ຮັບຮອງເອົາມະຕິ 26 ສະບັບ ແລະ ຖະແຫຼງການຮ່ວມ
ຖະແຫຼງຂ່າວ ກ່ຽວກັບ ຜົນສຳເລັດ ຂອງ ກອງປະຊຸມ ສະມັດຊາໃຫຍ່ AIPA 41, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ປະທານກອງປະຊຸມ ສະມັດຊາໃຫຍ່ AIPA 41 ໄດ້ຊີ້ແຈ້ງວ່າ ຍ້ອນສະພາບການລະບາດ ໂຄວິດ-19 ທີ່ມີການຜັນແປໄປຢ່າງສັບສົນ, ເພາະສະນັ້ນ ເປັນຄັ້ງທຳອິດ ໃນປະຫວັດສາດ 43 ປີ ຂອງ AIPA, ກອງປະຊຸມສະມັດຊາໃຫຍ່ AIPA ໄດ້ຈັດຂຶ້ນຕາມ ຮູບແບບທາງໄກ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນ ການຕັດສິນໃຈ ແລະ ຄວາມພະຍາຍາມ ຂອງ ສະພາແຫ່ງຊາດ ຫວຽດນາມ ປະເທດເຈົ້າພາບ ໄດ້ ຜ່ານຜ່າ ຄວາມຫຍຸ້ງຍາກ, ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມື ບົນຈິດໃຈ “ຄວາມສາມັກຄີ ແລະ ການປັບຕົວຢ່າງຕັ້ງໜ້າ”.
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ ເຖິງແມ່ນວ່າ ກອງປະຊຸມສະມັດຊາໃຫຍ່ ໄດ້ຈັດຂຶ້ນ ຕາມຮູບທາງໄກ, ແຕ່ຜູ້ເຂົ້າ ຮ່ວມໃນຄັ້ງນີ້້ມີ ສະມາຊິກລັດຖະສະພາສະ ແລະ ອົງການຈັດຕັ້ງ ສາກົນ 30 ທ່ານ, ຜູ້ແທນເກືອບ 400 ທ່ານ, ໃນນັ້ນ ຜູ້ແທນທ່ີເປັນ ສະມາຊິກສະພາແຫ່ງຊາດ 230 ທ່ານ. ພິເສດຄັ້ງນີ້ມີການເຂົ້າ ຮ່ວມ ຂອງ ທີ່ປຶກສາເລຂາທິການໃຫຍ່ ສະຫະປະຊາຊາດ, ເລຂາທິ ການໃຫຍ່ IPU, ເລຂາທິການໃຫຍ່ AIPA, ຮອງເລຂາທິການໃຫຍ່ ອາຊຽນ, ກອງເລຂາ AIPA ແລະ 4 ອົງການຈັດຕັ້ງທີ່ເປັນຄູ່ຮ່ວມ ມືຂອງ AIPA.
ເຂົ້າຮ່ວມພິທີໄຂກອງປະຊຸມ ຝ່າຍ ຫວຽດນາມ ມີ ບັນດາສະຫາຍ ການນຳ ພັກ ແລະ ລັດ, ກອງປະຊຸມສະມັດຊາໃຫຍ່ ໄດ້ຮັບສານ ສຳຄັນ ຂອງ ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານ ປະເທດ ຕາມຮູບແບບທາງໄກ. ໃນຖານະເປັນປະທານ ອາຊຽນ ປີ 2020, ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີ ບົດກ່າວປາໄສ ໃນພິທີໄຂກອງປະຊຸມ.
