• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

APEC 2020: ສັນຍະລັກ ຫວຽດນາມ

ໄດ້ເຂົ້າເປັນສະມາຊິກຢ່າງເປັນທາງການ ຂອງເວທີປາໄສຮ່ວມ ມືເສດຖະກິດອາຊີ-ປາຊີຟິກ (APEC) ແຕ່ເດືອນ ພະຈິກ 1998, ຕະຫຼອດໄລຍະ 22 ປີຜ່ານມາ, ຫວຽດນາມ ເປັນສະມາຊິກທີ່ ຂະຫຍັນຂັນເຂື່ອນ, ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງ ຕັ້ງໜ້າ ແລະ ຢ່າງມີ ປະສິດທິຜົນເຂົ້າໃນການ ພັດທະນາ ຂອງ APEC ໃນທຸກໆ ຂົງເຂດການຮ່ວມມື. 
ວັນທີ 15 ມິຖຸນາ 1996, ລັດຖະບານ ຫວຽດນາມ ໄດ້ຍື່ນໃບ ສະໝັກ ເຂົ້າຮ່ວມ APEC. ວັນທີ 15 ພະຈິກ 1998, APEC ໄດ້ປະກາດຮັບຮອງເອົາ 3 ປະເທດເຂົ້າເປັນສະມາຊິກ ປະກອບ ມີ: ສ ຫວຽດນາມ, ສ ຣັດເຊຍ ແລະ ເປຣູ. ຕະຫຼອດໄລຍະ 22 ປີ ຜ່ານມາ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ໄດ້ປະກອບ ສ່ວນຢ່າງມີປະສິດທິຜົນ ເຂົ້າໃນ ການພັດທະນາ ຂອງ APEC ໃນທຸກໆ ຂົງເຂດການຮ່ວມມື.

ປັດຈຸບັນ, APEC ເປັນເວທີປາໄສ ໄດ້ເຕົ້າໂຮມ ຫຼາຍຄູ່ຮ່ວມມື ເສດຖະກິດ ແຖວໜ້າຂອງ ຫວຽດນາມ, ກວມປະມານ 75% ມູນ ຄ່າ ການຄ້າ, 60% ມູນຄ່າສົ່ງອອກ, 80% ມູນຄ່ານຳເຂົ້າ, 78% ມູນຄ່າທຶນ ລົງທຶນໂດຍກົງຈາກຕ່າງປະເທດ (FDI), 38% ການຊ່ວຍເຫຼືອໂດຍກົງ (ODA) ແລະ 79% ຈຳນວນ ນັກທ່ອງທ່ຽວມາ ຫວຽດນາມ. .
ນັບຕັ້ງແຕ່ເຂົ້າຮ່ວມ APEC, ຫວຽດນາມ ເປັນໜຶ່ງໃນບັນດາ ສະມາຊິກ ເປັນເຈົ້າການ ໃນການສະເໜີ ແລະ ເຂົ້າຮ່ວມການຜັນຂະ ຫຍາຍກວ່າ 80 ຫົວຄິດປະດິດສ້າງ ຢູ່ບັນດາຂົງເຂດຄື ການຄ້າ, ການລົງທຶນ, ການຮ່ວມມືທາງດ້ານເຕັກນິກ, ສາທາລະນະສຸກ... ຢ່າງສຳເລັດຜົນ. ທີ່ບັນດາເວທີປາໄສ APEC, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນ ຈຸດຢືນທ່ີສ້າງສັນ, ປະກອບສ່ວນແກ້ໄຂ ຂໍ້ ຂັດແຍ້ງ ລະຫວ່າງ ບັນດາພື້ນຖານເສດຖະກິດ ໃນຫຼາຍຂົງເຂດ ທີ່ອ່ອນໄຫວ. 

