• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ແຂວງ ດົ່ງທາບ ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດ

ມະຕິສະບັບເລກທີ 68 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ແມ່ນຂີດໝາຍສຳຄັນພິເສດສຳລັບພື້ນຖານເສດຖະກິດ ຫວຽດນາມ, ໃນນັ້ນມີປະຊາຄົມວິສາຫະກິດ. ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິສະບັບດັ່ງກ່າວໄດ້ເພີ່ມຄວາມເຊື່ອໝັ້ນ, ສ້າງກຳລັງໜູນໃໝ່ເພື່ອໃຫ້ປະຊາຄົມວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການລົງທຶນ, ນະວັດຕະກຳ ແລະ ຮ່ວມເດີນທແຂວງ ດົ່ງທາບ ໃນປັດຈຸບັນ ມີວິສາຫະກິດຫຼາຍກວ່າ 13.000 ແຫ່ງທີ່ພວມເຄື່ອນໄຫວ, ເຊິ່ງສ່ວນໃຫຍ່ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ. ວິສາຫະກິດຫຼາຍແຫ່ງໄດ້ຊຸກຍູ້ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດ, ຊ່ວຍເພີ່ມສະມັດຖະພາບການອອກແຮງງານ ແລະ ຍົກສູງຄຸນນະພາບຜະລິດຕະພັນ. ທາງແຂວງໄດ້ຕັ້ງເປົ້າໝາຍຮອດທ້າຍປີ 2030, ຈະມີວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະຫະກອນ, ຄົວເຮືອນທຸລະກິດ ແຕ່ 60% ຂຶ້ນໄປ ນຳໃຊ້ເຕັກໂນໂລຊີດີຈີຕອນ.ງພັດທະນາພ້ອມກັບປະເທດຊາດ.
ວິສາຫະກິດຫຼາຍແຫ່ງຢູ່ແຂວງ ດົ່ງທາບ ນຳໃຊ້ວິທະຍາສາດ, ລົງທຶນພາຫະນະເຄື່ອງຈັກທີ່ທັນສະໄໝ ເພື່ອຮັບໃຊ້ການຜະລິດ. ພາບ: ຍືດອານ – VNA
ບໍລິສັດ ຈຳກັດ ປຸງແຕ່ງສັດນ້ຳ ບາເຂ໋ຍ (ຕາແສງ ເຕິນໂຮ້ເກີ, ແຂວງ ດົ່ງທາບ) ລົງທຶນເຄື່ອງຈັກປິດປາກຖົງ ແລະ ດູດອາກາດຜະລິດຕະພັນ. ພາບ: ຍືດອານ – VNA

ເພື່ອເຮັດໃຫ້ເປົ້າໝາຍການຫັນເປັນດີຈີຕອນໃນປີ 2030 ປະກົດຜົນເປັນຈິງ, ແຂວງ ດົ່ງທາບ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍທີ່ແທດຕົວຈິງ ແນໃສ່ຊ່ວຍເຫຼືອວິສາຫະກິດເຂົ້າເຖິງແຫຼ່ງທຶນບຸລິມະສິດ ເພື່ອລົງທຶນພາຫະນະເຄື່ອງຈັກທີ່ທັນສະໄໝ. ການຫັນປ່ຽນຈາກຮູບແບບການຜະລິດແບບດັ້ງເດີມ ໄປສູ່ການນຳໃຊ້ຈັກກົນທີ່ທັນສະໄໝ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດ, ໂດຍສະເພາະແມ່ນໃນຂະແໜງການປຸງແຕ່ງຜະລິດຕະພັນກະສິກຳ ແລະ ສັດນ້ຳ, ຫຼຸດຜ່ອນຄ່າໃຊ້ຈ່າຍແຮງງານເທົ່ານັ້ນ ແຕ່ຍັງຮັບປະກັນມາດຕະຖານທີ່ເຂັ້ມງວດກ່ຽວກັບສຸຂະອະນາໄມ ແລະ ຄວາມປອດໄພດ້ານສະບຽງອາຫານ. ນີ້ແມ່ນ “ໄມ້ງັດ” ທີ່ສຳຄັນ ເພື່ອເຮັດໃຫ້ຜະລິດຕະພັນທີ່ເປັນເອກະລັກຂອງແຂວງ ດົ່ງທາບ ກ້າວໄປໄກກວ່າເກົ່າໃນຕະຫຼາດສາກົນ.