![]() ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ກ່າວ ປາໄສ ໃນພິທີ ໄຂກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ສະມາຄົມ ບັນດາປະເທດ ຕາເວັນອອກສ່ຽງໃຕ້ ຄັ້ງທີ 41. (AIPA 41). ພາບ: ຈີ້ຢຸງ/VNA ![]() ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານອາຊຽນ 2020 ເຂົ້າຮ່ວມ ແລະ ກ່າວປາໄສ ໃນພິທີ ໄຂກອງປະຊຸມສະມັດ ຊາໃຫຍ່ ຄັ້ງທີ 41, ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA 41) ພາຍໃຕ້ຫົວຂໍ້ທີ່ວ່າ “ການທູດລັດ ຖະສະພາ ເພື່ອປະຊາຄົມ ອາຊຽນ ທ່ີໜຽວແໜ້ນ ແລະ ຕອບສະ ໜອງ ຕໍ່ສະພາບການ”. ພາບ: ຖົ໋ງເຍິດ/VNA ![]() ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ປະທານ AIPA 41 ເປັນປະທານ ກ່າວປາໄສໄຂກອງປະຊຸມ. ພາບ: ຈ້ອງດຶກ/VNA ![]() ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານ AIPA 41, ນາຍົກລັດຖະມົນຕີ ຫງວຽຊວນຟຸກ ປະທານ ອາຊຽນ 2020 ແລະ ບັນດາຜູ້ແທນ. ພາບ: ຖົ໋ງເຍິດ/VNA ![]() ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານ AIPA 41 ແລະ ຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຕ່ອງທິຟ໋ອງ, ຫົວໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ທີ່ AIPA ເປັນປະທານ ກອງປະຊຸມສະມັດຊາ ຄັ້ງປະຖົມມະລຶກ ສະມາຊິກລັດ ຖະສະພາ ອາຊຽນ ຄັ້ງທີ 41 (AIPA 41). ພາບ: VNA |
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນໜັກວ່າ ທຽບກັບ ກອງປະຊຸມສະມັດຊາໃຫຍ່ 3 ສະໄໝກ່ອນ, ຄັ້ງນີ້ ກອງປະຊຸມ ສະ ມັດຊາໃຫຍ່ ໄດ້ຈັດຕັ້ງ ການປະຊຸມ ຂອງ ຄະນະກຳມະການ ການ ເມືອງ ແລະ ຮັບຮອງເອົາ 6 ມະຕິຕົກລົງ. ພິເສດ ຂໍ້ລິເລີ່ມ ຂອງ ສະ ພາແຫ່ງຊາດ ຫວຽດນາມ ກ່ຽວກັບ ການຈັດຕັ້ງກອງປະຊຸມຜູ້ແທນ ລາຊະດອນໜຸ່ມ AIPA ໂດຍຜູ້ແທນ ເຫັນພ້ອມຢ່າງສູງ ແລະ ໄດ້ ຕີລາຄາ ເປັນປັດໄຈໃໝ່ ໃນສະໄໝ ກອງປະຊຸມສະມັດຊາ ຄັ້ງນີ້, ເປັນຂີດໝາຍປະຫວັດສາດ ອັນສຳຄັນ ໃນການກຳເນີດ ກົນໄກ ກອງປະຊຸມ ທີ່ສະຫງວນໃຫ້ແກ່ ບັນດາຜູ້ແທນໜຸ່ມ AIPA. ບັນດາ ປະເທດ ໄດ້ເຫັນພ້ອມ ມອບໃຫ້ ກອງເລຂາ AIPA ແລະ ຄະນະ ເລຂາ ລັດຖະສະພາ ບັນດາປະເທດ ດຳເນີນປະຕິບັດຂັ້ນຕອນ, ລະ ບຽບການ ເພື່ອປີໜ້າ ຈະນຳເຂົ້າ ເປັນການເຄື່ອນໄຫວ ຢ່າງເປັນ ທາງການ ຂອງ ກອງປະຊຸມສະມັດຊາໃຫຍ່ AIPA.
