• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຈຸດພິເສດຂອງອາວຸດຮູບເຄິ່ງວົງເດືອນ

ນິກາຍມວຍ ນາມຕົງ ຢູ່ນະຄອນ ໂຮ່ຈີມິນ ໄດ້ຮູ້ເຖິງເປັນນິກາຍມວຍໜຶ່ງທີ່ມີບົດມວຍຫຼາຍບົດ, ອາວຸດຫຼາຍຊະນິດທີ່ຫາຍາກ. ໃນນັ້ນ ພິເສດກວ່າໝູ່ແມ່ນອາວຸດຊະນິດໜຶ່ງທີ່ມີຮູບເຄິ່ງວົງ ເດືອນ.
ອາວຸດຮູບເຄິ່ງວົງເດືອນໄດ້ອອກແບບຄືແພນໜ່ວຍໜຶ່ງຍາວ 165-170 ຊມ, ດ້າມເຮັດດ້ວຍໄມ້ແຕ່ປາຍເຮັດດ້ວຍໂລຫະ ມີຮູບເຄິ່ງວົງເດືອນ. ອາວຸດຮູບເຄິ່ງວົງເດືອນຂອງນິກາຍມວຍ ນາມຕົງ ໂດຍອາຈານມວຍ ຕາມກຽນ ສັ່ງຊ່າງເຫຼັກເຮັດໃຫ້ມີດ້າມເຮັດດ້ວຍໄມ້ທີ່ຫາຍາກ, ປາຍເຮັດດ້ວຍເຫຼັກ, ມີອາຍຸ ກວ່າ 50 ປີ.

ອາວຸດຮູບເຄິ່ງວົງເດືອນໄດ້ອອກແບບຄືແພນໜ່ວຍໜຶ່ງຍາວ
165-170 ຊມ, ດ້າມເຮັດດ້ວຍໄມ້ແຕ່ປາຍເຮັດດ້ວຍໂລຫະ ມີຮູບເຄິ່ງວົງເດືອນ.



ທ່າຕີໜຶ່ງໃນບົດມວຍທີ່ນຳໃຊ້ອາວຸດຮູບເຄິ່ງວົງເດືອນ-ຕີແຕ່ເທິງລົງລຸ່ມ.


າຈານມວຍ ກວານເວີນຈ່ຽວ ສະແດງບົດມວຍໜຶ່ງທີ່ນຳໃຊ້ ອາວຸດຮູບເຄິ່ງວົງເດືອນ.


ທ່າຕ້ານໜຶ່ງໃນບົດມວຍທີ່ນຳໃຊ້ ອາວຸດຮູບເຄິ່ງວົງເດືອນ.


ທ່າຕີໜຶ່ງໃນບົດມວຍທີ່ນຳໃຊ້ ອາວຸດຮູບເຄິ່ງວົງເດືອນ-ຕີທາງໜ້າຂອງຜູ້ຕໍ່ສູ້.


ທ່າຕີໜຶ່ງໃນບົດມວຍທີ່ນຳໃຊ້ອາວຸດຮູບເຄິ່ງວົງເດືອນ-ຕີແຕ່ລຸ່ມຂຶ້ນເທິງ.


ທ່າຕີໜຶ່ງໃນບົດມວຍທີ່ນຳໃຊ້ ອາວຸດຮູບເຄິ່ງວົງເດືອນ-ຕີທາງຫຼັງຂອງຜູ້ຕໍ່ສູ້.


ທ່າຕີໜຶ່ງໃນບົດມວຍທີ່ນຳໃຊ້ ອາວຸດຮູບເຄິ່ງວົງເດືອນ-ຕີແຕ່ລຸ່ມຂຶ້ນເທິງ.

ປະຈຸບັນ, ຢູ່ນະຄອນ ໂຮ່ຈີມິນ ມີແຕ່ນິກາຍມວຍ ນາມຕົງ ມີບົດມວຍທີ່ນຳໃຊ້ອາວຸດຮູບເຄິ່ງວົງເດືອນເທົ່ານັ້ນ. ນີ້ແມ່ນບົດ ມວຍໜຶ່ງທີ່ຫາຍາກ, ໄດ້ແຕ່ງເພື່ອຮັບໃຊ້ໃຫ້ແກ່ບັນດາຄູຝຶກ, ອາຈານມວຍຜູ້ທີ່ມີຄວາມເກັ່ງກ້າສາມາດ. ບົດມວຍດັ່ງກ່າວພຽງແຕ່ໄດ້ສອນໃຫ້ແກ່ບັນດາສິດມວຍໃນນິກາຍມວຍ ນາມຕົງ ເທົ່ານັ້ນ.
  
