• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ການຮ່ວມມື ອາຊຽນ-ຈີນ ຈາກ CAEXPO 2019

ງານຕະຫຼາດນັດການຄ້າ ອາຊຽນ-ຈີນ ຄັ້ງທີ 6 CAEXPO 2019 ໄດ້ຈັດຂຶ້ນຢູ່ນະຄອນ ໜານນິງ, ແຂວງ ກວາງຊີ ແຫ່ງປະເທດ ຈີນ ເປັນຈຸດເດັ່ນໃນສາຍພົວພັນຮ່ວມມືດ້ານ ເສດຖະກິດ ລະຫວ່າງ ອາຊຽນ-ຈີນ ໃນ ໃນຊຸມປີຜ່ານມາ. 
ງານຕະຫຼາດນັດ ວາງສະແດງ CAEXPO ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນ ໜາມນິງ, ແຂວງ ກວາງຊີ ແຫ່ງປະເທດ ຈີນ ຕາມຫົວຄິດປະດິດສ້າງຂອງຝ່າຍ ຈີນ ແນໃສ່ຊຸກຍູ້ການກໍ່ສ້າງເຂດການຄ້າເສລີ ຈີນ-ອາຊຽນ. ປັດຈຸບັນ, CAEXPO ໄດ້ຈັດເປັນປະຈຳ, ດຶງດູດການເຂົ້າຮ່ວມຂອງນັກທຸລະກິດຫຼາຍ ພັນຄົນມາຈາກ ຈີນ, ອາຊຽນ ແລະ ປະເທດຈຳນວນໜຶ່ງຢູ່ ອາຊີ-ປາຊີຟິກ. 

ງານຕະຫຼາດນັດປີນີ້ ໄດ້ຈັດຂຶ້ນເທິງເນື້ອທີ່ 134.000 ຕາຕະລາງແມັດ, ເພີ່ມ 10.000 ຕາຕະລາງແມັດ ເມື່ອທຽບກັບງານຕະຫຼາດນັດການຄ້າ ອາຊຽນ-ຈີນ ຄັ້ງທີ 15. ງານຕະຫຼາດ ນັດຄັ້ງນີ້ ໄດ້ຈັດຕັ້ງຫຼາຍກອງປະຊຸມສຸດຍອດ (ລວມມີ 33 ເວທີປາໄສ), ສຸມໃສ່ໃນ 5 ຈຸດໃໝ່ຄື: ວິໄສທັດໃໝ່ທີ່ພົ້ນເດັ່ນ, ວາງສະແດງຈຸດແຕກຕ່າງກັນ, ຜ່ານພຶດຕິກຳຕົວຈິງແບບໃໝ່, ເຄື່ອນໄຫວກົນໄກໃໝ່ ແລະ ເປີດກວ້າງລະດັບຜົນສະທ້ອນໃໝ່. 


 ງານຕະຫຼາດນັດການຄ້າ ອາຊຽນ-ຈີນ ຄັ້ງທີ 16 (CAEXPO 2019) ໄດ້ຈັດຂຶ້ນທີ່ຫໍປະຊຸມ ແລະ ວາງສະແດງສາກົນ, ຄະນອນ ໜານນິງ, ແຂວງ ກວາງຊີ ແຫ່ງປະເທດ ຈີນ. ພາບ: ຈິ້ງໂບ້


ທາງເຂົ້າຂົງເຂດວາງສະແດງສິນຄ້າຂອງນັກທຸລະກິດ ຫວຽດນາມ ທີ່ CAEXPO 2019. ພາບ: ຫວຽດເກື່ອງ


ທີ່ CAEXPO 2019, ບັນດານັກທຸລະກິດ ຫວຽດນາມ ສ່ວນຫຼາຍວາງສະແດງ ແລະ ແນະນຳປະເພດເຄື່ອງກະເສດ, ສິນໃນນຳ້, ຂອງກິນ, ເຄື່ອງໄມ້, ເຄື່ອງຫັດຖະກຳສິລະປະກຳ ແລະ ເຄື່ອງໃຊ້ໄມ້ສອຍຊະນິດຕ່າງໆ. ພາບ: ຫວຽດເກື່ອງ


ຮ້ານວາງສະແດງສິນຄ້າຂອງບັນດານັກທຸລະກິດມາຈາກປະເທດ ໄທ ຢູ່ CAEXPO 2019. ພາບ: ຫວຽດເກື່ອງ