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຮູ້ວ່າ ຫຼາຍຄະນະ ໄດ້ຍົກບັນຫາສັນຕິພາບ, ຄວາມສະຫງົບປອດໄພ ຢູ່ທະເລຕາເວັນ ອອກ ຕ້ອງອີງໃຫຍ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສະ ຫະປະຊາຊາດ ວ່າດ້ວຍກົດໝາຍທະເລ 1982 (UNCLOS); ຖະ ແຫຼງການວ່າດ້ວຍ ການປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາ ເວັນອອກ (DOC); ເປັນເອກະສັນກັນ ຊຸກຍູ້ ເພື່ອໃຫ້ ປະມວນກົດ ລະບຽບການປະພຶດຕໍ່ ຢູ່ ທະເລຕາເວັນອອກ (COC) ໄດ້ຮັບການ ລົງນາມໂດຍໄວ. ກອງປະຊຸມສະມັດຊາໃຫຍ່ AIPA 41 ໄດ້ຮັບ ຮອງ ເອົາມະຕິ 26 ສະບັບ ແລະ ຖະແຫຼງການຮ່ວມ.
ປະທານສະພາແຫ່ງຊາດ ຫງວຽທິກີມເງິນ ເນັ້ນໜັກວ່າ ພ້ອມກັບ ຜົນສຳເລັດ ຂອງ ການເຄື່ອນໄຫວ ການຕ່າງປະເທດທ່ີສຳຄັນ ໃນປີ 2020 ຂອງ ຫວຽດນາມ ຄື: ປະທານອາຊຽນ, ປະທານ AIPA, ສະ ມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ຜົນ ສຳເລັດຂອງ ກອງປະຊຸມໃຫຍ່ AIPA 41 ໄດ້ປະກອບສ່ວນຍົກສູງ ຖານະບົດບາດ, ຊ່່ືສຽງ ຂອງ ຫວຽດນາມ, ຂອງ ສະພາແຫ່ງຊາດ ຫວຽດນາມ ບົນເວທີສາກົນ. ບັນດາການເຄື່ອນໄຫວໃນປີປະທານ AIPA 2020 ແລະ ພິເສດແມ່ນ ກອງປະຊຸມສະມັດຊາໃຫຍ່ AIPA 41 ກໍເປັນຈຸດເດັ່ນສໍາຄັນ ໃນການເຄື່ອນໄຫວການທູດ ຂອງ ສະພາ ແຫ່ງຊາດ ຫວຽດນາມ ສະໄໝທີ XIV.
ເປັນເຈົ້າການ, ປະສານສົມທົບ ຮັບມື ຢ່າງທັນການ ກັບການ ຄຸມການລະບາດ
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານກອງປະຊຸມ ສະມັດຊາໃຫຍ່ AIPA 41 ໃຫ້ຮູ້ວ່າ ນີ້ແມ່ນບັນຫາທີ່ຜູ້ແທນ ຫຼາຍ ທ່ານ ໃຫ້ຄວາມສົນໃຈ, ສຸມໃສ່ພິຈາລະນາ ກ່ຽວກັບແງ່ມູມ ທີ່ແຕກ ຕ່າງກັນ. ທັງໝົດຕ່າງກໍຢືນຢັນວ່າ ບົດບາດຂອງ ລັດຖະສະພາ ສະ ມາຊິກ AIPA ໃນການສະໜັບສະໜູນ ລັດຖະບານ ປະຕິບັດ ແຜນ ການຟື້ນຟູເສດຖະກິດ ຫຼັງການລະບາດ ສຸດທ່ີສຳຄັນ.
ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງນີິ້ ສະແດງໃຫ້ເຫັນ ການສະ ໜັບສະໜູນເປັນຢ່າງສູງ ໃນວຽກງານຜັນຂະຍຫາຍ ຂໍ້ລິເລີ່ມ ຂອງ ອາຊຽນ ແນໃສ່ ເປັນເຈົ້າການ, ປະສານສົມທົບ ຮັບມື ແລະ ກວດ ກາ ການລະບາດຢ່າງທັນການ ຄື: ສ້າງຕັ້ງກອງທຶນ ປ້ອງກັນ, ສະ ກັດກັ້ນການລະບາດ ອາຊຽນ, ຟື້ນຟູ ການເຄື່ອນໄຫວເສດຖະກິດ ໃນສະຖານະການປົກກະຕິໃໝ່, ໃນນັ້ນ ການປະກາດນະໂຍບາຍ ກ່ຽວກັບ ການສຶກສາ, ວຽກເຮັດງານທຳ, ປົວແປງລະບົບ ສາທາລະ ນະສຸກ ສ່ວນລວມ, ຫຼຸດຜົນເສຍຫາຍ ຂອງການລະບາດໂຄວິດ-19 ເຖິງບັນດາວິຊາອາຊີບ ທີ່ຮັບຜົນກະທົບຫຼາຍສຸດເຊັ່ນ ການຄົມມະ ນາຄົມ, ການທ່ອງທ່ຽວ, ຄ້າຂາຍຍ່ອຍ...
