ດ້ວຍເນື້ອທີ່ກວ້າງ 3.000 ຕາລາງແມັດ ແລະ ປະຕິບັດຂັ້ນຕອນການຜະລິດຕາມເຕັກໂນໂລຊີຂອງ ຍີ່ປຸ່ນ, ນິຄົມປູກເຫັດຂອງບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ເກັບກ່ຽວເຫັດໄດ້ 1,5 ໂຕນຕໍ່ມື້, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.
                            
	ປັດຈຸບັນ, ເມື່ອສັງເກດເຫັນໄດ້ວ່າ ຄວາມຕ້ອງການຊື້ ເຫັດ ຢູ່ຕະຫຼາດນັບມື້ນັບຫຼາຍຂຶ້ນ, ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ພວມສຸມໃສ່ໃນການຜະລິດ ແລະ ສະໜອງອອກສູ່ຕະຫຼາດເຫັດຫຼາຍຊະນິດ. 
	
	ທ່ານນາງ ເຢືອງທິທູເຫວ້ - ຜູ້ອຳນວຍການບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ໃຫ້ຮູ້ວ່າ ເພິ່ນໄດ້ໄປຮຽນເຕັກນິກການປູກເຫັດຢູ່ປະເທດ ຍີ່ປຸ່ນ, ຫຼັງຈາກກັບມາປະເທດ, ເພິ່ນໄດ້ລົງທຶນເຊົ່າທີ່ດິນ 3 ເຮັກຕາເພື່ອກໍ່ສ້າງນິຄົມປູກເຫັດປອດສານພິດ  ດ້ວຍເຕັກໂນໂລຊີ, ຕ່ອງໂສ້, ເຄື່ອງຈັກ ໄດ້ນຳເຂົ້າມາຈາກ ຍີ່ປຸ່ນ.
	
	ນິຄົມປູກ ເຫັດ ຂອງບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ເລີ່ມເຄື່ອນໄຫວແຕ່ປິ 2017 ດ້ວຍຈຳນວນເງິນລົງທຶນໃນເບື້ອງຕົ້ນແມ່ນເກືອບ 50 ຕື້ດົ່ງ.
	
	
		
			
				
					  
					ນິຄົມລ້ຽງເຫັດຂອງ ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ທີ່ຕາແສງ ດົກກິນ, ເມືອງ ໝີ໋ດຶກ, ນະຄອນ ຮ່າໂນ້ຍ.  
					 
					  
					ນິຄົມລ້ຽງເຫັດຂອງ ບໍລິສັດ ນຳເຂົ້າ-ສົ່ງອອກ ກິໂນໂກ ແທງກາວ ຈຳກັດ ໄດ້ປູກເຫັດຫຼາຍຊະນິດ. 
					 
					  
					ເຫັດຫຼັງຈາກໄດ້ເກັບມາ ຈະໄດ້ນຳໄປຫໍ່ໃສ່ຖົງ. 
					 
					  
					ເຫັດສາມາດເກັບກ່ຽວພາຍຫຼັງເວລາປູກ 42 ວັນ.  
					 
					  
					ບັນດາເຄື່ອງຈັກທີ່ທັນສະໄໝໄດ້ນຳໃຊ້ໃນຂັ້ນຕອນການຜະລິດ. 
					 
					  
					ເຫັດໄດ້ນຳໄປຫໍ່ໃສ່ຖົງ. 
					 
					  
					ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ, ບັນດາກຳມະກອນຕ້ອງປະຕິບັດຖືກຕາມບັນດາ 
					ມາດຕະຖານກ່ຽວກັບຄວາມປອດໄພໃນການຜະລິດ. 
					 
					  
					ຂັ້ນຕອນການຜະລິດ ແລະ ຫຸ້ມຫໍ່ ລ້ວນແຕ່ ໄດ້ປະຕິບັດ ຕາມເຕັກໂນໂລຊີຂອງ ຍີ່ປຸ່ນ. 
					 
					  
					ຫຼັງຈາກຫໍ່ໃສ່ຖົງແລ້ວ, ເຫັດຈະໄດ້ເອົາໄປເກັບຮັກສາໃນ ຫ້ອງເຢັນ ກ່ອນທີ່ຈຳໜ່າຍອອກສູ່ຕະຫຼາດ. | 
			
		
	
	
	ເພື່ອສາມາດບັນຊາໄດ້ຕ່ອງໂສ້ການຜະລິດ, ທ່ານນາງ ເຫວ້ ໄດ້ສົ່ງພະນັກງານໄປຮຽນຢູ່ ຍີ່ນປຸ່ນ. ນອກຈາກບັນດາ ແຮງງານທີ່ເປັນຊາວທ້ອງຖິ່ນ, ນິຄົມແຫ່ງນີ້ ຍັງຮັບເອົາ ນັກສຶກສາຂອງສະຖາບັນ ກະສິກຳ ຫວຽດນາມ ມາຝຶກງານ ໃນລະດູແລ້ງ ແລະ ສອນພາພາ ຍີ່ປຸ່ນ ເພື່ອດຶງດູດ ພະນັກງານຜູ້ມີຄວາມຮູ້ຄວາມສາມາດມາໃຫ້ແກ່ບໍລິສັດ. ປັດຈຸບັນ, ນິຄົມແຫ່ງນີ້ ໄດ້ສະໜອງເຫັດອອກສູ່ຕະຫຼາດ 1 ໂຕນຕໍ່ມື້, ດ້ວຍລາຄາແຕ່ 100.000 – 120.000 ດົ່ງ/ກິໂລ.
	
	ປັດຈຸບັນ, ລາຍຮັບຂອງບໍລິສັດບັນລຸໄດ້ຫຼາຍສິບຕື້ດົ່ງຕໍ່ ເດືອນ ແລະ ສ້າງວຽກເຮັດງານທຳ, ແກ້ໄຂບັນຫາແຮງງານ ໃຫ້ແກ່ທ້ອງຖິ່ນ ແລະ ບັນດາເຂດແຄວ້ນຕ່າງໆ ທີ່ໃກ້ຄຽງອີກດ້ວຍ. 
 
	ບົດ: ເງິນຮ່າ - ພາບ: ແຄ໋ງລອງ