ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, ໂຄງການຈັດຕັ້ງໄດ້ຍ້ອງຍໍສັນສະເສີນ, ສະແດງຄວາມຮູ້ບຸນຸຄນຄູສອນແບບຢ່າງດີເດັ່ນ 656 ຄົນ ແລະ 34 ຂະບວນການແບ່ງປັນກັບເອື້ອຍຄູ, ອ້າຍຄູ.
ອ້າຍ ຫງວຽນກິມກຸຍ, ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການສະຫະພັນ ຊາວໜຸ່ມ ຫວຽດນາມ (ພາບ: VNA)
ໂຄງການແບ່ງປັນກັບຄູສອນປີ 2026 ຈະຍ້ອງຍໍ ສັນລະເສີນ ຄູສອນແບບຢ່າງ 200 ຄົນ, ໃນນັ້ນ ມີອ້າຍຄູ, ເອື້ອຍຄູແບບຢ່າງດີເດັ່ນ 34 ຄົນໄດ້ພິຈາລະນາເຊີດຊູຢູ່ຮ່າໂນ້ຍ”. ນີ້ແມ່ນຂໍ້ມູນຢູ່ການຖະແຫຼງຂ່າວແນະນຳໂຄງການ “ແບ່ງປັນກັບຄູສອນ” ປີ 2026 ດ້ວຍຫົວຂໍ້ “ຫ້ອງຮຽນແຫ່ງຄວາມສຸກ” ໂດຍສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ສົມທົບກັບກຸ່ມບໍລິສັດ ທຽນລອງ ແລະ ບັນດາຫົວໜ່ວຍຈັດຂຶ້ນໃນຕອນບ່າຍວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ.
ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, ໂຄງການຈັດຕັ້ງໄດ້ຍ້ອງຍໍສັນສະເສີນ, ສະແດງຄວາມຮູ້ບຸນຸຄນຄູສອນແບບຢ່າງດີເດັ່ນ 656 ຄົນ ແລະ 34 ຂະບວນການແບ່ງປັນກັບເອື້ອຍຄູ, ອ້າຍຄູ. ປີນີ້ແມ່ນປີທີ 12 ທີ່ໄດ້ຮັບການປະຕິບັດ, ໂຄງການໄດ້ສ້າງບາດກ້າວຫັນປ່ຽນທີ່ສຳຄັນ, ຈາການ ຍ້ອງຍໍສັນລະເສີນ, ມອບຂອງຂວັນ ມາເປັນ “ການຮ່ວມເດີນທາງ, ເພີ່ມກຳລັງແຮງຢ່າງຮອບດ້ານ”. ອ້າຍ ຫງວຽນກິມກຸຍ, ເລຂາສູນກາງຄະນະຊາວໜຸ່ມ, ຮອງປະທານຜູ້ປະຈຳການສະຫະພັນ ຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າປາດຖະໜາວ່າ ນອກຈາກການຊອກຫາ ແລະ ເຊີດຊູບັນດາຄູສອນທີ່ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການສິດສອນຢູ່ເຂດຊົນເຜົ່າສ່ວນໜ້ອຍ, ພວກຂ້າພະເຈົ້າກໍ່ປາດຖະໜາຢາກໃຫ້ບັນດາຂະບວນການ, ບັນດາການກິດຈະກຳຮ່ວມເດີນທາງນັ້ນຈະເຮັດແນວໃດເພື່ອໃຫ້ມີຫຼາຍການກິດຈະກຳໄດ້ຈັດຂຶ້ນຢູ່ບັນດາໂຮງຮຽນກວ່າອີກ, ໄດ້ໄປເຖິງຄູສອນຫຼາຍຄົນກວ່າອີກ.