ບໍລິສັດ ຈຳກັດ ຜະລິດສະບຽງອາຫານ ແລະ ຜະລິດຕະພັນກະສິກຳ ງອກອຽນ (ຕາແສງ ແທງບິ່ງ, ແຂວງ ດົ່ງທາບ) ລົງທຶນພາຫະນະເຄື່ອງຈັກທີ່ທັນສະໄໝຫຼາຍຊະນິດ ເພື່ອຮັບໃຊ້ການຜະລິດ. ພາບ: ຍືດອານ – VNA
ບໍລິສັດ ຈຳກັດ ຜະລິດສະບຽງອາຫານ ແລະ ຜະລິດຕະພັນກະສິກຳ ງອກອຽນ ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດ. ພາບ: ຍືດອານ – VNA

ພ້ອມກັນນັ້ນ, ທາງແຂວງຍັງໄດ້ໃຫ້ຄວາມສຳຄັນໃນການສ້າງລະບົບນິເວດການເລີ່ມຕົ້ນທຸລະກິດ (Startup) ທີ່ສ້າງສັນ, ສົ່ງເສີມໃຫ້ວິສາຫະກິດຮຸ່ນໃໝ່ກ້າຫານນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຄຸ້ມຄອງ ແລະ ການຕະຫຼາດ. ບັນດາກອງປະຊຸມສຳມະນາກ່ຽວກັບການນຳໃຊ້ AI, ລະບົບອັດຕະໂນມັດ ແລະ ການຄ້າທາງເອເລັກໂຕຣນິກ ໄດ້ຖືກຈັດຂຶ້ນຢ່າງຕໍ່ເນື່ອງ ເພື່ອບຳລຸງທັກສະໃຫ້ແກ່ບັນດາຫົວໜ່ວຍທຸລະກິດ. ຄວາມຮ່ວມມືລະຫວ່າງອຳນາດການປົກຄອງ ແລະ ວິສາຫະກິດ ພວມສ້າງໂສມໜ້າໃໝ່ໃຫ້ແກ່ເສດຖະກິດຂອງເຂດດິນແດນ ເດິດແຊນຮົ່ງ (ດອກບົວ), ເຊິ່ງວິທະຍາສາດເຕັກໂນໂລຊີ ໄດ້ກາຍເປັນກຳລັງຊຸກຍູ້ຕົ້ນຕໍໃຫ້ແກ່ການພັດທະນາຢ່າງຍືນຍົງ.

ປະຕິບັດໂດຍ: VNA/VNP

ຫາຍຟ່ອງ: ໝູ່ບ້ານອາຊີບເຮັດທູບພື້ນເມືອງ ຄຶກຄື້ນເຂົ້າສູ່ລະດູການບຸນເຕັດ

ຫາຍຟ່ອງ: ໝູ່ບ້ານອາຊີບເຮັດທູບພື້ນເມືອງ ຄຶກຄື້ນເຂົ້າສູ່ລະດູການບຸນເຕັດ

ໃກ້ຈະຮອດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ປະຊາຊົນໝູ່ ໝູ່ບ້ານອາຊີບເຮັດທູບພື້ນເມືອງ ຢູ່ຕາແສງ ເຈິ່ນຝູ໋, ນະຄອນ ຫາຍຟ່ອງ ພວມ ກະກຽມສິນຄ້າເພື່ອສະໜອງໃຫ້ແກ່ຕະຫຼາດດ້ວຍຄວາມຮີບຮ້ອນຂຸ້ນຂ້ຽວ. ໃນຂະນະທີ່ພວມຫຸ້ມຫໍ່ ແລະ ສົ່ງສິນຄ້າໄປທົ່ວທຸກເຂດພາກ, ບັນດາຄອບຄົວຢູ່ທີ່ນີ້ ຍັງຄົງສືບຕໍ່ການຜະລິດ ເພື່ອຮັບໃຊ້ໃຫ້ແກ່ ງານບຸນຕ່າງໆ ພາຍຫຼັງບຸນເຕັດ. 

Top