![]() ຮູບພາບຜູ້ນຳບັນດາປະເທດ ໃນພິທີໄຂກອງປະຊຸມ AIPA 41. ພາບ: VNA ![]() ກອງປະຊຸມຜູ້ແທນລາຊະດອນຍິງ AIPA (WAIPA) ໄດ້ຈັດຂຶ້ນ ຕາມຮູບແບບທາງໄກ ພາຍໃຕ້ຫົວຂໍ້ທີ່ວ່າ: “ເພີ່ມທະວີບົດບາດຂອງ ຜູ້ແທນລາຊະດອນຍິງ ໃນການຮັບປະກັນ ດ້ານວຽກເຮັດງານທຳ ແລະ ລາຍຮັບ ໃຫ້ແກ່ຜູ້ອອກແຮງງານຍິງ”. ຮອງປະທານ ຜູ້ປະຈຳ ການ ສະພາແຫ່ງຊາດ ທ່ານນາງ ຕ່ອງທິຟ໋ອງ, ຫົວໜ້າຄະນະ ຈັດ ຕັ້ງ AIPA 41 ເປັນປະທານກອງປະຊຸມ. ພາບ: ຈ້ອງດຶກ/VNA ![]() ບັນຍາກາດ ກອງປະຊຸມສະມາຊິກ ລັດຖະສະພາໜຸ່ມບໍ່ເປັນທາງ ການ AIPA. ພາບ: ວັນດຽບ/VNA |
ກອງປະຊຸມສະມັດຊາໃຫຍ່ ໄດ້ສະເໜີ ຂໍ້ສະເໜີ ໃຫ້ແກ່ ສະມາຊິກ ລັດຖະສະພາ ຕ້ອງສືບຕໍ່ເຮັດໃຫ້ສົມບູນແບບ ກອບນິຕິກຳ ແນໃສ່ ຊຸກຍູ້ ການຫັນເປັນສະດວກ ການເຄື່ອນໄຫວດ້ານການຄ້າ, ສ້າງ ນະໂຍບາຍການລົງທຶນ ທີ່ເປີດກວ້າງ, ຍືນຍົງ, ມີຄວາມຮັບຜິດ ຊອບ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ຄວາມໝັ້ນ ຄົງແຫຼ່ງນຳ້; ຄົ້ນຄວ້າຂອບເຂດກົດໝາຍໃໝ່ ເພື່ອຮັບມືກັບ ການ ລະບາດໂຄວິດ-19 ແລະ ການລະບາດອື່ນໆ; ເສີມຂະຫຍາຍ ການ ປະຕິບັດຕົວຈິງເສດຖະກິດໝູນວຽນ ແລະ ນຳໃຊ້ພະລັງງານໝູນ ວຽນ ຄືນໃໝ່ ເພື່ອການພັດທະນາທີ່ຍືນຍົງ.
