ຕອນຄ່ຳວັນທີ 12 ສິງຫາ, ຢູ່ສະໜາມຫຼວງທະເລ Halong Marina (ຕາແສງບ້າຍໄຈ), ແຂວງກວ໋າງນິງໄດ້ ສົມທົບກັບອົງການຈັດຕັ້ງ Miss World ແລະ ຄະນະຈັດຕັ້ງໄດ້ຈັດງານປະກວດຈັດພິທີໄຂ “Welcome Miss World to ກວ໋າງນິງ - ຫວຽດນາມ”, ເລີ່ມຕົ້ນງານປະກວດນາງງາມ Miss World ຄັ້ງທີ 73 ປີ 2026 ຢ່າງເປັນທາງການ. ເຫດການດຶງດູດການເຂົ້າຮ່ວມຂອງ ຜູ້ແທນ, ປະຊາຊົນ ແລະ ແຂກທ່ອງທ່ຽວກວ່າ 10.000ຄົນ. ເນື້ອໃນຂອງພິທີໄຂໄດ້ດຳເນີນຢ່າງປະທັບໃຈ, ເປີດສາກແມ່ນລາຍການສະແດງ "Hello Vietnam" ແລະ ການແຫ່ຂະບວນ, ສະແດງຊຸດເສື້ອຍາວ “ສິ່ງຢອດຢ້ຽມແພໄໝ ຫວຽດນາມ” ຂອງ ຜູ້ເຂົ້າຮ່ວມງານປະກວດ 111 ຄົນ. ພິທີໄດ້ສືບຕໍ່ດ້ວຍສອງລາຍການສະແດງສິລະປະທີ່ມີຫົວຂໍ້ ວ່າ “Welcome Miss World to ກ໋ວາງນິງ ຫວຽດນາມ " và "Sound of Beauty”.