• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.
ທ່ານນາງ ຮ່າທິງາ ກຳມະການສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ວາຄຳເຫັນທີ່ກອງປະຊຸມ (ພາບ: laodong.vn)

ໃນລະຫວ່າງວັນທີ 11 – 12 ພະຈິກ, ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ແຂວງ ໄທງວຽນ ຄັ້ງທີ 1, ອາຍຸການ 2025 – 2030 ໄດ້ດຳເນີນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນ 350 ທ່ານ. ກອງປະຊຸມໄດ້ສ້າງຂີດໝາຍແຫ່ງການພັດທະນາສຳຄັນຂອງແນວໂຮມປະເທດຊາດແຂວງ ໃນການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ມຸ່ງໄປເຖິງເປົ້າໝາຍສ້າງໄທງວຽນ ກາຍເປັນສູນອຸດສາຫະກຳທັນສະໄໝ, ພັດທະນາແບບຍືນຍົງ. ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ, ປະກອບສ່ວນປະຕິບັດເປົ້າໝາຍນຳແຂວງ ໄທງວຽນກາຍເປັນສູນອຸດສາຫະກຳທັນສະໄຫມ, ມີລາຍຮັບປານກາຍສູງກ່ອນປີ 2030 ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 700 ຕື້​ດົ່ງ​ ໃຫ້​ແກ່ 4 ແຂວງ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 700 ຕື້​ດົ່ງ​ ໃຫ້​ແກ່ 4 ແຂວງ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງເຊັນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອເງິນຈຳນວນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ຈາກແຫຼ່ງງົບປະມານສູນກາງສຳຮອງປີ 2025 ໃຫ້ແກ່ 04 ທ້ອງຖິ່ນ, ລວມມີ: ນະຄອນ ເຫວ້, ແຂວງ ກວ໋າງງາຍ, ແຂວງ ຢາລາຍ ແລະ ແຂວງ ດັກລັກ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

Top