• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ​ຍົກ​ຍ້າຍ ​ປະ​ຊາ​ຊົນກ່​ວາ 100.000 ຄົນອອກ​ຈາກ​ເຂດ​ຊາຍ​ແດນ​ຕິດ​ກັບ​ກຳ​ປູ​ເຈຍ​, ບັນ​ດາ​ປະ​ເທດ ອາ​ຊຽ​ນ ຮຽກ​ຮ້ອງ​ການ​ເຈ​ລະ​ຈາ​ຢຸດ​ຕິ​ການ​ປະ​ທະ​ກັນ

ຕອນເຊົ້າວັນທີ 25 ກໍລະກົດ, ໄທໄດ້ປະກາດວ່າປະເທດນີ້ໄດ້ອົບພະຍົບປະຊາຊົນຢູ່ 4 ແຂວງທີ່ມີຊາຍແດນຕິດກັບກຳປູເຈຍກ່ວາ 100.000 ຄົນໃນສະພາບຄວາມເຄັ່ງຕຶງຢູ່ທີ່ນີ້ເພີ່ມຂຶ້ນຢ່າງແຮງ.
ພາບປະກອບ: REUTERS/Pansira Kaewplung

ໃນເຫດການຫຼ້າສຸດທີ່ກ່ຽວກັບຄວາມເຄັ່ງຕຶງລະຫວ່າງ ໄທ ແລະ ກຳປູເຈຍ, ຕອນເຊົ້າວັນທີ 25 ກໍລະກົດ, ໄທໄດ້ປະກາດວ່າປະເທດນີ້ໄດ້ອົບພະຍົບປະຊາຊົນຢູ່ 4 ແຂວງທີ່ມີຊາຍແດນຕິດກັບກຳປູເຈຍກ່ວາ 100.000 ຄົນໃນສະພາບຄວາມເຄັ່ງຕຶງຢູ່ທີ່ນີ້ເພີ່ມຂຶ້ນຢ່າງແຮງ.

ໃນຂະນະນັ້ນ, ທ່ານ ຮອງໂຄສົກກະຊວງສາທາລະນະສຸກ ໄທໃຫ້ຮູ້ວ່າໄລ່ຮອດເວລາ 21 ໂມງຂອງວັນທີ 24 ກໍລະກົດ, ຈຳນວນຜູ້ເສຍຊີວິດໃນບັນດາການປະທະກັນທາງການທະຫານຢູ່ເຂດຊາຍແດນລະຫວ່າງ ໄທ - ກຳປູເຈຍແມ່ນ 14 ຄົນ ແລະ ມີຜູ້ຖືກບາດເຈັບ 46 ຄົນ. ປັດຈຸບັນຝ່າຍກຳປູເຈຍ ຍັງບໍ່ທັນເປີດເຜີຍຂໍ້ມູນໃດກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ.

ກ່ອນໜ້ານັ້ນ, ໃນວັນທີ 24 ກໍລະກົດ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ປະທານ ອາຊຽນ 2025 ໄດ້ສະແດງຄວາມວິຕົກກັງວົນຕໍ່ການປະທະກັນທີ່ເກີດຂຶ້ນຢູ່ເຂດຊາຍແດນ ໄທ - ກຳປູເຈຍ, ພ້ອມທັງເນັ້ນໜັກວ່າສັນຕິພາບ ແມ່ນທາງເລືອກໜຶ່ງດຽວ ໃນສະພາບການຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ໄດ້ຕິດຕໍ່ໂດຍກົງ ກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ພູມມິທຳ ເວດຊະຍະໄຊ  ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ເພື່ອແນໃສ່ຊຸກຍູ້ການເຈລະຈາ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ເຊື່ອໝັ້ນວ່າ ທັງໄທ ແລະ ກຳປູເຈຍ ລ້ວນແຕ່ໃຫ້ບຸລິມະສິດຜົນປະໂຫຍດແຫ່ງຊາດ, ປາດຖະໜາຢາກແກ້ໄຂການປະທະກັນໂດຍສັນຕິວິທີ ແລະ ຮັກສາຄວາມສະໜິດຕິດພັນໃນອາຊຽນ. ທ່ານ ຢັ້ງຢືນວ່າ ມາເລເຊຍ ໃນບົດບາດເປັນປະທານອາຊຽນ 2025 ຈະໜູນຊ່ວຍຊຸກຍູ້ຄວາມມານະພະຍາຍາມນີ້. ແລະກໍ່ໃນວັນດຽວກັນ, 3 ປະເທດສະມາຊິກ ອາຊຽນ ໂດຍແມ່ນລາວ, ຫວຽດນາມ ແລະ ຟີລິບປິນ ກໍ່ສະແດງຄວາມວິຕົກກັງວົນ, ພ້ອມທັງຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ມຸ່ງໄປເຖິງການແກ້ໄຂບັນດາບັນຫາທີ່ຫາກໍ່ເກີດຂຶ້ນນີ້ໂດຍສັນຕິວິທີຜ່ານການເຈລະຈາ, ຮັກສາບັນດາຊ່ອງຕິດຕໍ່ເປີດ ແລະ ຮັບປະກັນການຫຼຸດຜ່ອນຄວາມເຄັ່ງຕຶງ.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ.

Top