທີ່​ເປັນ​ເຈົ້າ​ຂອງ​ພິທີ​ກຳ ​ແລະ ການຫຼິ້ນ ດຶງເຊືອກ ​ແມ່ນ​ຍັງ​ມີ​ຄວາມ​​ພະຍາຍາມ​ ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ ຄຸນຄ່າ​ມໍລະດົກ​ນີ້, ​ເພື່ອ​ໃຫ້​ມໍລະດົກ ດັ່ງກ່າວ​ມີ ຊີວິດຊີວາ ຢ່າງໝັ້ນຄົງ​​​ ໃນ​ສັງຄົມ​ປັດຈຸ​ບັນ.

 

ເປັນເວລາ 10 ປີ ​ນັບ​ແຕ່​ໄດ້​ຮັບການເຊີດຊູ ​ຈາກ​ອົງການ UNESCO, ປະຊາ​ຄົມ​ ທີ່​ເປັນ​ເຈົ້າ​ຂອງ​ພິທີ​ກຳ ​ແລະ ການຫຼິ້ນ ດຶງເຊືອກ ​ແມ່ນ​ຍັງ​ມີ​ຄວາມ​​ພະຍາຍາມ​ ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ ຄຸນຄ່າ​ມໍລະດົກ​ນີ້, ​ເພື່ອ​ໃຫ້​ມໍລະດົກ ດັ່ງກ່າວ​ມີ ຊີວິດຊີວາ ຢ່າງໝັ້ນຄົງ​​​ ໃນ​ສັງຄົມ​ປັດຈຸ​ບັນ.

ການຫຼິ້ນດຶງເຊືອກ ແມ່ນຮູບແບບໜຶ່ງ ຂອງ ກິດຈະກຳຊຸມຊົນທີ່ມີ ມາແຕ່ດົນນານ ແລະ ເປັນທີ່ນິຍົມໃນບັນດາປະເທດກະສິກຳປູກ ເຂົ້າ ນາທາມ ໃນພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນ ອອກສ່ຽງໃຕ້. ປີ 2015, ພິທີກຳ ແລະ ການຫຼິ້ນດຶງເຊືອກ ຂອງ ​ປະຊາ​ຄົມ​​ ບັນດາ​ປະ​ເທດເຊັ່ນ: ສ ​ເກົາຫຼີ, ກຳປູ​ເຈຍ, ຟີ​ລິບ​ປິນ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ຈົດ​ທະບຽນ​ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ ​ວັດທະນະທຳ ທ່ີເປັນ​ນາມມະທໍາ ຂອງ​ ມວນມະນຸດ ຈາກ UNESCO.



ພິທີກຳ ແລະ ການຫຼິ້ນ ດຶງເຊືອກ ​ບໍ່​ພຽງ​ແຕ່​ແມ່ນ​ການ​ຫຼິ້ນ​ພື້ນ​ເມືອງ​ຂອງ ​ຫວຽດນາມ ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນ​ ມໍລະດົກ​ວັດທະ ນະທຳ​ພື້ນເມືອງ ຂອງ ​ບາງ​ປະ​ເທດ​ເຊັ່ນ: ສ​ ເກົາຫຼີ, ກຳປູ​ເຈຍ, ຟີ​ລິບ​ປິນ...ຂຶ້ນ​ກັບ​ແຕ່ລະ​ປະ​ເທດ, ພິທີກຳ ແລະການຫຼິ້ນດຶງເຊືອກ ​ແມ່ນ​ໄດ້​ຈັດ​ຂຶ້ນຢູ່ລະດັບປະເທດ ຫຼື ໃນຂົງເຂດໃດໜຶ່ງຂອງ ແຕ່ ລະປະເທດ. ຕົວຢ່າງຢູ່ປະເທດ ກໍາປູເຈຍ, ມໍລະດົກນີ້ ໄດ້ຖືກ ຈັດຂຶ້ນເປັນປົກກະຕິ ໂດຍຊຸມຊົນປູກເຂົ້າ ທີ່ຕັ້ງຢູ່ອ້ອມໜອງ ໃຫຍ່ (Great Lake) ຂອງ ທະເລສາບTonle Sap ແລະ ເຂດ ພາກເໜືອ ຂອງ Angkor, ເປັນມໍລະດົກໂລກທີ່ມີຊື່ສຽງ. ໃນປະ ເທດ ຟີລິບປິນ, ມີ Hapao Proper, Nungulunan ແລະ Baang ຕັ້ງຢູ່ໃຈກາງເມືອງ Hungduan ຂຶ້ນກັບແຂວງ Ifugao ໄດ້ປະຕິ ບັດ ພິທີກຳ ແລະ ການຫຼິ້ນດຶງເຊືອກ, ສະຖານທີ່ແຫ່ງນີ້ໂດດເດັ່ນ ດ້ວຍທົ່ງນາຂັ້ນໄດ ທີ່ ກວ້າງສຸດສາຍຕາ, ກັ້ນດ້ວຍຜາຫີນ. ​ໃນ​ຂະນະ​ດຽວກັນ, ຢູ່ ​ສ ​ເກົາຫຼີ, ບັນດາ​ເທດສະບານ ໃນ​ເຂດ​ກະສິ ກຳ​ ສ່ວນ​ຫຼາຍ​ໄດ້ຈັດພິທີກຳ ແລະ ການຫຼິ້ນດຶງເຊືອກ. ກິດຈະກໍາ ນີ້ ແມ່ນຈັດທົ່ວໄປ, ໂດຍສະເພາະ ໃນເຂດທົ່ງກວ້າງ ແລະ ຮາບ ພຽງເຊັ່ນ: Dangjin, Namhae, Milyang, Uiryeong, Changnyeong ແລະ Samcheok.