ໂດຍອີງໃສ່ຈຸດພິເສດຂອງອາວຸດຮູບເຄິ່ງວົງເດືອນ, ບັນດາທ່າຕີທ່າຕ້ານໃນບົດມວຍດັ່ງກ່າວ ໄດ້ນຳໃຊ້ທຸກໆ ພາກສ່ວນຂອງອາວຸດຊະນິດນີ້. ຜູ້ນຳໃຊ້ອາວຸດຮູບເຄິ່ງວົງເດືອນດ້ວຍ 2 ມື ຈະສາມາດແທງ, ຕີ, ຟາດ... ເວລາຖືກຕີ ກໍ່ສາມາດກັນ, ຕ້ານ, ປ້ອງກັນຕົວຢ່າງມີປະສິດທິຜົນ. ປາຍຂອງອາວຸດຊະນິດນີ້ ສາມາດຕ້ານທ່າຕີແຕ່ເທິງລົງລຸ່ມຂອງຜູ້ຕໍ່ສູ້. ນຳໃຊ້ອາວຸດ ຮູບເຄິ່ງວົງເດືອນ ສາມາດສູ້ກັບອາວຸດຫຼາຍຊະນິດຄື: ດາບ, ແພນ, ໄມ້ຄ້ອນຍາວ...ແຕ່ກໍ່ຕ້ອງຂຶ້ນກັບຄວາມສາມາດຂອງຜູ້ນຳໃຊ້ອີກດ້ວຍ.
 
ປະຈຸບັນ, ໃນນິກາຍມວຍ ນາມຕົງ ມີແຕ່ອາຈານມວຍ ກວານເວີນຈ່ຽວ, ຄູມວຍລະດັບ 7 ຂອງສະຫະພັນມວຍພື້ນເມືອງ ຫວຽດນາມ ແມ່ນສາມາດສະແດງໄດ້ດີບົດມວຍດັ່ງກ່າວເທົ່ານັ້ນ. ອາຈານມວຍ ກວານເວີນຈ່ຽວ ໄດ້ຮຽນມວຍ ນຳອາຈານມວຍ ຕາມກຽນ ຕັ້ງແຕ່ອາຍຸຫາກໍ່ 15 ປີ.  ເພີ່ນໄດ້ອາຈານຖ່າຍທອດໃຫ້ບັນດາບົດມວຍ, ກໍ່ຄືວິທີການນຳໃຊ້ບັນດາອາວຸດມີລັກສະນະສະເພາະຂອງນິກາຍມວຍ ນາມຕົງ.
 
ອາຈານມວຍ ກວານເວີນຈ່ຽວ ໃຫ້ຮູ້ວ່າ ຈະຖ່າຍທອດບົດມວຍດັ່ງກ່າວໃຫ້ແກ່ສິດມວຍຜູ້ທີ່ດີເດັ່ນຂອງຕົນແມ່ນນັກມວຍ ເຢືອງກວກເກື່ອງ. 


ນຳໃຊ້ອາວຸດຮູບເຄິ່ງວົງເດືອນສາມາດສູ້ກັບອາວຸດຫຼາຍຊະນິດ
ຄື: ດາບ, ແພນ, ໄມ້ຄ້ອນຍາວ...

 

ນຳໃຊ້ອາວຸດຮູບເຄິ່ງວົງເດືອນເພື່ອຕ້ານທ່າຕີໜຶ່ງຂອງແພນ.


ນຳໃຊ້ອາວຸດຮູບເຄິ່ງວົງເດືອນເພື່ອສູ້ກັບດາບ.


ນຳໃຊ້ອາວຸດຮູບເຄິ່ງວົງເດືອນເພື່ອຕ້ານທ່າຕີໜຶ່ງຂອງດາບ.

 
ບົດ: ເຊິນເຫງ້ຍ-ພາບ: ທົງຫາຍ

Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

Pickeball ເປັນປະເພກິລາ ທີ່ມີຕົ້ນກໍາເນີດຈາກ ສ ອາເມລິກາ, ຫຼັງຈາກນັ້ນ ໄດ້ຂະຫຍາຍໄປຍັງປະເທດຕ່າງໆ ໃນໂລກ. ເມື່ອ​ມໍ່ໆ ​ມາ​ນີ້, ມັນ​ໄດ້​ກາຍ​ເປັນ​ປະເພດກິລາ​ໃໝ່ ​ທີ່​ມີ​ຄວາມ​ນິຍົມ​ຢູ່​ ຫວຽດ ນາມ ​ເມື່ອ​ເຮັດ​ໃຫ້​ຜູ້​ຫຼິ້ນ​ ມີ​ປະສົບ​ການ​ທີ່​ປະທັບໃຈ ​ແລະ ຄວາມ ທົດສອບຫຼາຍຢ່າງ.

Top