• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

“ແບັ໋ງຂຸກ” ນາງ ລານ

ແບັ໋ງຂຸກ ຫຼື ເຂົ້າໜຽວໜຶ້ງ ນາງ ລານ ເຄີຍໄດ້ຮັບເລືອກໃຫ້ເປັນ ໜຶ່ງໃນບັນດາ ເຍື່ອງອາຫານ ໃຫ້ບໍລິການ ບັນດາຄະນະ ທູຕາ ນຸທູດ ຂອງ ປະເທດຕ່າງໆ ທ່ີເຂົ້າເຮັດວຽກຢູ່ສູນຂ່າວ ໃນເຫດ ການ ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ 2019 ຊຶ່ງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. 
ທ່ານນາງ ຫງວຽນທິລານ-ເຈົ້າຂອງເຄື່ອງໝາຍການຄ້າ ແບັ໋ງ ຂຸກ ນາງ ລານ ໃຫ້ຮູ້ວ່າ ມໍລະກົດນີ້ ນາງ ເປັນຜູ້ສືບທອດ ແລະ ພັດທະນາ ຈາກຜູ້ເປັນແມ່, ເພິ່ນໄດ້ຖ່າຍທອດໃຫ້ນາງ ເຄັດ ລັບ ການເຮັດ ແບັ໋ງຂຸກ ແຕ່ຊຸມປີ 1960. ແບັ໋ງຂຸກ ເຖິງວ່າເປັນ ລາຍການອາຫານສາມັນ ທົ່ວໄປ, ແຕ່ວິທີເຮັດແບ໋ັງຂຸກ ທີ່ແຊບ ກໍຕ້ອງໃຊ້ຄວາມພິຖີພິຖັນ. ວິທີເຮັດມີດັ່ງນີ້: ມ່າເຂົ້າໜຽວ, ລ້າງ ສະອາດ, ປະໃຫ້ສະເດັດນຳ້. ໃບເຕີຍ ກໍລ້າງໃຫ້ສະອາດ ແລະ ເອົາໄປຕຳ ໃຫ້ແຫຼກ ແລ້ວປົນກັບແປ້ງ ເຂົ້າຈ້າວ ເພື່ອເຮັດເປັນ ສ່ວນນອກ ຂອງ ແບັ໋ງຂຸກ. ໝາກຖົ່ວຂຽວມ່ານຳ້ ແລະ ຮ່ອນ ຖີ້ມເປືອກ, ໜຶ້ງສຸກ, ຕໍາໃຫ້ມຸ່ນ ແລ້ວ ປັ້ນເປັນໜ່ວຍກົມໆ, ຢູ່ ທາງໃນມີຊີ້ນສາມຊັ້ນ ເອືອບເຄື່ອງເທດ ແລະ ໝາກພິກໄທ. ປົກຄຸມຢູ່ທາງນອກ ປັ້ນໝາກຖົ່ວຂຽວ ແມ່ນຊັ້ນແປ້ງເຂົ້າ ຈ້າວ ກັບໃບເຕີຍ. ຈັດລົງໝໍ້ເປັນຫຼາຍຊັ້ນ, ເຂົ້າໜຽວຊັ້ນໜ່ຶງ, ແບັ໋ງ ຂຸກ ຊັ້ນໜຶ່ງ ແລະ ນຳໄປ ໜຶ້ງໃຫ້ສຸກ. 
ແບັ໋ງຂຸກ ມັກໄດ້ກິນກັບ ຈ໊າ ແລະ ເກືອປົນໝາກງາ. ພາບ: ແຄ໋ງລອງ

ຂາຍໃນລາຄາ 13.000 ດົ່ງ/ຊິ້ນ, ໃນມື້ມີລູກຄ້າຫຼາຍ, ແຕ່ລະ ຮ້ານ ແບ໋ັງຂຸກ ນາງລານ ສາມາດ ຂາຍໄດ້ ກວ່າໜຶ່ງພັນຊິ້ນ ຕໍ່ວັນ. 

ຮ້ານຂາຍແບັ໋ງຂຸກ ນາງລານ ຈຳນວນໜຶ່ງ ຢູ່ ຮ່າໂນ້ຍ:
ເລກທີ 69 B ຖະໜົນ ຫງວຽນກົງຈື໋, ເລກທີ 29 ຖະໜົນ ຫງວຽນຖ໋າຍ ຮອກ,
ເລກທີ 20 ຖະໜົນ ເລຢ໊ວນ ແລະ ເລກທີ 225 ຖະໜົນ ຖຸ້ຍເຄວ. 
 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.

Top