ວາລະປະຊຸມຄົບຄະນະຂອງ ISOM ຄາດວ່າຈະເລີ່ມຕົ້ນໃນຕອນເຊົ້າຂອງວັນທີ 09 ທັນວາ.
ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ (ພາບ: VNA)
ກອງປະຊຸມເຈົ້າໜ້າທີ່ອາວຸໂສແບບບໍ່ເປັນທາງການ (ISOM) APEC 2027 ຈະຈັດຂຶ້ນໃນວັນທີ 07 - 09 ທັນວາ 2026 ຢູ່ຕາແສງ ກຸຍເຍິນ, ແຂວງ ຢາລາຍ, ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວຂອງປີ APEC ຫວຽດນາມ 2027. ຕາມຂໍ້ມູນຈາກຄະນະກຳມະການປະຊາຊົນແຂວງ ຢາລາຍ ທີ່ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນຕອນບ່າຍວັນທີ 27 ພະຈິກ, ຢູ່ຕາແສງ ກຸຍເຍິນ ແລ້ວ, ມາຮອດປະຈຸບັນ, ວຽກງານການກະກຽມໃຫ້ແກ່ກອງປະຊຸມໄດ້ສຳເລັດແລ້ວ.
ວາລະປະຊຸມຄົບຄະນະຂອງ ISOM ຄາດວ່າຈະເລີ່ມຕົ້ນໃນຕອນເຊົ້າຂອງວັນທີ 09 ທັນວາ. ທ່ານນາງ ຫງວຽນທິແທັງລິກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ, ໃຫ້ຮູ້ວ່າ:
“ຜ່ານເຫດການນີ້, ຫວຽດນາມ ແລະ ຢາລາຍ ຈະແນະນຳ, ໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ວັດທະນະທຳ, ເສດຖະກິດ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອການທູດວັດທະນະທຳ, ການທູດເສດຖະກິດ, ການທູດປະຊາຊົນ ແລະ ການທູດທາງການເມືອງ. ສານທີ່ແຂວງຢາກແຜ່ຂະຫຍາຍແມ່ນຈິດໃຈຮັກແພງແຂກຄົນ, ຄວາມເຄົາລົບນັບຖືຂອງຊາວ ຫວຽດນາມ, ຂອງປະຊາຊົນ ຢາລາຍ”.
(ແຫຼ່ງຄັດຈາກ VOV)