• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ ຮ່າ​ໂນ້ຍ​ປີ 2025

ຕອນຄ່ຳວັນທີ 12 ທັນວາ, ໃນເຂດວັດທະນະທຳປະດິດຄິດສ້າງ ເຕີຍໂຮ່ (ຖະໜົນຍ່າງ ຈິ້ງກົງເຊີນ, ຮ່າໂນ້ຍ), ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ຕາແສງ ເຕິຍໂຮ່ ໄດ້ໄຂງານມະໂຫລານອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍ ປີ 2025 ດ້ວຍຫົວຂໍ້ “ຮ້ອຍອາຊີບຍອດຍິ່ງ, ພັນລົດຊາດໄດ້ຮັບການແຜ່ກະຈາຍ”.
ພິທີໄຂງານມະໂຫລານອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍປີ 2025

ງານມະໂຫລານດັ່ງກ່າວໄດ້ມີຮ້ານວາງສະແດງເກືອບ 80 ຮ້ານ ໃນເນື້ອທີ 5.000 ຕາແມັດ, ວາດພາບເຖິງລະບົບນິເວດໝູ່ບ້ານອາຊີບ - ຖະໜົນອາຊີບທີ່ເປັນເອກະລັກ ພ້ອມດ້ວຍເຂດອາຫານການກິນ ຮ່າໂນ້ຍ. ທ່ານ ຫງວຽນເຈິ່ນກວາງ, ຮອງຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ ໄດ້ເນັ້ນໜັກໃນພິທີໄຂວ່າ:

        “ງານມະໂຫລານອາຫານການກິນ ແລະ ການທ່ອງທ່ຽວໝູ່ບ້ານອາຊີບ ຮ່າໂນ້ຍປີ 2025 ແມ່ນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວຈຸດສຸມ ເພື່ອແນໃສ່ເຊີດຊູຄຸນຄ່າຂອງບັນດາໝູ່ບ້ານອາຊີບ ແລະ ສິ່ງຍອດຍິ່ງຂອງອາຫານນະຄອນຫຼວງ; ໂຄສະນາສະຖານທີ່, ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຕິດພັນກັບໝູ່ບ້ານອາຊີບ, ຖະໜົນອາຊີບ ແລະ ວັດທະນະທຳອາຫານການກິນ; ເຊື່ອມຕໍ່ອົງການຄຸ້ມຄອງ - ວິສາຫະກິດ - ນັກສິລະປະການ - ປະຊາຄົມຊຸມຊົນໃນລະບົບຄຸນຄ່າທ່ອງທ່ຽວ. ປະກອບສ່ວນສ້າງພາບພົດ ຮ່າໂນ້ຍ ແມ່ນ “ຈຸດນັດພົບທີ່ປອດໄພ - ເປັນມິດສະໜິດສະໜົມ - ມີຄຸນນະພາບ - ດູດດື່ມ”, ນະຄອນ ເພື່ອສັນຕິພາບ, ນະຄອນປະດິດຄິດສ້າງສຳລັບແຂກທ່ອງທ່ຽວພາຍໃນ ແລະ ສາກົນ.”

ພິທີອັດລົງໃນວັນທີ 14 ທັນວາ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top