• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ແຂວງດ້ຽນບຽນ: ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ຫວ່າງແລ້ວນີ້, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ອົງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄວ້ອາໄລ ແລະປົງອັດທິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ.
ບັນດາຜູ້ແທນ ອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ເຂົ້າຮ່ວມພິທີມີ: ພົນຈັດຕະວາ ຫງວຽນຮົ່ງຖ໊າຍ, ຮອງຫົວໜ້າການເມືອງ ທະຫານເຂດ 2, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 2; ພົນຈັດຕະວາ ຫງວຽນຫງອັກເງິນ, ຮອງຫົວໜ້າຫ້ອງການເມືອງທະຫານເຂດ 2, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ 515 ທະຫານເຂດ 2; ສະຫາຍ ຫງວຽນມິງຝູ໋ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ; ຜູ້ຕາງໜ້າກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ.

ເຄື່ອນຍ້າຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມາບ່ອນປົງອັດຖິ. ພາບ: qdnd.vn

ທີ່ພິທີ, ບັນດາຜູ້ແທນ ໄດ້ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້ອັນພິລະອາດຫານ, ເສຍສະຫຼະຊີວິດເພື່ອພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ແຕ່ເດືອນກໍລະກົດ ປີ 2025 ມາຮອດປັດຈຸບັນ, ກອງຂຸດຄົ້ນອັດຖິ ຂອງທະຫານເຂດ 2 ຊອກຄົ້ນ, ທ້ອນໂຮມໄດ້ຈໍານວນ 10 ອັດຖິ ທີ່ບັນດາແຂວງ: ຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ.

ໃນນັ້ນ, 2 ອັດຖິ ໄດ້ຮູ້ຊື່, ທີ່ຢູ່ ແລະບ້ານເກີດເມືອງນອນ ແລະມອບໃຫ້ຄະນະຊີ້ນໍາ 515 ແຂວງຝູ໋ທໍ້ ແລະນະຄອນຮ່າໂນ້ຍ, ລວມມີ: ນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າວັນເອິນ (ເກີດປີ 1938; ບ້ານເກີດ: ບ້ານ ຈີດົງ, ຕາແສງ ກວາງມິງ, ເມືອງກິມແອງ, ແຂວງວິ້ງຝຸກ - ປັດຈຸບັນແມ່ນບ້ານ ດົ່ງເວີ້, ຕາແສງກວາງມິງ, ນະຄອນຮ່າໂນ້ຍ; ເຂົ້າເປັນທະຫານ: ວັນທີ 6 ກຸມພາ 1960, ເສຍສະຫຼະຊີວິດ ວັນທີ 11 ກຸມພາ 1962; ຊັ້ນ, ຕໍາແໜ່ງ, ກົມກອງ ເມື່ອເສຍສະຫຼະຊີວິດ: ສິບຕີ, ຫົວໜ້າໝູ່, ກອງຮ້ອຍ 16, ກອງພັນທີ 4,  ກອງພົນ 316).

ນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າວັນທໍ້ (ເກີດປີ 1931; ບ້ານເກີດ: ບ້ານ ວັນລຸງ, ຕາແສງ ຫວໍມ໊ຽວ, ເມືອງແທັງເຊີນ, ແຂວງຝູ໋ທໍ້ - ປັດຈຸບັນແມ່ນເຂດ ແຢ້ 2, ຕາແສງວັນມ໊ຽວ, ແຂວງຝູ໋ທໍ້; ເຂົ້າເປັນທະຫານ: ວັນທີ 12 ສິງຫາ 1949, ເສຍສະຫຼະຊີວິດ ວັນທີ 3 ທັນວາ 1953, ຊັ້ນ, ຕໍາແໜ່ງ, ກົມກອງ ເມື່ອເສຍສະຫຼະຊີວິດ: ຮອງຫົວໜ້າໝູ່, ກອງຮ້ອຍ 22, ກອງພັນ 920, ກອງພັນໃຫຍ່ 148, ກອງພົນ 316).

8 ອັດຖິທີ່ຍັງເຫຼືອ ແມ່ນຍັງບໍ່ທັນໄດ້ຮູ້ຊື່, ທີ່ຢູ່ ແລະບ້ານເກີດເມືອງນອນ ເຊິ່ງ ໄດ້ປົງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ແຂວງດ້ຽນບຽນ.

ພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ. ພາບ: qdnd.vn
ພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ. ພາບ: qdnd.vn
ພິທີປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈັດຂຶ້ນຢ່າງສົມກຽດທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ສະຫາຍ ຫງວຽນມິງຝູ໋, ຮອງປະທານຄະນະກໍາມະການ ປະຊາຊົນແຂວງດ້ຽນບຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາລູກຜູ້ປະເສີດ ທີ່ໄດ້ອຸທິດໄວໜຸ່ມຂອງຕົນ, ຍອມເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະເນັ້ນໜັກວ່າ ກັບຄືນເມືອບ້ານເກີດເມືອງນອນ, ພວກອ້າຍ ໄດ້ນອນສະຫງົບສຸກຢູ່ຄຽງຂ້າງສະຫາຍ, ເພື່ອນຮ່ວມກົມກອງ ແລະໃນຄວາມຮັກທີ່ບໍ່ມີຂອບເຂດຂອງຜູ້ທີ່ມີຊີວິດຢູ່.

ອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນແຂວງດ້ຽນບຽນ ໃຫ້ຄໍາໝັ້ນສັນຍາວ່າ ຈະຈົ່ງຮັກພັກດີຕໍ່ເປົ້າໝາຍ, ອຸດົມການຂອງພັກ, ສືບທອດພາລະກິດປະຕິວັດອັນສະຫງ່າລາສີຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.

(ແຫຼ່ງຄັດຈາກໜັງສືພິມກອງທັບປະຊາຊົນ)

ເປີດງານບຸນເກົາຕາວ ຂອງຊົນເຜົ່າມົ້ງ ຕາແສງ ປາກໍ່ ປີ 2026

ເປີດງານບຸນເກົາຕາວ ຂອງຊົນເຜົ່າມົ້ງ ຕາແສງ ປາກໍ່ ປີ 2026

ໃນຕອນເຊົ້າວັນທີ 31 ມັງກອນ 2026, ຢູ່ທີ່ເດີ່ນກິລາບ້ານ ຊາລີ້ງ, ຄະນະກຳມະການປະຊາຊົນຕາແສງ ປາກໍ່, ແຂວງ ຝູເຖາະ) ໄດ້ຈັດພິທີເປີດງານບຸນ ເກົາຕາວ ຂອງຊົນເຜົ່າ ມົ້ງ ຕາແສງ ປາກໍ່ ປີ 2026. 

Top