ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ດ້ວຍນະໂຍບາຍຍົກເວັ້ນວີຊາ ທີ່ອຳນວຍຄວາມສະດວກພ້ອມກັບບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາ ແລະ ກະຕຸ້ນຄວາມຕ້ອງການທ່ອງທ່ຽວຢ່າງມີປະສິດທິຜົນ, ຂະແໜງການທ່ອງທ່ຽວ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 10,7 ລ້ານຄົນ ໃນ 6 ເດືອນຕົ້ນປີ 2025, ປະຕິບັດສຳເລັດປະມານ 50% ຄາດໝາຍການເຕີບໂຕ ຂອງທັງປີ. ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ຍອດຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ໃນ6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 20,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ກ່ຽວກັບຕະຫຼາດແຂກທ່ອງທ່ຽວສາກົນ, ຈີນສືບຕໍ່ນຳໜ້າດ້ວຍຈຳນວນ 2,7 ລ້ານເທື່ອຄົນ (ກວມເອົາ 25,6%), ຖັດຈາກນັ້ນແມ່ນ ສ.ເກົາຫຼີ ກວມເອົາ 2,2 ລ້ານເທື່ອຄົນ (ກວມເອົາ 20,7%).
(ແຫຼ່ງຄັດຈາກ VOV)