ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບົດບາດຕັ້ງໜ້າໃນວິວັດການເຊື່ອມໂຍງດ້ານເສດຖະກິດພາກພື້ນ
ກອງປະຊຸມຄັ້ງທີ 3 ສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC (ABAC III) ແລະ ບັນດາເຫດການທີ່ກ່ຽວຂ້ອງຈະຈັດຂຶ້ນແຕ່ວັນທີ 15 – 18 ກໍລະກົດ, ຢູ່ນະຄອນ ຫາຍຟ່ອງ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດທີ່ກອງປະຊຸມຖະແຫຼງຂ່າວແນະນຳ ABAC III ແລະ ບັນດາເຫດການທີ່ກ່ຽວຂ້ອງໂດຍສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ຫວຽດນາມ (ABAC Vietnam) ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 19 ມິຖຸນາ.
ABAC III ແມ່ນໜຶ່ງໃນ 4 ກອງປະຊຸມທາງການຂອງ ABAC ໃນປີ 2025, ແຫ່ງທີ່ບັນດາສະມາຊິກປຶກສາຫາລື ແລະ ເປັນເອກະພາບຂໍ້ສະເໜີແນະດ້ານນະໂຍບາຍເພື່ອຍື່ນສະເໜີຕໍ່ບັນດາການນຳ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ໜັງສືສົ່ງເຖິງບັນດາລັດຖະມົນຕີ APEC. ຄາດວ່າ, ຈະມີຜູ້ແທນປະມານ 250 ທ່ານທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ເຂົ້າຮ່ວມເຫດການ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນບົດບາດຕັ້ງໜ້າໃນວິວັດການເຊື່ອມໂຍງດ້ານເສດຖະກິດພາກພື້ນ, ພ້ອມກັນນັ້ນ ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ດ້ວຍບັນດາຫຼັກການດ້ານການຄ້າເສລີ, ການພັດທະນາກວມລວມ ແລະ ຍືນຍົງ, ບັນດາຄຸນຄ່າແກ່ນສານເຊິ່ງ APEC ແລະ ABAC ພ້ອມກັບເດີນຕາມ.
(ແຫຼ່ງຄັດຈາກ VOV)