ວັນທີ 20 ກັນຍາ, ສະເຫຼີມສະຫຼອງ 49 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດຢ່າງເປັນທາງການ (ວັນທີ 20 ກັນຍາ 1977 – ວັນທີ 20 ກັນຍາ 2026). ວັນນີ້ໄດ້ສ້າງຂີດໝາຍທີ່ສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.
ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດຢ່າງເປັນທາງການ ເມື່ອວັນທີ 20 ກັນຍາ 1977 (ພາບປະກອບ: VNA)
ພາຍຫຼັງເຂົ້າເປັນສະມາຊິກສະຫະປະຊາຊາດ, ຫວຽດນາມ ສາມາດຍາດແຍ່ງໄດ້ຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງບັນດາປະເທດສະມາຊິກ ເພື່ອໃຫ້ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 32 (ປີ 1977) ຮັບຮອງເອົາມະຕິເລກທີ 32/2 ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນອຸປະຖຳ, ໜູນຊ່ວຍ ຫວຽດນາມ ກໍ່ສ້າງປະເທດຄືນໃໝ່ພາຍຫຼັງສົງຄາມ. ໃນຊຸມປີຕໍ່ມາ, ບັນດາໂຄງການຮ່ວມມືກັບລະບົບພັດທະນາຂອງສະຫະປະຊາຊາດ ໄດ້ປະກອບສ່ວນເຂົ້າໃນການສະໜອງທຶນ, ພູມປັນຍາ, ເຕັກນິກ ແລະ ບົດຮຽນສາກົນໃຫ້ແກ່ວິວັດການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ.
ຫວຽດນາມ ກໍ່ນັບມື້ນັບເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ປະກອບສ່ວນຢ່າງ ແທດຈິງເຂົ້າໃນວຽກງານລວມຂອງສະຫະປະຊາຊາດ, ນັບແຕ່ການຮັກສາ ສັນຕິພາບ, ການຮັບປະກັນສິດທິມະນຸດ, ການໜູນຊ່ວຍມະນຸດສະທຳ, ການພັດທະນາແບບ ຍືນຍົງ ຕະຫຼອດຮອດການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ; ພ້ອມກັນນັ້ນກໍ່ເຂົ້າຮ່ວມວິວັດການສ້າງຂໍ້ກຳນົດກົດລະບຽບ, ມາດຕະຖານ ແລະ ໂຄງການດຳເນີນງານຂອງອົງການເທື່ອລະກ້າວ. ເລື່ອງເຂົ້າຮ່ວມທີ່ນັບມື້ນັບຕັ້ງໜ້າ, ເປັນເຈົ້າການຢູ່ສະຫະປະຊາຊາດ ໄດ້ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ເຮັດໃຫ້ການພົວພັນຕ່າງປະເທດ ນັບທັງດ້ານຫຼາຍຝ່າຍ ແລະ ສອງຝ່າຍເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)