ກອງປະຊຸມສະໄໝສາມັນເທື່ອທີ 47 ຄະນະກຳມະການມໍລະດົກໂລກຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ໄຂຂຶ້ນໃນວັນທີ 07 ກໍລະກົດ ຢູ່ສຳນັກງານ UNESCO ຢູ່ ປາຣີ, ປະເທດ ຝລັ່ງ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມພິທີໄຂ (ພາບ: TTXVN)
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຮອງປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າການນຳຫຼາຍແຂວງ, ທ້ອງຖິ່ນ ທີ່ມີມໍລະດົກໂລກ ທີ່ໄດ້ຮັບການຮັບຮອງຈາກ UNESCO.
ໂດຍດຳເນີນຮອດວັນທີ 16 ກໍລະກົດ, ກອງປະຊຸມຄັ້ງນີ້ ມີຄວາມໝາຍພິເສດ ເມື່ອຄະນະກຳມະການມໍລະດົກໂລກ ຈະພິຈາລະນາ ສະເໜີນຳເອົາປະມານ 30 ມໍລະດົກໃໝ່ເຂົ້າໃນບັນຊີລາຍຊື່ມໍລະດົກໂລກ. ຕາມການຄາດຄະເນແລ້ວ, ໃນ 10 ວັນເຮັດວຽກຕໍ່ໄປ, 21 ປະເທດສະມາຊິກຂອງ ຄະນະກຳມະການມໍລະດົກໂລກ ຈະຕົກລົງຄັດເລືອກເອົາບັນດາມໍລະດົກໂລກ, ພ້ອມທັງຮັບຮອງເອົາຫຼາຍຂໍ້ຕົກລົງສຳຄັນທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາ ແລະ ຄຸ້ມຄອງບັນດາມໍລະດົກທີ່ພວມຖືກນາບຂູ່ໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)