ຮ້ານວາງສະແດງ ຊາ ຫຼາຍຊະນິດ ຂອງບັນດານັກທຸລະກິດ ມາຈາກປະເທດ ລາວ ຢູ່ CAEXPO 2019. ພາບ: ຫວຽດເກື່ອງ


ຮ້ານວາງສະແດງຂອງບັນດານັກທຸລະກິດ ຫວຽດນາມ ຢູ່ CAEXPO 2019. ພາບ: ຫວຽດເກື່ອງ


ແຂກຜູ້ເຂົ້າຮ່ວມມາຢ້ຽມຢາມເຂດວາງສະແດງສິນຄ້າ ແລະ ແນະນຳ “ນະຄອນທີ່ສວຍງາມ” ຂອງ ຫວຽດນາມ ໃນງານ ຕະຫຼາດນັດ. ພາບ: ຫວຽດເກື່ອງ


ຜະລິດຕະພັນຫຼາຍປະເພດຂອງແຂວງ ອານຢາງ ໄດ້ເອົາມາ ແນະນຳທີ່ຂົງເຂດວາງສະແດງສິນຄ້າ ແລະ ແນະນຳ “ນະຄອນທີ່ສວຍງາມ” ຂອງ ຫວຽດນາມ. ພາບ: ຫວຽດເກື່ອງ


ແຂກຜູ້ເຂົ້າຮ່ວມ ມາຢ້ຽມຢາມເຂດວາງສະແດງເກີບຫຼາຍຊະນິດ ຂອງ ຫວຽດນາມ. ພາບ: ຈິ້ງໂບ້


ເຂດວາງສະແດງ, ແນະນຳເຄື່ອງຫັດຖະກຳສິລະປະກຳຂອງ ຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້


ເຂດວາງສະແດງ, ແນະນຳຜະລິດຕະພັນ Bitis ຂອງນັກທຸລະກິດ ຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້


ເຂດວາງສະແດງສິນຄ້າ ຂອງນັກທຸລະກິດ ຫວຽດນາມ ໄດ້ດຶງດູດແຂກຜູ້ເຂົ້າຮ່ວມມາຢ້ຽມຊົມດ້ວຍຈຳນວນຫຼາຍ. ພາບ: ຈິ້ງໂບ້


ຮ້ານວາງສະແດງ ແລະ ແນະນຳສິນຄ້າຂອງນັກທຸລະກິດ ຈີນ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້


ລາຍກາຍສະແດງສິລະປະວັດທະນະທຳ ຈຳນວນໜຶ່ງຂອງ ມາເລເຊຍ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້


ເຄື່ອງກະເສດຂອງ ໄທ ໄດ້ເອົາມາວາງສະແດງ ແລະ ແນະນຳ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້


ເຂດວາງສະແດງ ແລະ ແນະນຳຜະລິດຕະພັນຈຳນວນໜຶ່ງຂອງ
ລາວ ທີ່ງານຕະຫຼາດນັດ. ພາບ: ຈິ້ງໂບ້



ເຂດວາງສະແດງ ແລະ ແນະນຳລົດ ໂອໂຕ ຂອງ ຈີນ.ພາບ: ຈິ້ງໂບ້


ງານຕະຫຼາດນັດ ໄດ້ດຶງດູດແຂກຜູ້ເຂົ້າຮ່ວມ ມາຢ້ຽມຊົມ ນັບເປັນຈຳນວນຫຼວງຫຼາຍ. ພາບ: ຈິ້ງໂບ້


ຜະລິດຕະພັນ ໄມ້ຈັນຫອມ ຂອງແຂວງ ກວາງງາຍ (ຫວຽດນາມ) ໄດ້ເອົາມາວາງສະແດງ ແລະ ແນະນຳ ທີ່ງານຕະຫຼາດນັດ. ພາບ: ຫວຽດເກື່ອງ


ເຄື່ອງກະເສດຂອງ ຫວຽດນາມ ດຶງດູດແຂກຜູ້ເຂົ້າຮ່ວມ ມາຢ້ຽມຊົມ ແລະ ຊື້ ນັບເປັນຈຳນວນຫຼວງຫຼາຍ. ພາບ: ຫວຽດເກື່ອງ