ຄວາມສຸກເມື່ອທີມຂອງບ້ານຍາດໄດ້ຊະນະ. ພາບ: VNA

ຢູ່ ​ຫວຽດນາມ, ມີ 4 ທ້ອງ​ຖິ່ນ​ຄື: ລາວ​ກາຍ, ຫວິ໊ງ​ຟຸກ, ບັກ​ນິງ ​ແລະ ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ໃຫ້ແກ່ມໍ ລະດົກ ພິທີກຳ ແລະ ການຫຼິ້ນ ດຶງເຊືອກ. ຢ່າງໃດກໍຕາມ, ທ່ານ​ຮອງ ສຈ ດຣ ໂດ໋ວັນຈູ້, ປະທານ​ສະມາຄົມ ​ມໍລະດົກ​ວັດທະນະ ທຳ​ ຫວຽດນາມ ໃຫ້ຮູ້ວ່າ ພິທີກຳ ແລະ ການຫຼິ້ນດຶງເຊືອກ ​ແມ່ນ​​ມໍລະດົກ​ວັດທະນະທຳ ​ອັນ​ລ້ຳ​ຄ່າ​ທີ່​ສຸດ, ມີ​ຢູ່​ໃນ​ທົ່ວ​ປະ​ເທດ, ບໍ່​ພຽງ​ແຕ່​ຢູ່​ເຂດ​ຊຸມ​ຊົນ​ເຜົ່າ ກິງ ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ບັນດາ​ຊົນ​ເຜົ່າ​ ໄຕ່, ໄຢ ອີກ​ດ້ວຍ, ​ແຕ່​ລະ​ສະຖານ​ທີ່​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ໂດຍ ສະເພາະ ຂອງ ຕົນ, ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ. ການຫຼິ້ນດຶງເຊືອກ ບໍ່​ພຽງ​ແຕ່​ແມ່ນ​ການ​ຫຼິ້ນເກມ ຫຼື ການເຄື່ອນ ໄຫວກິ​ລາ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ພິທີ​ກຳ​ ອັນ​ສັກສິດ​ ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ທາງ​ດ້ານ​ຈິດ​ໃຈ, ຄວາມ​ປາດ​ຖະໜາ​ອັນ​ແຮງກ້າ​ຂອງ​ ຊຸມ​ຊົນ, ດ້ວຍ​ຈຸດ​ພິ​ເສດ ​ຂອງ ​ແຕ່ລະ​ປະ​ເທດ ​ແລະ ​ແຕ່ລະ​ພາກ​ພື້ນ.

 


ໃນງານບຸນປະເພນີ, ການຫຼິ້ນດຶງເຊືອກ ສະແດງໃຫ້ເຫັນເຖິງຈິດ ໃຈລວມ, ລະບຽບວິໄນ, ຄວາມສາມັກຄີຂອງທົ່ວຊຸມຊົນ, ຄວາມ ຕັ້ງໃຈທີ່ຈະຍາດເອົາໄຊຊະນະ, ການຝຶກ ທາງດ້ານຮ່າງກາຍ, ຄວາມເຂັ້ມແຂງ ແລະ ຄວາມອົດທົນ ຂອງ ມະນຸດ, ຊ່ວຍໃຫ້ຄົນ ເຮົາພັດທະນາດ້ານສະຕິປັນຍາ, ຄຸນງາມຄວາມດີ, ພອນສະ ຫວັນ ແລະ ສິນລະປະ.