ສະເພາະໃນປີ 2020, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ມີການປະກອບສ່ວນທີ່ກອງປະຊຸມ ແລະ ກອງປະຊຸມ APEC ເກືອບ 100 ຄັ້ງ (ໂດຍກົງ ແລະ ທາງໄກ). ພ້ອມກັນນັ້ນ, ຫວຽດນາມ ໄດ້ ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນ, ສ້າງເອກະສານ ກຳນົດ ທິດທາງການຮ່ວມມືທີ່ສຳຄັນ ຂອງ APEC ຫຼາຍສະບັບຄື: ວິໄສທັດ APEC ຫຼັງປີ 2020 (ນີ້ເປັນ ໜຶ່ງໃນບັນດາ ຂໍ້ສະເໜີ ທີ່ສຳຄັນ ຂອງ ຫວຽດນາມ ແລະ ຫວຽດນາມ ຍັງຮັບຜິດຊອບບົດບາດເປັນ ຮອງປະທານ ກຸ່ມ ກໍ່ສ້າງວິໄສທັດ APEC), ວິໄສທັດພະລັງງານ APEC ຫຼັງປີ 2020, ແຜນການປະຕິຮູບໂຄງສ້າງ APEC ໄລຍະ 2021-2025 (ໃນຖານະເປັນຫົວໜ້າກຸ່ມປະຕິບັດງານ), ບັນດາ ຖະແຫຼງການ ກອງປະຊຸມ ພ້ອມທັງບົດລາຍງານຫຼາຍສະບັບທີ່ກ່ຽວຂ້ອງເຖິງ ການເຄື່ອນໄຫວ ຂອງ APEC...


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄວາມຮ່ວມ ມືທາງເສດຖະກິດ ອາຊີ-ປາຊີຟິກ (APEC) ທາງໄກ ຢູ່ ຮ່າໂນ້ຍ. ພາບ: ຖົ໋ງເຍີດ/VNA


 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສໃນກອງປະຊຸມ. ພາບ: ຖົ໋ງເຍີດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ການນຳ ບັນດາພື້ນຖານເສດຖະກິດ ທ່ີເປັນສະມາຊິກ ຮັບຜ່ານ “ວິໄສທັດ APEC Putrajaya 2040”. ພາບ: ຖົ໋ງເຍີດ/VNA


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໋ງ ເຂົ້າຮ່ວມກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ-ເສດຖະກິດ APEC ຄັ້ງທີ 31 ທາງໄກ. ພາບ: ເລີມແຄ໋ງ/VNA

ຫວຽດນາມ ສໍາເລັດການຄົ້ນຄວ້າຊຸດ Kit ວິເຄາະຫາ ເຊື້ອໂຄວິດ-19 ໂດຍໄວ ໄດ້ມາດຕະຖານ EU, ຊ່ວຍເຫຼືອ ຫຼາຍປະເທດໃນກຸ່ມ APEC ໃນການປ້ອງກັນ ແລະ ຕ້ານ ການລະບາດ ໂຄວິດ-19. ພາບ: VNP


ກອງກຳປັ່ນທະເລ ຫວຽດນາມ ເປັນອັນດັບ 4 ໃນພາກພື້ນ ອາຊຽນ ແລະ ເປັນອັນດັບ 30 ໃນໂລກ. ພາບ: VNA


ເຂົ້າຮ່ວມ APEC ເປັນໂອກາດເພື່ອໃຫ້ວິສາຫະກິດ ຕໍ່າແຜ່ນຕັດຫຍິບ ຫວຽດນາມ ມີໂອກາດພົບປະກັບບັນດາ
ນັກລົງທຶນ, ພໍ່ຄ້າລາຍໃຫຍ່, ຈາກນັ້ນ ມີການຕີລາຄາ, ສ້າງ ຍຸດທະສາດ ໃນໄລຍະຍາວຂອງວິສາຫະກິດ. ພາບ: VNA



VinEco ມີນິຄົມປູກຜັກປອດສານພິດ ແລະ ລະບົບຫ້ອງ lab 14 ແຫ່ງຢູ່ ຫວຽດນາມ ໄດ້ນຳໃຊ້ເຕັກໂນໂລຊີ ຂອງ ອິດສະຣາແອນ ພວມພັດທະນາການຕະຫຼາດຢູ່ ພາຍໃນ ແລະ ຫັນໄປສູ່ການສົ່ງອອກໃນກຸ່ມ APEC. ພາບ: VNP


