• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງ​ການ​ແບ່ງປັນ​ກັບ​ຄູ​​ສອນ​ປີ 2026: ແຜ່​ກະ​ຈາຍ​ບັນ​ດາ​ຂະ​ບວນ​ການ​ສອນ​ຕົວ​ໜັງ​ສື

ພ​າຍຫຼັງ 11 ປີ​ແຫ່ງ​ການ​ຈັດ​ຕັ້ງ, ໂຄງ​ການ​ຈັດ​ຕັ້ງ​ໄດ້​ຍ້ອງ​ຍໍ​ສັນ​ສະ​ເສີນ, ສະ​ແດງ​ຄວາມ​ຮູ້​ບຸ​ນຸ​ຄນ​ຄູ​ສອນ​ແບບ​ຢ່າງດີ​ເດັ່ນ 656 ຄົນ ແລະ 34 ຂະ​ບວນ​ການ​ແບ່ງ​ປັນ​ກັບ​ເອື້ອຍ​ຄູ, ອ້າຍ​ຄູ.
  ອ້າຍ ຫງວຽນ​ກິມ​ກຸຍ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ ຊາວ​ໜຸ່ມ ຫວຽດ​ນາມ (ພາບ: VNA)  

ໂຄງ​ການ​ແບ່ງ​ປັນ​ກັບ​ຄູ​​ສອນປີ 2026 ຈະ​ຍ້ອງ​ຍໍ ສັນ​ລະ​ເສີນ ຄູ​ສອນ​ແບບ​ຢ່າງ 200 ຄົນ, ໃນ​ນັ້ນ ມີ​ອ້າຍ​ຄູ, ເອື້ອຍ​ຄູແບບ​ຢ່າງດີ​ເດັ່ນ 34 ຄົນ​ໄດ້​ພິ​ຈາ​ລະ​ນາ​ເຊີດ​ຊູ​ຢູ່​ຮ່າ​ໂນ້ຍ”. ນີ້​ແມ່ນ​ຂໍ້​ມູນ​ຢູ່​ການ​ຖະ​ແຫຼງ​ຂ່າວ​ແນະ​ນຳ​ໂຄງ​ການ “ແບ່ງ​ປັນ​ກັບ​ຄູ​ສອນ” ປີ 2026 ດ້​ວຍ​ຫົວ​ຂໍ້ “ຫ້ອງ​ຮຽນແຫ່ງ​ຄວາມ​ສຸກ” ໂດຍ​ສູນ​ກາງສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ ທຽນ​ລອງ ແລະ ບັນ​ດາ​ຫົວ​ໜ່ວຍ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 17 ສິງ​ຫາ, ຢູ່​ຮ່​າ​ໂນ້ຍ.

ພ​າຍຫຼັງ 11 ປີ​ແຫ່ງ​ການ​ຈັດ​ຕັ້ງ, ໂຄງ​ການ​ຈັດ​ຕັ້ງ​ໄດ້​ຍ້ອງ​ຍໍ​ສັນ​ສະ​ເສີນ, ສະ​ແດງ​ຄວາມ​ຮູ້​ບຸ​ນຸ​ຄນ​ຄູ​ສອນ​ແບບ​ຢ່າງດີ​ເດັ່ນ 656 ຄົນ ແລະ 34 ຂະ​ບວນ​ການ​ແບ່ງ​ປັນ​ກັບ​ເອື້ອຍ​ຄູ, ອ້າຍ​ຄູ. ປີ​ນີ້​ແມ່ນ​ປີ​ທີ 12 ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ, ໂຄງ​ການ​ໄດ້​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ທີ່​ສຳ​ຄັນ, ຈາ​ການ ຍ້ອງ​ຍໍ​ສັນລະ​ເສີນ, ມອບ​ຂອງ​ຂວັນ ມາ​ເປັນ “​ການ​ຮ່ວມ​ເດີນ​ທາງ, ເພີ່ມ​ກຳ​ລັງ​ແຮງ​ຢ່າງ​ຮອບ​ດ້ານ”. ອ້າຍ ຫງວຽນ​ກິມ​ກຸຍ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ ຊາວ​ໜຸ່ມ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ນອກ​ຈາກ​ການ​ຊອກ​ຫາ ແລະ ເຊີດ​ຊູ​ບັນ​ດາ​ຄູ​ສອນ​​ທີ່ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີເຂົ້າ​ໃນ​ການ​ສິດ​ສອນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວ​ນ​ໜ້ອຍ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ປາດ​ຖະ​ໜາ​ຢາກ​ໃຫ້​ບັນ​ດາ​ຂະ​ບວນ​ການ, ບັນ​ດາ​ການ​ກິດ​ຈະ​ກຳ​ຮ່ວມ​ເດີນ​ທາງ​​ນັ້ນ​ຈະເຮັດ​ແນວ​ໃດເພື່ອ​ໃຫ້​ມີຫຼາຍ​ການ​ກິດ​ຈະ​ກຳໄດ້​ຈັດ​ຂຶ້ນ​ຢູ່​ບັນ​ດາ​ໂຮງ​ຮຽນກວ່າ​ອີກ, ໄດ້​ໄປ​ເຖິງຄູ​ສອນຫຼາຍ​ຄົນກວ່າ​ອີກ​​.

(ແຫຼ່ງຄັດຈາກ VOV)

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ແລະ ສີ​ສັນ​ຊາດ

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ ແລະ ສີ​ສັນ​ຊາດ

ບົນ​ພື້​ນ​ຖານ​ຢຶດ​ໝັ້ນ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຄື​ເອ​ກະ​ລາດ, ຄວາມ​ເປັນ​ເຈົ້າ ແລະ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຫວຽດ​ນາມ ມີ​ຄວາມ​ໄຫວ​ພິບ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ກັບ​ແຕ່​ລະ​ຄູ່​ຮ່ວມ​ມື, ພ້ອມ​ທັງ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບຫຼາຍ​ປະ​ເທດ​ທີ່​ສຸດ​ທີ່​ສາ​ມາດ​ເຮັດ​ໄດ້.

Top