• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ຈັດການເລືອກຕັ້ງທົ່ວປະເທດ

ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ, ລວມມີ ເລືອກຕັ້ງສະມາຊິກສະພາຕ່ຳ 400 ທ່ານ ຕາມຫົວໜ່ວຍເລືອກຕັ້ງ ແລະ ສະມາຊິກສະພາຕ່ຳ 100 ທ່ານຕາມບັນຊີລາຍຊື່ພັກ.
(ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ)

ວັນທີ 08 ກຸມພາ, ຜູ້ມີສິດເລືອກຕັ້ງ ໄທ ເກືອບ 53 ລ້ານຄົນ ໄດ້ເລີ່ມເຂົ້າຮ່ວມການປ່ອນບັດເລືອກຕັ້ງທົ່ວປະເທດ ເລືອກເອົາສະມາຊິກສະພາຕ່ຳ 500 ທ່ານ ເພື່ອສ້າງຕັ້ງສະພາແຫ່ງຊາດ ແລະ ລັດຖະບານຊຸດໃໝ່, ພາຍຫຼັງສະພາແຫ່ງຊາດປະເທດນີ້ຖືກຍົກເລີກກ່ອນກຳນົດເວລາໃນວັນທີ 12 ທັນວາ 2025.

ການເລືອກຕັ້ງໄດ້ຈັດຂຶ້ນຕາມຮູບແບບເລືອກຕັ້ງປະສົມ, ລວມມີ ເລືອກຕັ້ງສະມາຊິກສະພາຕ່ຳ 400 ທ່ານ ຕາມຫົວໜ່ວຍເລືອກຕັ້ງ ແລະ ສະມາຊິກສະພາຕ່ຳ 100 ທ່ານຕາມບັນຊີລາຍຊື່ພັກ. ທ່ານນາຍົກລັດຖະມົນຕີ ໄທ ບໍ່ໄດ້ຮັບການເລືອກຕັ້ງໂດຍກົງ ແຕ່ສະພາຕ່ຳຊຸດໃໝ່ຈະເລືອກຕັ້ງໃນຈຳນວນຜູ້ສະໝັກຮັບເລືອກຕັ້ງໂດຍບັນດາພັກການເມືອງສະເໜີ. ສິ່ງທີ່ໜ້າສົນໃຈ, ນີ້ແມ່ນຄັ້ງທຳອິດນັບແຕ່ລັດຖະທຳມະນູນ 2017 ໄດ້ຮັບຮອງເອົາ, ສະມາຊິກສະພາສູງບໍ່ມີສິດເລືອກຕັ້ງ.

ການເລືອກຕັ້ງຈະສິ້ນສຸດໃນເວລາ 5 ໂມງຂອງວັນດຽວກັນ ແລະ ຄາດວ່າ ຈະປະກາດໝາກຜົນບໍ່ເປັນທາງການຂອງ 90% ຍອດຈຳນວນບັດເລືອກຕັ້ງໃນເວລາແຕ່ 21 – 23 ໂມງຂອງວັນດຽວກັນ.

(ແຫຼ່ງຄັດຈາກ VOV)

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ, ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.

Top