ທ່ານ Muto ເຂົ້າຮ່ວມໂຄງການອາສາສະໜັກຂອງ JICA ໄດ້ມາເຮັດວຽກທີ່ພະແນກແຜນພານ ແລະ ການລົງທຶນ ຫາຍຝ່ອງ ໂດຍເປົ້າໝາຍ ຊ່ວຍເຫຼືອບັນດາວິສາຫະກິດ ຫວຽດນາມ ຍົກສູງຄຸນນະພາບ ແລະ ກຳລັງການຜະລິດ. ພາບ: VNP


ກຸ່ມບໍລິສັດນໍ້າມັນ ອາຍແກັດ ແຫ່ງຊາດ ຫວຽດນາມ ຍູ້ ແຮງການຜະລິດ, ສົ່ງອອກໄປຍັງ ກຸ່ມ APEC. ພາບ: ເອກະສານ


ອຸດສາຫະກໍາ ການບິນ ຫວຽດນາມ ພວມພະຍາຍາມ ຟື້ນຕົວ ພາຍຫຼັງການລະບາດໂຄວິດ-19. ພາບ: VNP


ຫ້ອງກວດກາຄຸນນະພາບຜະລິດຕະະພັນຂອງບໍລິສັດ ICT Vina ຈຳກັດ (ສັງກັດກັບກຸ່ມບໍລິສັດ Dentium, ສ ເກົາຫຼີ). ພາບ: VNP

ຕາມສະຖິຕິ, ສັນຍາການຄ້າເສລີ (FTA) 11/13 ສະບັບ ເຊິ່ງ ຫວຽດນາມ ໄດ້ລົງນາມ, ເຈລະຈາ ແມ່ນກັບບັນດາຄູ່ຮ່ວມມື ໃນ ພາກພື້ນ APEC.
ການເຂົ້າຮ່ວມກອງປະຊຸມສຸດຍອດ APEC ໃນປີ 2020, ຖານະ ບົດບາດ ຂອງ ຫວຽດນາມ ນັບມື້ນັບສູງຂຶ້ນ, ພິເສດແມ່ນ ໃນຖາ ນະຕໍາແໜ່ງປະທານ ອາຊຽນ 2020 ແລະ ສະມາຊິກ ບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ຫວຽດນາມ ສືບຕໍ່ ປະຕິບັດນະໂຍບາຍເຊື່ອມໂຍງສາກົນ, ຊຸກຍູ້ ແລະ ຍົກສູງ  ລະ ດັບ ການພົວພັນ ຫຼາຍຝ່າຍ. 

ຜ່ານການຮ່ວມມື APEC, ຫວຽດນາມ ໄດ້ເປີດກວ້າງຕະຫຼາດ, ຊຸກຍູ້ການຮ່ວມມື ທາງດ້ານການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ວິທະຍາສາດເຕັກໂນໂລຊີ...; ເພີ່ມທະວີການພົວພັນມິດ ຕະພາບ, ການຮ່ວມມືສອງຝ່າຍ ກັບພື້ນຖານເສດຖະກິດ ຂອງ ບັນດາປະເທດສະມາຊິກ, ພິເສດແມ່ນກັບບັນດາພື້ນຖານເສດ ຖະກິດໃຫຍ່ຄື: ສ ອາເມລິກາ, ສປ ຈີນ, ສ ຣັດເຊຍ ແລະ ຍີ່ປຸ່ນ. 

ຜ່ານ APEC, ຫວຽດນາມ ໄດ້ສົ່ງສານສະບັບໜຶ່ງ ຢ່າງແຂງແຮງ ຕໍ່ປະຊາຄົມ ວິສາຫະກິດໂລກ ກ່ຽວກັບນະໂຍບາຍເປີດປະຕູ ຂອງ ຫວຽດນາມ ກ່ຽວກັບການຄ້າ ແລະ ການລົງທຶນ, ປະກອບສ່ວນຍູ້ ແຮງການຮ່ວມມືລະຫວ່າງ ວິສາຫະກິດ ຫວຽດນາມ ກັບ ວິສາ ຫະກິດ APEC, ເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ສົ່ງເສີມ ປະຊາ ຄົນ ວິສາຫະກິດ APEC ດໍາເນີນການເຮັດທຸລະກິດ, ລົງທຶນເຂົ້າ ຫວຽດນາມ. 

ບົດ: VNP ສັງລວມ - ພາບ: VNA, VNP ແລະ ເອກະສານ 

 

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top