• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ພິ​ເສດ​ເຂດ​ພາກ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່

ໃນເນື້ອທີ່ເກືອບ 9.500 ຕາແມັດ, ເຂດວາງສະແດງ “ຜະລິດຕະພັນກະເສດຫວຽດ - ແຜ່ກະຈາຍສີສັນລະດູບານໃໝ່” ມີຮ້ານຂາຍເຄື່ອງທີ່ບັນລຸມາດຖານ 300 ຮ້ານນັບ ແຕ່ຜະລິດຕະພັນກະເສດສົດ, ຜະລິດຕະພັນປຸງແຕ່ງ, ສິນພິເສດຂອງເຂດພາກ ຈົນຮອດບັນດາຜະລິດຕະພັນ OCOP ທີ່ເຂັ້ມຂຸ້ນໄປດ້ວຍສີສັນທ້ອງຖິ່ນ…
ງານຕະຫຼາດນັດລະດູບານໃໝ່ຄັ້ງທີ 1 ປີ 2026 (ພາບ: VOV)

ງານຕະຫຼາດນັດລະດູບານໃໝ່ຄັ້ງທີ 1 ປີ 2026  ພວມດຳເນີນຢູ່ສູນງານວາງສະແດງ ຫວຽດນາມ (ດົງແອັງ, ຮ່າໂນ້ຍ) ດ້ວຍການແບ່ງຫຼາຍເຂດວາງສະແດງທີ່ຫຼາກຫຼາຍ. ໃນນັ້ນ, ເຂດວາງສະແດງ ຜະລິດຕະພັນກະເສດຫວຽດ - ແຜ່ກະຈາຍສີສັນລະດູບານໃໝ່ ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນປະທານແມ່ນ 1 ໃນບັນດາຈຸດພົ້ນເດັ່ນ, ແມ່ນ1 ໃນບັນດາ ສະຖານທີ່ຜະລິດຕະພັນກະເສດ, ສິນພິເສດຂອງເຂດພາກ ແລະ ບັນດາຜະລິດຕະພັນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ ພ້ອມກັນເຕົ້າໂຮມ.

ໃນເນື້ອທີ່ເກືອບ 9.500 ຕາແມັດ, ເຂດວາງສະແດງ “ຜະລິດຕະພັນກະເສດຫວຽດ - ແຜ່ກະຈາຍສີສັນລະດູບານໃໝ່” ມີຮ້ານຂາຍເຄື່ອງທີ່ບັນລຸມາດຖານ 300 ຮ້ານນັບ ແຕ່ຜະລິດຕະພັນກະເສດສົດ, ຜະລິດຕະພັນປຸງແຕ່ງ, ສິນພິເສດຂອງເຂດພາກ ຈົນຮອດບັນດາຜະລິດຕະພັນ OCOP ທີ່ເຂັ້ມຂຸ້ນໄປດ້ວຍສີສັນທ້ອງຖິ່ນ… ທຸກສິ່ງລ້ວນແຕ່ເຕົ້າໂຮມກັນ, ສ້າງເປັນເຂດຊື້ຂາຍສິນຄ້າທີ່ອຸດົມສົມບູນ ສຳລັບຜູ້ບໍລິໂພກ.

ງານຕະຫຼາດນັດຄັ້ງນີ້ມີຫຼາຍຜະລິດຕະພັນໃໝ່, ອຸດົມສົມບູນ, ກໍ່ແມ່ນຄວາມຕ້ອງການເມື່ອລະດູບານໃໝ່ວຽນມາ, ດັ່ງນັ້ນປະຊາຊົນຊື້ຫຼາຍ.

ຮູບແບບຂອງຜະລິດຕະພັນປີນີ້ ມີການປັບປຸງຫຼາຍຢ່າງ, ມີຫຼາຍຜະລິດຕະພັນໃໝ່, ອອກແບບງາມຕາ, ຕອບສະໜອງທ່າອ່ຽງຂອງຕະຫຼາດໄດ້ຢ່າງທັນການ, ນັບທັງບັນດາຜະລິດຕະພັນ OCOP ແລະ ດັ່ງເດີມ.

ງານຕະຫຼາດນັດໄດ້ປະກອບສ່ວນແຜ່ກະຈາຍ, ຊຸກຍູ້ຢ່າງແຮງ ຄວາມເອກອ້າງທະນົງໃຈ ຂອງ ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມຢ່າງເຂັ້ມແຂງ. ບັນດາວິສາຫະກິດ ຖືງານຕະຫຼາດນັດແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງການຜະລິດ ແລະ ບໍລິໂພກ. ບັນດາຜະລິດຕະພັນທີ່ໄດ້ຄັດເລືອກວາງສະແດງລ້ວນແຕ່ແມ່ນຜະລິດຕະພັນກະເສດເຂດຊົນນະບົດດີເດັ່ນ, ມີລັກສະນະພິເສດກ່ຽວກັບວັດທະນະທຳ, ປະຫວັດສາດ ຂອງແຕ່ລະເຂດພາກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.

Top