ການຫຼິ້ນດຶງເຊືອກ ເປັນເກມ ທີ່ມີການຈັດລະບຽບ, ເຄື່ອງມື ແລະ ສະໜາມແຂ່ງແບບງ່າຍໆ. ການແຂ່ງຂັນ ດຶງເຊືອກ ຈະມີ 2 ທີມ, ມີຈໍານວນຄົນເທົ່າກັນ. ທັງສອງທີມຈະຈັບເຊືອກ, ໂດຍຈຸດ ກາງ ເຊືອກ ຈະມີໄໝສີແດງ ເປັນເຄື່ອງໝາຍ. ເມື່ອ​ສັນຍານ​ດັງ​ຂຶ້ນ, ສະມາຊິກ​ ຂອງ​ ແຕ່ລະ​ທີມ ​ຈະຈັບເຊືອກ​ ໃຫ້ແໜ້ນ ທັງສອງ​ມື ແລ້ວດຶງເຊືອກ ເຂົ້າຫາຕົນ​, ຖ້າທີມ​ໃດສາມາດ​ດຶງ ​ເຄື່ອງໝາຍ​ ເຂົ້າຫາທີມຕົນ​ ໄດ້​ຈະເປັນຝ່າຍຊະນະ.

ໃນຂອບເຂດກິດຈະກຳຂອງຄະນະກຳມະການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະຈຳ ນິວເດລີ (ANDC), ວັນທີ 26 ຕຸລາ 2024, ສະຖານທູດ ອິນໂດເນເຊຍ ໃນຖານະປະທານໝູນວຽນ ANDC ໄດ້ຈັດງານກິລາ ແລະ ຄອບຄົວ ANDC ທີ່ສຳນັກງານໃຫຍ່ໃນປະເທດ ອິນເດຍ. ພາບ: ງອກທຸ້ຍ/VNA

ນອກຈາກ​ນັ້ນ, ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ​ແລກປ່ຽນ​ ລະຫວ່າງ​ບັນດາ​ປະຊາ​ຄົມ ​ປະຕິບັດ​ມໍລະດົກ, ​ໃນ​ປີ 2013, ຫວຽດນາມ ​ແລະ ສ ​ເກົາຫຼີ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານ ສະ ແດງພິທີກຳ ແລະ ການຫຼິ້ນດຶງເຊືອກ ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມຂອງບັນດານັກ​ສິລະ​ປິນເກືອບ 500 ຄົນ, ຜູ້​ປະຕິບັດ​ພິທີກຳ ແລະການຫຼິ້ນດຶງເຊືອກ ທ່ີມາຈາກແຂວງ ບັກນິງ, ລາວກາຍ, ຫວິ໊ງຟຸກ, ນະຄອນ ຮ່າໂນ້ຍ ແລະ ນະຄອນ Dangjin (ສ ເກົາ ຫຼີ). ​ 

ຜູ້ຊົມຮູ້ສຶກປະທັບໃຈ ​ຕໍ່​ການ​ສະ​ແດງ​ ຂອງ ບັນດາ​ນັກ​ສິລະ​ປິນ​  ສ ເກົາຫຼີ. ພິເສດ, ເສັ້ນເຊືອກ ຂອງ ເຂົາເຈົ້າສ່ວນຫຼາຍແມ່ນ ເຮັດ ຈາກເຟືອງ ແລະ ເສີມດ້ວຍວັດສະດຸອື່ນໆ ເຊັ່ນ: ໄມ້ໄຜ່, ເປືອກໄມ້, ເສັ້ນ ນິລອນ...

 

ວັນທີ 22 ມິຖຸນາ 2024, ທີ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ຄະນະຜູ້ແທນ ຖາວອນ ປະຈຳ ອົງການສະຫະປະຊາຊາດຂອງບັນດາປະເທດສະມາຊິກ ອາຊຽນ ແລະ ຜູ້ສັງເກດການ ຕີມໍແລສເຕ ໄດ້ຈັດງານວັນຄອບຄົວ ອາຊຽນ ປີ 2024 ຢ່າງສົມກຽດ. ຄະນະຜູ້ແທນ ຫວຽດນາມ ເປັນເຈົ້າພາບຈັດການແຂ່ງຂັນ ດຶງເຊືອກ ໃນງານດັ່ງກ່າວ. ພາບ: ກວາງຮຸຍ/VNA


ທ່ານຮອງ ສຈ ດຣ ໂດ໋ວັນຈູ້ ຢືນຢັນວ່າ ເມື່ອ​ໄດ້​ຮັບການເຊີດຊູ ​ຈາກ UNESCO, ມໍ​ລະ​ດົກ​ນີ້ ​ບໍ່​ພຽງ​ແຕ່​ແມ່ນ​ ຂອງ​ ປະ​ຊາ​ຄົມ​ໃດ​ໜຶ່ງ ​ຫຼື ​ຫວຽດ​ນາມ ​ເທົ່າ​ນັ້ນ, ແຕ່ຍັງ​ແມ່ນ​ສ່ວນໜຶ່ງຂອງມໍ​ລະ​ດົກ​ໂລກ​ ອີກ​ດ້ວຍ, ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງ​ປົກ​ປັກ​ຮັກ​ສາ, ສົ່ງ​ເສີມ ແລະ ເຊື່ອມ​ໂຍງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ຜ່ານ​ນັ້ນ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນ​ດາ​ປະ​ເທດ​ ທີ່ມີມໍລະດົກນີ້ ອີກດ້ວຍ”. 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


top