ທຸກຂໍ້ຄວາມຄິດເຫັນ ພິຈາລະນາ ຕ່າງກໍໄດ້ຮັບຄວາມຊົມເຊີຍຈາກ ຄວາມພະຍາຍາມ ກອບຄວາມຮ່ວມມືພາກພື້ນ, ລວມທັງພາກພື້ນ ແມ່ນໍ້າຂອງ, ເພື່ອສົ່ງເສີມ ການພັດທະນາສະເໝີພາບ ທີ່ຍືນຍົງ ໃນ ປະຊາຄົມ ອາຊຽນ ດ້ວຍການເຮັດໃຫ້ ການຈະເລີນເຕີບໂຕ ອະນຸ ພາກພື້ນ ຕິດພັນກັບການ ພັດທະນາຢ່າງຮອບດ້ານ ຂອງ ທົ່ວພາກ ພື້ນ ອາຊຽນ ເພື່ອບັນລຸເປົ້າໝາຍລວມ ໃນການລົດຊ່ອງວ່າງ ການ ພັດທະນາລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ. ນີ້ຄືຄໍາ ໝັ້ນສັນຍາ ແນໃສ່ຫັນເປັນຕົວຈິງຫົວຂໍ້ “ການທູດລັດຖະສະພາ ເພື່ອປະຊາຄົມ ອາຊຽນ ທ່ີໜຽວແໜ້ນ ແລະ ຕອບສະໜອງຕໍ່ສະ ພາບການ”.
ຂີດໝາຍປະຫວັດສາດທ່ີສຳຄັນ ຂອງ ສະພາແຫ່ງຊາດ ຫວຽດນາມ
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານກອງປະຊຸມ ສະມັດຊາໃຫຍ່ AIPA 41 ໃຫ້ຮູ້ວ່າ ກວມເອົາ 1/3 ຈຳນວນພົນລະ ເມືອງ ກວ່າ 600 ລ້ານຄົນ ຂອງ ອາຊຽນ, ແຕ່ຍັງບໍ່ທັນມີກະບອກ ສຽງ ຂອງ ຜູ້ແທນລາຊະດອນໜຸ່ມ. ດັ່ງນັ້ນຂໍ້ລິເລີ່ມ ເພື່ອສະເໜີ ກົນໄກ ກະບອກສຽງ ຂອງ ບັນດາຜູ້ແທນລາຊະດອນໜຸ່ມ ທ່ີໄດ້ສະ ເໜີ ຢູ່ກອງປະຊຸມສະມັດຊາໃຫຍ່ AIPA ຂອງ ຫວຽດນາມ, ໄດ້ຮັບ ການຊົມເຊີຍ ຈາກບັນດາປະເທດ. ພົ້ນເດັ່ນ ແມ່ນການລາຍງານ ຂອງ ປະທານກຸ່ມຜູ້ແທນສະພາແຫ່ງຊາດໜຸ່ມ ຫວຽດນາມ ໃນກອງ ປະຊຸມ ບໍ່ເປັນທາງການ ຜູ້ແທນລາຊະດອນ AIPA ໃນວັນທີ 8 ກັນ ຍາ ຜ່ານມາ ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ ຈາກບັນດາ ປະເທດສະມາຊິກ.
![]() ຜູ້ແທນ ປະເທດສະມາຊິກ AIPA ເຂົ້າຮ່ວມກອງປະຊຸມ ຄະນະ ກຳມະການ ເສດຖະກິດ ຕາມຮູບແບບທາງໄກ. ພາບ: ວັນດຽບ/VNA ![]() ຜູ້ແທນບັນດາປະເທດສະມາຊິກ AIPA ເຂົ້າຮ່ວມກອງປະຊຸມຄະ ນະກຳມະການສັງຄົມ ຕາມຮູບແບບທາງໄກ. ພາບ: ວັນດຽບ/VNA ![]() ກອງປະຊຸມຄະນະກຳມະການອົງການຈັດຕັ້ງ ໂດຍຮອງປະທານ ສະພາແຫ່ງຊາດ ອວງຈູລືວ ເປັນປະທານ. ພາບ: ວັນດຽບ/VNA ![]() ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານ AIPA 41 ເປັນປະທານ ກອງປະຊຸມສະໄໝ ສາມັນຄັ້ງທີ 2 ຂອງ ສະມາຊິກ ສະພາແຫ່ງຊາດ ອາຊຽນ ຄັ້ງທີ 41 (AIPA 41). ພາບ: VNA ![]() ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານ AIPA 41 ມອບໄມ້ຄ້ອນ ຂອງ AIPA ໃຫ້ ບຣູໄນ, ປະເທດເຈົ້າພາບ AIPA 42 ໃນພິທີປິດກອງປະຊຸມ. ພາບ: ຈ້ອງດຶກ/VNA ![]() ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເປັນປະທານ ໃນພິທີ ຮັບເອົາ ປະເທດ ນອກແວ ແລະ ມາຣົກ ເຂົ້າເປັນ ຜູ້ສັງເກດການ ໃໝ່ ຂອງ AIPA. ພາບ: ຈ້ອງດຶກ/VNA ![]() ໃນເວລາຈັດກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 41, ກອງປະຊຸມ ສະ ມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA 41) ລະ ຫວ່າງວັນທີ 8-10 ກັນຍາ 2020 ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ຮ່າ ໂນ້ຍ, ທຸກໆ ມື້ ຈະມີນັກຂ່າວ, ບັນນາທິການ ຂອງ ສໍານັກຂ່າວ, ໜັງສືພິມ ນັບຮ້ອຍຄົນ, ໄດ້ສຸມໃສ່ສ່ົງບົດ-ຂ່າວ ກ່ຽວກັບ ກອງປະ ຊຸມ. ບັນດາຮູບພາບ, ບົດຂຽນ ກ່ຽວກັບຜູ້ຄົນ, ເສດຖະກິດ, ວັດທະ ນະທຳ, ການເມືອງ, ບັນດາຂໍ້ລິເລີ່ມຂອງ ຫວຽດນາມ...ໄດ້ອັບເດດ ປະຈຳວັນ ເຖິງທ່ານຜູ້ອ່ານ ຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ຈ້ອງດຶກ/VNA |
ໃນເວລາດຽວກັນ, ບັນດາຜູ້ແທນ ຂອງ ລັດຖະສະພາ ໄດ້ເປັນ ເອກະສັນ ມອບໃຫ້ກອງເລຂາລັດຖະສະພາ ບັນດາປະເທດສະ ມາຊິກ, ກອງເລຂາ AIPA ດໍາເນີນຕາມຂັ້ນຕອນ, ລະບຽບການ ເພື່ອປີໜ້າ ຈະນຳເຂົ້າໃນການເຄື່ອນໄຫວ ຢ່າງທາງການ ຂອງ ກອງປະຊຸມສະມັດຊາໃຫຍ່ AIPA; ຄາດວ່າ ຈະໄດ້ຮັບການພິຈາ ລະນາ ຮັບຮອງເອົາ ໃນກອງປະຊຸມສະມັດສາໃຫຍ່ AIPA 42 ທີ່ ປະເທດ ບຣູໄນ ດາຣູຊາລາມ.
ຢືນຢັນຂໍ້ລິເລີ່ມ ຂອງ ຫວຽດນາມ ໄດ້ AIPA ຮັບຮູ້, ປະທານສະພາ ແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ ນັບແຕ່ນີ້, ໃນກອງປະຊຸມ ສະມັດຊາໃຫຍ່ AIPA ຈະມີເວທີປາໄສ ເພື່ອສະທ້ອນສຽງ ຂອງ ບັນດາຜູ້ແທນລາຊະດອນໜຸ່ມ, ທ່ີເປັນຕົວແທນໃຫ້ຊາວໜຸ່ມ ເກືອບ 220 ລ້ານຄົນ, ເທົ່າກັບ 1/3 ຈຳນວນ ປະຊາກອນ ອາຊຽນ. ປະ ທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຊື່ອໝັ້ນວ່າ ບັນດາຜູ້ ແທນ ລາຊະດອນໜຸ່ມ ຈະປະກອບສ່ວນຖ່າຍທອດ ເຈດຈຳນົງ, ຄວາມຄິດ ແລະ ຄວາມມຸ່ງຫວັງ ຂອງ ຜູ້ມີສິດເລືອກຕັ້ງໜຸ່ມ; ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວ ຂອງ AIPA ເວົ້າ ລວມ, ເວົ້າສະເພາະແມ່ນ ບັນດາລັດຖະສະພາ ສະມາຊິກ ຂອງ AIPA.
ບົດ: VNP ສັງລວມ - ພາບ: VNA