ເຄື່ອງໄມ້ຂອງສອຍ ຂອງ ຫວຽດນາມ ດຶງດູດແຂກຜູ້ເຂົ້າຮ່ວມ ມາຢ້ຽມຊົມ ແລະ ຊື້ ນັບເປັນຈຳນວນຫຼວງຫຼາຍ. ພາບ: ຫວຽດເກື່ອງ


ຮ້ານວາງສະແດງ ແລະ ແນະນຳ ກາເຟ G7 ຂອງ ຫວຽດນາມ. ພາບ: ຫວຽດເກື່ອງ


ເຂດທ່ອງທ່ຽວທີ່ໜ້າຈັບໃຈຂອງແຂວງ ອານຢາງ ໄດ້ແນະນຳໃນ
ຂົງເຂດວາງສະແດງສິນຄ້າ ແລະ ແນະນຳ “ນະຄອນທີ່ສວຍງາມ” ຂອງ ຫວຽດນາມ. ພາບ: ຫວຽດເກື່ອງ



ຮ້ານວາງສະແດງ ແລະ ແນະນຳ ກາເຟ ຂອງ ຫວຽດນາມ. ພາບ: ຫວຽດເກື່ອງ

ຕາມແຜນການ, ບັນດາປະເທດ ອາຊຽນ ມີຮ້ານວາງສະແດງ ສິນຄ້າທັງໝົດ 1.500 ຮ້ານ ແລະ ບັນດາປະເທດຢູ່ນອກຂົງເຂດ ອາຊຽນ ຈະມີ 246 ຮ້ານ.

15 ປີຜ່ານມາ, CAEXPO ໄດ້ພັດທະນາໃຫ້ກາຍເປັນເຫດການໜຶ່ງໄດ້ຈັດຂຶ້ນເປັນປະຈຳ, ເປັນຂິດໝາຍແຫ່ງການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຈີນ ໃນໄຍລະໃໝ່. ຜ່ານ CAEXPO, ບັນດາວິສາຫະກິດ ຫວຽດນາມ ໄດ້ມີໂອກາດເພື່ອພົບປະ, ແລກປ່ຽນ, ສົ່ງເສີມການຄ້າ ແລະ ຊຸດຍູ້ການຮ່ວມມືໃນຫຼາຍຂົງເຂດກັບວິສາຫະກິດບັນດາປະເທດ ອາຊຽນ ແລະ ຈີນ, ປະກອບສ່ວນນຳມາຜົນປະໂຫຍດຢ່າງແທ້ຈິງ ມາໃຫ້ແກ່ປະຊາຄົມວິສາຫະກິດ.   
ປະຕິບັດ: ຈິ້ງໂບ້-ຫວຽດເກື່ອງ

ປະຊາຄົມ ວັດທະນະທຳ - ສັງຄົມ ASEAN: ເຊື່ອມໂຍງ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນ

ປະຊາຄົມ ວັດທະນະທຳ - ສັງຄົມ ASEAN: ເຊື່ອມໂຍງ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນ

ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2015, ປະຊາຄົມ ວັດທະນະທຳ-ສັງຄົມ ASEAN (ASCC) ໄດ້ສະແດງໃຫ້ເຫັນບົດບາດໃນການ ເຊື່ອມໂຍງ ປະຊາຊົນ ແລະ ພະຍາຍາມ ນໍາເອົາຜົນປະໂຫຍດຕົວ ຈິງ ມາສູ່ປະຊາຊົນ ບັນດາປະເທດ ASEAN ຢ່າງຕໍ່ເນື່ອງ, ໂດຍ ສະເພາະ ໃນສະພາບການແຂ່ງຂັນ ດ້ານຍຸດທະສາດ ລະຫວ່າງ ປະເທດ ມະຫາອໍານາດ ແລະ ບັນດາກົນໄກຫຼາຍຝ່າຍ ແບບດັ້ງ ເດີມ ພວມປະເຊີນກັບ ຄວາມກົດດັນທີ່ເພີ່ມຂຶ້ນ, ບົດບາດ ຂອງ ASCC ຍິ່ງກາຍເປັນສິ່ງຈໍາເປັນ ໃນການປັບປຸງຄວາມສາມັກຄີ ພາຍໃນ ພາກພື້ນ ແລະ ກໍານົດສີສັນ ເອກະລັກ ຂອງ ASEAN ໃນເວທີສາກົນ.

Top